ພວກນັກເຄື່ອນໄຫວຕໍ່ສູ້ເພື່ອກໍາມະສິດທີ່ດິນ 7 ຄົນໃນຫວຽດນາມໄດ້ຖືກຕັດສິນລົງໂທດ
ຈໍາຄຸກເຖິງ 8 ປີ ຫລັງຈາກສານພົບເຫັນວ່າມີຄວາມຜິດແທ້ໃນຂໍ້ຫາຖານສ້າງຄວາມປັ່ນ
ປ່ວນເພື່ອໂຄ່ນລົ້ມລັດຖະບານໃນການດໍາເນີນຄະດີລັບເປັນເວາລາ 1 ມື້.
ຜູ້ທີ່ໄດ້ຮັບໂທດໜັກກວ່າໝູ່ໃນວັນຈັນວານນີ້ແມ່ນນາຍ Tran Thi Thuy ທີ່ຖືກລະບຸວ່າເປັນສະມາຊິກຂອງກຸ່ມຝ່າຍຄ້ານ Viet Tan ຊຶ່ງເປັນກຸ່ມທີ່ຕ້ອງຫ້າມຫລືຜິດກົດໝາຍນັ້ນ.
ການຕັດສິນລົງໂທດຈໍາຄຸກແມ່ນມີກໍານົດແຕ່ 2 ຫາ 7 ປີສໍາລັບພວກຈໍາເລີຍຄົນອື່ນໆ ຮວມທັງນັກບວດ Duong Kim Khai ແລະສະມາຊິກອີກ 2 ຄົນຂອງກຸ່ມສາສະໜາທີ່ແຍກໂຕອອກຈາກກຸ່ມ Mennonites ທີ່ທາງການບໍ່ຮັບຮູ້ ທີ່ເອີ້ນວ່າກຸ່ມ Cattle Shed Congregation ນັ້ນ.
ທ່ານ Beau Miller ໂຄສົກປະຈໍາສະຖານທູດສະຫະລັດປະຈໍາຫວຽດນາມກ່າວຕໍ່ອົງການ
ຂ່າວ AP ໃນວັນອັງຄານມື້ນີ້ວ່າ ທາງກຸງວໍຊິງຕັນໄດ້ສະແດງຄວາມເປັນຫ່ວງກ່ຽວກັບ
ການດໍາເນີນຄະດີຂອງທາງການຫວຽດນາມນັ້ນ. ທ່ານ Miller ກ່າວວ່າ ສະຫະລັດມີ
ຄວາມໜັກໃຈ ໂດຍສະເພາະແລ້ວ ພວກຈໍາເລີຍບາງຄົນ ຖືກປະຕິເສດບໍ່ໃຫ້ພົບປະກັບ
ພວກທະນາຍຄວາມກ່ອນເລີ້ມການດໍາເນີນຄະດີໃນແຂວງ Ben Tre ໃນພາກໃຕ້ຂອງ
ຫວຽດນາມນັ້ນ.
ກຸ່ມ Viet Tan ຫລືພັກປະຕິຮູບຫວຽດນາມ ຊຶ່ງມີຫ້ອງການຕັ້ງຢູ່ໃນສະຫະລັດ ຍອມຮັບ
ຮູ້ຢູ່ໃນ website ຂອງຕົນວ່າ ພວກຈໍາເລີຍ 3 ຄົນໃນຈໍານວນ 7 ຄົນນັ້ນເປັນສະມາຊິກ
ຂອງພັກຂອງຕົນ.