ສື່ແຫ່ງລັດຫວຽດນາມກ່າວວ່າ ນັກເຄື່ອນໄຫວນິຍົມປະຊາທິປະໄຕ ອາເມຣິກັນເຊື້ອສາຍຫວຽດນາມຄົນນຶ່ງ ໄດ້ຖືກຈັບກຸມແລະຖືກກ່າວຫາ ໃນຖານກໍ່ການຮ້າຍ ຍ້ອນໄດ້ວາງແຜນທໍາການປະທ້ວງເພື່ອກໍ່ ກວນການສະເຫຼີມສະຫຼອງໃນວັນທີ 30 ເມສາ ມື້ອື່ນນີ້ ເພື່ອເປັນຂີດໝາຍວັນສິ້ນສຸດລົງຂອງສົງຄາມຫວຽດນາມ.
ສື່ແຫ່ງລັດກ່າວໃນວັນອາທິດມື້ນີ້ວ່າ ນາຍ Nguyen Quoc Quan ໄດ້ຖືກຈັບກຸມເມື່ອວັນທີ 17 ເມສາ ຫຼັງຈາກເດີນທາງໄປຮອດສະໜາມບິນນະຄອນໂຫຈິມິນ.
ນາຍ Quan ທີ່ໄດ້ປະລິນຍາເອກຂະແໜງຄະນິດສາດແລະອາໄສຢູ່ໃນລັດຄາລີຟໍເນຍ ເປັນສະມາຊິກຂອງພັກ Viet Tan Party ໃນສະຫະລັດ ຊຶ່ງເປັນພັກທີ່ຜິດກົດໝາຍໃນຫວຽດນາມ. Website ຂອງພັກ Viet Tan ບັນລະຍາຍອົງການຈັດຕັ້ງຂອງຕົນວ່າ ເປັນອົງການທີ່ມີຄວາມໝັ້ນໝາຍຕໍ່ການຕໍ່ສູ້ຢ່າງສັນຕິແລະປາດສະຈາກຄວາມຮຸນແຮງ ເພື່ອຫັນປ່ຽນຫວຽດນາມເປັນປະເທດປະຊາທິປະໄຕ.
Viet Tan ກ່າວວ່າ ການກ່າວຫາຖານກໍ່ການຮ້າຍຂອງລັດຖະບານຄອມມີວນິດຫວຽດນາມ ຕໍ່ນາຍ Quan ນັ້ນ ແມ່ນເປັນການເສກສັນປັ້ນແຕ່ງຂຶ້ນມາຢ່າງສິ້ນເຊີງ.
ນາຍ Quan ໄດ້ຖືກຈັກກຸມມາກ່ອນແລ້ວທີ່ຫວຽດນາມ ໃນປີ 2007 ແລະຖືກກັກຂັງໄວ້ເປັນເວລາ 6 ເດືອນ ໃນຂໍ້ຫາຖານແຈກຢາຍວັດຖຸເພື່ອສົ່ງເສີມຍຸດທະວິທີທີ່ບໍ່ໃຊ້ຄວາມຮຸນແຮງ ໃນການສະແດງອອກເຖິງການຕໍ່ຕ້ານຂອງພົນລະເຮືອນ.
ຜູ້ກ່ຽວຖືກເນລະເທດ ໃນປີ 2008.