ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປັ່ນຈີນ ຕຳເຮືອ​ຫາ​ປາຫວຽດນາມ ຫລົ້ມ ​​ໃກ້​ກັບ​ໝູ່​​ເກາະ​ ທີ່​ມີ​ບັນຫາ


ຮູບ​ນີ້​ໄດ້​ຖ່າຍ​​​ເມື່ອວັນ​ທີ 20 ກໍລະກົດ 2012, ​ເຮືອ​ຫາ​ປາ​ເດີນ ທາງ​ຜ່ານ ​ເກາະຫີນປະ​ກາ​ລັງ Meiji ຢູ່​ນອກ​​ເກາະແຂວງ Hainan ​ໃນ​ທະ​ເລຈີນ​​ໃຕ້. ຈີນ ​ໄດ້​ປູ​ຜ້າ​ພົມ​ແດງ ສຳ​ລັບ​ເມືອງ​​ໃໝ່​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ເກາະ​ທີ່​ນ້ອຍແລະຫ່າງໄກສອກຫຼີກ ​ໃນ​ທະ​ເລ ຈີ​ນ​ໃຕ້ ​ເຊິ່ງ ຫວຽດນາມ ກໍ​ໄດ້​ອ້າງ​​ເອົາ​ກຳມະສິດ​ເຊັ່ນ​ກັນ. ຮູບ​ຈາກອົງການຂ່າວ AP.
ຮູບ​ນີ້​ໄດ້​ຖ່າຍ​​​ເມື່ອວັນ​ທີ 20 ກໍລະກົດ 2012, ​ເຮືອ​ຫາ​ປາ​ເດີນ ທາງ​ຜ່ານ ​ເກາະຫີນປະ​ກາ​ລັງ Meiji ຢູ່​ນອກ​​ເກາະແຂວງ Hainan ​ໃນ​ທະ​ເລຈີນ​​ໃຕ້. ຈີນ ​ໄດ້​ປູ​ຜ້າ​ພົມ​ແດງ ສຳ​ລັບ​ເມືອງ​​ໃໝ່​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ເກາະ​ທີ່​ນ້ອຍແລະຫ່າງໄກສອກຫຼີກ ​ໃນ​ທະ​ເລ ຈີ​ນ​ໃຕ້ ​ເຊິ່ງ ຫວຽດນາມ ກໍ​ໄດ້​ອ້າງ​​ເອົາ​ກຳມະສິດ​ເຊັ່ນ​ກັນ. ຮູບ​ຈາກອົງການຂ່າວ AP.

ຫວຽດນາມ ກ່າວວ່າ ​ກຳ​ປັ່ນ​ຂອງ​ ຈີນ ​ໄດ້​ເຮັດໃຫ້ເຮືອ​ຫາ​ປາ​ຂອງ​ຕົນ​ຫຼົ້ມ ​ຢູ່ໃກ້​ກັບ​ບໍລິ​ເວ​ນທະ​ເລ​ທີ່​ມີ​ບັນຫາ ​ໃນທະ​ເລ​ຈີນໃຕ້, ​ເຊິ່ງ ເປັນເຫດ ການ​ຄັ້ງ​ຫຼ້າ​ສຸດ​ທີ່ເຕີມ​ເຊື້ອ​ໄຟ​ໃຫ້​ກັບ​ຄວາມ​ເຄັ່ງ​ຕຶງ​ທາງ​ທະ​ເລລະຫວ່າງ​ ສອງ​ປະ​ເທດ.

​ເຈົ້າ​ໜ້າ​ທີ່​ໃນ​ແຂວງ Quang Ngai ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ກຳ​ປັ່ນ​ຂອງ ຈີນ ​ໄດ້​ຕຳໃສ່​ ດ້ານ​ຂ້າງ​ຂອງເຮືອ​ຫາ​ປາຫວຽດນາມ ​ໃນ​ວັນ​ທີ 29 ກັນຍາ​ທີ່​ຜ່ານ​ມາ​ໃກ້​ກັບ​ໝູ່ເກາະ Paracel, ​ເຊິ່ງ​ໄດ້ມີ ການ​ອ້າງ​ເອົາ​ກຳ ມະສິດ​ໂດຍ​ທັງ​ສອງ​ປະ​ເທດ.

ອີງ​ຕາມ​ຊາວ​ປະມົງ​ຄົນ​ໜຶ່ງ ​ໃນ​ຈຳນວນ 10 ຄົນ ຢູ່​ເຮືອ​ຫາ​ປາ​ຂອງ ຫວຽດນາມ, ຜູ້​ຊາຍ​ຕິດ​ອາວຸດ​ຫຼາຍ​ຄົນ​ຈາກ​ກຳ​ປັ່ນ​ຂອງ ຈີນ ​ໄດ້​ຂຶ້ນ​ໄປ​ເທິງ​ເຮືອ​ຂອງ ຫວຽດນາມ ​ແລະ ​ໄດ້​ລັກ​ເອົາ​ອຸປ​ະກອນ​ນຳ​ທາງ, ອຸປະກອນ​ຫາ​ປາ ​ແລະ ​ເຄື່ອງມື​ອື່ນໆ​ກ່ອນ​ຈະ​ຫຼົບໜີ​ອອກ​ໄປ.

​ເຮືອ​ລຳນັ້ນຂອງຫວຽດນາມ​ໄດ້​ເລີ່​ມຈົມລົງນ້ຳ ​ແລະ ຫລົ້ມໃນ​ຫຼາ​ຍຊົ່ວ​ໂມງ​ຕໍ່​ມາ, ເຮັດ​ໃຫ້​ພວກ​ຊາວ​ປະມົງ​ຕ້ອງ​ໃສ່​ເສື້ອ​ຊູຊີບ ​ແລະ ລໍຖ້າ​ການ​ຊ່ວຍ​ກູ້​ໄພ.

​ບັນດາ​ເຈົ້າ​ໜ້າ​ທີ່ ຫວຽດນາມ ວາງ​ແຜນ​ທີ່​ຈະ​ຍື່ນປະ​ທ້ວງ​ຢ່າງ​ເປັນ​ທາງ​ການຕໍ່ ຈີນ ກ່ຽວກັບ​ ເຫດການ​ດັ່ງກ່າວ ​ອີງ​ຕາມອົງການຂ່າວເອພີ ເຊິ່ງ ໄດ້ອ້າງຄຳເວົ້າຂອງບັນດາເຈົ້າ ໜ້າທີ່ ຜູ້ທີ່ໄດ້ກ່າວວ່າ ນີ້ແມ່ນຄັ້ງທີ 20 ສຳລັບປີນີ້ ທີ່ກຳປັ່ນ ຈີນ ໄດ້ໂຈມຕີເຮືອຫາປາຂອງ ຫວຽດນາມ.

ບັນດາເຈົ້າໜ້າທີ່ ຈີນ ໄດ້ປະຕິເສດທຸກໆເຫດການທີ່ເກີດຂຶ້ນ ໃນເມື່ອ ກ່ອນ, ໂດຍກ່າວວ່າ ເຮືອຫາປາຫຼາຍລຳຂອງ ຫວຽດນາມ ເປັນຜູ້ຮັບ ຜິດຊອບ ໃນການລົບກວນຮາວີ ເຮືອຂອງ ຈີນ. ແຕ່ ປັກກິ່ງ ບໍ່ໄດ້ໃຫ້ ຄຳເຫັນໃດໆ ຕໍ່ການກ່າວຫາຄັ້ງຫຼ້າສຸດນີ້.

ຫວຽດນາມ, ຟີລິບປິນ, ມາເລເຊຍ, ບຣູໄນ ແລະໄຕ້ຫວັນ ຕ່າງກໍອ້າງເອົາກຳມະສິດກວມ ກັນກັບຈີນຢູ່ໃນທະເລຈີນໃຕ້ ເຊິ່ງມີຄວາມອຸດົມສົມ ບູນໄປດ້ວຍຊັບພະຍາກອນທຳມະ ຊາດ, ເປັນເສັ້ນທາງຫຼັກດ້ານການຄ້າ, ແລະ ມີເອກະລັກທີ່ສຳຄັນ ພ້ອມກັບຄຸນຄ່າແຫ່ງ ຊາດ.

XS
SM
MD
LG