ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງ ອາຍຸ 73 ປີ ຖືກຕັດສິນ ລົງໂທດ ປະຫານຊີວິດ ຖານຄ້າຢາເສບຕິດ ໃນ ຫວຽດນາມ


ແຜນທີ່ ປະເທດຫວຽດນາມ
ແຜນທີ່ ປະເທດຫວຽດນາມ

ແມ່ຍິງສັນຊາດອອສເຕຣເລຍ ໄວ 73 ປີ ຄົນ​ນຶ່ງ ໄດ້ຖືກຕັດສິນລົງໂທດ ປະຫານຊີວິດ ຢູ່ໃນຫວຽດນາມ ໃນວັນພະຫັດມື້ນີ້ ​ໃນຂໍ້ຫາຄ້າຢາເສບຕິດ.

ແມ່ເຖົ້າ Nguyen Thi Huong ຊຶ່ງ​ເປັນ​ຄົນຫວຽດນາມ​ ໂດຍ​ກຳ​ເນີ​ດ ໄດ້ຖືກ ພົບເຫັນວ່າ ມີຄວາມຜິດ ໃນວັນພຸດວານນີ້ ຍ້ອນ​ມີຢາໂຄເຄນ ຢ່າງນ້ອຍ 1.6 ກິໂລກຣາມ ຢູ່​ໃນ​ຄວາມຄອບຄອງ ທີ່ເຊື່ອງໄວ້ຢູ່ໃນສະບູ 36 ກ້ອນ ໃນຂະນະ ທີ່ພະຍາຍາມ ຈະຂຶ້ນເຮືອບິນໄປຍັງອອສເຕຣເລຍ ເມື່ອເດືອນທັນວາ ປີ 2014.

​ແມ່​ເຖົ້າຄົນນີ້ ໄດ້ອ້າງວ່າ ສະບູໄດ້ຖືກມອບໃຫ້ລາວ ໂດ​ແມ່ຍິງທີ່ມີຊື່ວ່າ Helen ແລະ ວ່ານາງໄດ້ມີແຜນນຳເອົາພວກສະບູໄປອອສເຕຣເລຍ ເພື່ອເປັນຂອງຂວັນ. ແຕ່ທະນາຍຄວາມຂອງຈຳເລີຍ ບໍ່ສາມາດພິສູດ​ໄດ້​ກ່ຽວ​ກັບ​ຕົວ​ຕົນຂອງ​ແມ່ຍິງ ທີ່ຊື່ວ່າ Helen ອີງຕາມສື່ມວນ​ຊົນທ້ອງ ຖິ່ນ.

ແມ່ເຖົ້າ Huong ມີ​ເວລາ 15 ມື້ ເພື່ອຂໍອຸທອນ ຕໍ່ການຕັດສິນໂທດປະຫານ ຊີວິດຂອງລາວ ຫຼັງຈາກສານໄດ້ພິພາກສາ ວ່າ ຄວາມຜິດຂອງລາວນັ້ນ ແມ່ນ ເປັນ “ອັນຕະລາຍຕໍ່ປະຊາຄົມຢ່າງຮ້າຍແຮງ.” ນາງຈະປະເຊີນກັບການ ປະຫານຊີວິດ ດ້ວຍການສັກຢາໃຫ້ຕາຍ.

ການມີຢາເຮໂຣອິນຢູ່ໃນຄອບຄອງ ຫຼາຍກວ່າ 100 ກຣາມ ຢູ່ໃນຫວຽດນາມ ​ແມ່ນ​ມີໂທດໜັກ​ເຖິງ​ຕາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG