ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຍຶດທີ່ດິນ ພວກກະສິກອນ ໃນເຂດຊານເມືອງ


 ກໍາລັງຮັກສາຄວາມປອດໄພຫວຽດນາມ ຂັບໄລ່ພວກຊາວບ້ານທີ່ທໍາການປະທ້ວງ
ໃຫ້ແຕກໜີໄປ.
ວັນທີ 24 ເມສາ 2012.
ກໍາລັງຮັກສາຄວາມປອດໄພຫວຽດນາມ ຂັບໄລ່ພວກຊາວບ້ານທີ່ທໍາການປະທ້ວງ ໃຫ້ແຕກໜີໄປ. ວັນທີ 24 ເມສາ 2012.

ພວກ​ທີ່​ເຫັນ​ເກດ​ການ​ກ່າວ​ວ່າ ຕໍາຫຼວດ​ປາບ​ຈະລາຈົນ​ຫວຽດນາມ​ໄດ້​ຍິງ​ປືນ​ເຕືອນ ​ແລະ​ໃຊ້​ແກັ​ສນໍ້າຕາ​ເພື່ອ​ຂັບ​ໄລ່​ພວກ​ຊາວ​ກະສິກອນ​ທີ່​ໂມ​ໂຫ​ໂທ​ໂສ​ຫຼາຍ​ຮ້ອຍ​ຄົນທີ່​ພາກັນ​ທໍາ​ການ​ໂຮມ​ປະ​ທ້ວງ​ຕໍ່​ການ​ບັງຄັບ​ໃຫ້​ເຂົາ​ເຈົ້າອອກ​ຈາກ​ທີ່​ດິນ​ໃນ​ເຂດ​ຊານ​ເມືອງ​ນະຄອນຫຼວງຮາ​ໂນ​ຍ​ໃນ​ວັນ​ອັງຄານ​ມື້​ນີ້​ ໃຫ້​ແຕກ​ໜີ​ໄປ.

ພວກ​ຊາວ​ກະສິກອນ​ປະມານ 700 ຄົນ​ ໄດ້ໂຮມ​ຊຸມນຸມ​ກັນ​ໃນ​ແລງ​ວັນ​ຈັນ​ວານ​ນີ້​ເພື່ອ​ທໍ​າການ​ປະ​ທ້ວງ​ຕໍ່​ບັນຫາ​ຂັດ​ແຍ່ງ​ກັນ​ເລື້ອງ​ຍຶດ​ເອົາທີ່ດິນ​ສໍາລັບສ້າງ​ຕັ້ງ​ເມືອງ​ດາວ​ທຽມ​ຂຶ້ນ​ ທີ່​ດຳ​ເນີນມາ​ໄດ້ 6 ປີ​ແລ້ວ​ນັ້ນ ຫຼັງ​ຈາກ​ໄດ້​ຍິນ​ຂ່າວ​ວ່າ ການ​ຂົ່ມຂູ່ມາ​ເປັນ​ເວລາ​ດົນ​ນານ​ທີ່​ຈະໃຫ້​ພວກ​ເຂົາ​ເຈົ້າ​ຍົກຍ້າຍ​ອອກ​ນັ້ນ​ ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້.

ພວກ​ຊາວບ້ານ​ໃນເຂດ​ເມືອງ Van Giang ຊຶ່ງ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ​ນະຄອນ
ຫຼວງ​ໄດ້​ພາກັນ​ປະຕິຍານ​ຕົນ​ວ່າ ຈະ​ທໍາ​ການ​ຕໍ່ຕ້ານ ​ຫຼັງຈາກ​ເຈົ້າໜ້າ​ທີ່ທ້ອງ​ຖິ່ນ​ປະກາດ​
ວ່າ ພວກ​ຊາວບ້ານ​ເຫຼົ່າ​ນີ້​ຈະ​ຖືກບັງ ຄັບ​ໃຫ້​ຍົກຍ້າຍ​ອອກ​ຈາກ​ທີ່​ດິນ​ໃນ​ພື້ນທີ່ 70 ​ເຮັກຕາ
ເພື່ອ​ໃຊ້ສໍາລັບ​ການ​ພັດທະນາ​ເມືອງ​ດາວ​ທຽມ​ທີ່​ເອີ້ນ​ວ່າ Ecopark ນັ້ນ.

ພວກຊາວບ້ານຫຼາຍຄົນພາກັນໄປຕັ້ງຄ້າຍພັກແຮມຄືນໃນທີ່ດິນດັ່ງ ກ່າວໃນຄືນຜ່ານມານີ້
ໂດຍພາກັນສຸມກອງໄຟໃຫຍ່ຂຶ້ນແລະຮັກສາເຝົ້າຍາມກັນຢູ່ໝົດຄືນ.

ພວກທີ່ເຫັນເຫດການກ່າວຕໍ່ອົງການຂ່າວ AFP ວ່າ ກໍາລັງຕໍາຫຼວດຈໍານວນຫຼາຍກວ່າ 2
ພັນຄົນແລະພວກຜູ້ຊາຍທີ່ບໍ່ໃສ່ເຄື່ອງແບບຈໍານວນນຶ່ງໄດ້ເຂົ້າຍຶດເອົາທີ່ດິນດັ່ງກ່າວໃນ
ຕອນເຊົ້າວັນອັງຄານມື້ນີ້.

ຊາວບ້ານຄົນນຶ່ງທີ່ບອກຊື່ວ່າ Kien ເວົ້າວ່າ ພວກເຮົາໄດ້ແກວ່ງແກ້ວ ນໍ້າມັນແອັສຊັງໃສ່
ພວກຕໍາຫຼວດ ແຕ່ມັນບໍ່ໄດ້ຊ່ອຍພວກເຮົາເພາະວ່າ ພວກຕໍາຫຼວດມີເຄືອງກໍາບັງ.ພວກ
ຕໍາຫຼວດໄດ້ໃຊ້ໄມ້ຄ້ອນຕີພວກເຮົາ ເຖິງແມ່ນພວກເຮົາ​ໄດ້ພາກັນແລ່ນກັບຄືນ​ບ້ານກໍຕາມ
ແຕ່ພວກເຂົາເຈົ້າໄດ້ໄລ່ຕິດຕາມແລະທຸບຕີພວກເຮົາ.

XS
SM
MD
LG