ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

7 ຄົນຫາຍສາບສູນ ຍ້ອນດິນເຈື່ອນທີ່ຫວຽດ


7 ຄົນຫາຍສາບສູນ ຍ້ອນດິນເຈື່ອນທີ່ຫວຽດ
7 ຄົນຫາຍສາບສູນ ຍ້ອນດິນເຈື່ອນທີ່ຫວຽດ

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນຫລວງຮາ​ໂນ​ຍກ່າວ​ວ່າ ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ວ່າ ປະຊາຊົນ 7 ຄົນຫາຍ​ສາບ​ສູນ ​ແລະຢ້າ​ນວ່າ​ເສຍ​ຊີວິດ​ໄປ​ແລ້ວ​ ຍ້ອນໄພ​ດິນ​ເຈື່ອນ​ຢູ່ໃນ​ພາກ​ເໜືອ​ຂອງ​ຫວຽດນາມ.


ອົງການ​ຂ່າວ​ສານຫວຽດນາມຂອງທາງ​ການເວົ້າ​ວ່າ ພວກ​ທີ່​ຫາຍ​ສາບ​ສູນ​ໄປ​ທັງ​ໝົດ​ ເປັນ​ຊາວ​ເຜົ່າ​ມົ້ງທີ່ອາໄສ​ຢູ່​ໃນ​ໝູ່​ບ້ານ Than Chu Chay ​ໃນ ແຂວງ Yen Bai.


ລາຍ​ງານ​ເວົ້າ​ວ່າ ດິນ​ເຈື່ອນ​ເກີດ​ຂຶ້ນ​ໃນຕອນ​ບ່າຍ​ວັນ​ອາທິດ​ວານ​ນີ້​ ໃນ​ລະຫວ່າງ​ທີ່​ດິນ​ຟ້າ​ອາກາດຈະ​ແຈ້ງ ​ແຕ່​ພວກ​ປະຊາຊົນ​ໃນ​ທ້ອງ​ຖິ່ນໄດ້ຮັບ​ການ​ເຕືອນ​ມາ​ກ່ອນແລ້ວວ່າ​ ອາດ​ຈະເກີດດິນ​ເຈື່ອນ​ໃນ​ລະຫວ່າງ​ລະດູຝົນນີ້.


ລາຍ​ງານ​ເວົ້າ​ວ່າ ພວກຜູ້​ນໍາ​ໃນ​ຫົວ​ເມືອງ​ໄດ້​ໃຫ້​ເງິນ​ຊ່ອຍ​ເຫລືອ ຈໍານວນ 160 ດອນ​ລາ​ຕໍ່​ຄອບຄົວ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ​ເພື່ອເປັນ​ຄ່າ​ໃຊ້​ຈ່າຍ​ໃນ​ພິທີ​ຝັງ​ສົບ​ຂອງ​ເຂົາ​ເຈົ້າ​.

XS
SM
MD
LG