ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຫວຽດນາມປະຕິເສດ ແຜນການສ້າງທາງລົດໄຟ ຄວາມໄວສູງ


ສະພາແຫ່ງ​ຊາດ​ຂອງ​ຫວຽດນາມໄດ້​ປະຕິ​ເສດ​ ບໍ່​ຍອມຮັບ​ຜ່ານ​ຂໍ້​ສະ​ເໜີ​ມູນ​ຄ່າ 56 ພັນ​ລ່າ​ນດອນ​ລາ​ສະຫະລັດ​ຂອງ​ລັດຖະບານ ສຳລັບ​ສ້າງ ລາງລົດ​ໄຟ​ສຳ​ລັບລົດ​ໄຟ​ທ່ີແລ່ນ​ດ້ວຍຄວາມ​ໄວ​ສູງຈາກນະຄອນຫລວງ ​ຮາ​ໂນ​ຍ ​ໄປຫາ​ນະຄອນ​ໂຫຈິ​ມິນ ເມືອງ​ໃຫຍ່​ທ່ີ​ສຸດຂອງ​ຫວຽດນາມ​ນັ້ນ.

ອົງການ​ຂ່າວ​ຫວຽດນາມ​ລາຍ​ງານ​ວ່າ ສະພາ​ແຫ່ງ​ຊາດ​ໄດ້ຮຽກຮ້ອງ​ລັດ ຖະບານ​ໃນ​ວັນ​ເສົາ​ວານ​ນີ້​ ໃຫ້​ສຶກສາເບິ່ງໂຄງການ​ຂົນ​ສົ່ງ​ດັ່ງກ່າວ​ຕື່ມ ອີກ ກ່ອນ​ຈະ​ນຳກັບ​ຄືນ​ມາສະ​ເໜີ​ອີກໃໝ່. ຕາມ​ທຳ​ມະ​ດາທ່ີ​ເຄີຍ​ເປັນ​ມານັ້ນ ສະພາ​ທ່ີ​ຄອບ​ງຳ​ໂດຍ​ພວກ​ຄອມ​ມີ​ວນິດ ​ແມ່ນຈະຮັບຮອງ​ເອົາ​ແລະສະໜັບສະໜຸນ​ທຸກ​ຂໍ້​ສະ​ເໜີ​ ຈາກ​ລັດຖະບານ.

ພາຍ​ໃຕ້​ຂໍ້​ສະ​ເໜີ​ສະບັບ​ນີ້ ລົດ​ໄຟ​ທ່ີແລ່ນ​ໃນ​ຄວາມໄວ​ສູງ​ນີ້​ຈະ​ເຊື່ອມ ໂຍງ​ນະຄອນຫລວງຮາ​ໂນ​ຍ ​ເມືອງ​ປວັດ​ສາດ​ໃນ​ພາກ​ເໜືອ​ນັ້ນ ໄປ​ຍັງ ນະຄອນ​ໂຫຈິ​ມິນ ສູນ​ກາງ​ທຸລະ​ກິດ​ໃນ​ພາກ​ໃຕ້ ​ທ່ີ​ຕັ້ງ​ຢູ່​ຫ່າງ​ໄກ​ກັນ​ປະມານ 1600 ຫລັກ​ກິ​ໂລ​ແມັດ. ລົດ​ໄຟ​ຄວາມໄວສູງ ຫລື bullet train ທ່ີ​ວ່າ​ນີ້​ຈະ​ຕັດ​ເວລາ​ເດີນທາງ​ລົງ​ຢ່າງຫລວງຫລາຍ ຊຶ່ງ​ໃນປັດຈຸ​ບັນ​ນີ້ ແມ່ນໃຊ້​ເວລາ​ດົນ​ກວ່າ​ນຶ່ງມື້ ​ຖ້າ​ເດີນທາງໂດຍ​ທາງ​ລົດ​ໄຟ​ສາຍ​ເກົ່າ​ທີ່​ມີ​ຢູ່.

XS
SM
MD
LG