ພວກນັກປະທ້ວງຊາວຫວຽດນາມໄດ້ທໍາການໂຮມຊຸມນຸມຢູ່ນະຄອນຫລວງຮາໂນ່ຍເປັນອາທິດທີ 3 ລຽນຕິດໃນວັນອາທິດວານນີ້ ເພື່ອປະທ້ວງການເຄືອນໄຫວໃນທະເລຈີນໃຕ້ຂອງຈີນ ໃນການຜິດຖຽງທີ່ກໍາລັງທະວີຄວາມຮຸນແຮງຂຶ້ນໃນຂົງເຂດ ກ່ຽວກັບການອ້າງເອົາກໍາມະສິດໃນເກາະດອນທີ່ອາດອຸດົມສົມບູນໄປດ້ວຍແຫລ່ງພະລັງງານ ໃນທະເລຈີນໃຕ້ນັ້ນ.
ພວກປະທ້ວງໄດ້ໄປໂຮມຊຸມນຸມກັນທີ່ສະຖານທູດຈີນ ແລ້ວກໍອອກເດີນຂະບວນໄປຕາມ
ຖະໜົນຫົນທາງອ້ອມແອ້ມເຂດນັ້ນ ຮຽກຮ້ອງໃຫ້ປັກກິງອອກໄປຈາກບ່ອນທີ່ຫວຽດນາມ
ຢືນຢັດວ່າ ເປັນດິນແດນຂອງຕົນນັ້ນ.
ການປະທ້ວງດັ່ງກ່າວນີ້ ແມ່ນເປັນເລື່ອງທີ່ບໍ່ສູ້ມີຂຶ້ນໃນຫວຽດນາມ ແມ່ນເລີ່ມມາຈາກການ
ໂຜ່ໂຕຂຶ້ນມາໃໝ່ ໃນຄວາມເຄັ່ງຕຶງທີ່ມີມາເປັນເວລາຫລາຍ 10 ປີລະຫວ່າງ 2 ປະເທດນີ້.
ໃນຊ່ວງຫຼາຍອາທິດທີ່ຜ່ານມານີ້ ທາງສອງຝ່າຍຕ່າງກໍບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມເຕັມ
ໃຈ ທີ່ຈະອ່ອນຂໍ້ຕໍ່ກັນແຕ່ຢ່າງໃດເລີຍ ກ່ຽວກັບການຍາດ ແຍ່ງອ້າງເອົາໝູ່ເກາະ Spratly
ແລະເກາະດອນອື່ນໆເປັນກໍາມະສິດຂອງຕົນນັ້ນ.