ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນະຄອນຫຼວງວຽງຈັນ ຕ້ອງການເງິນທຶນ ເພື່ອ ການພັດທະນາເສດຖະກິດ ແລະ ສັງຄົມ


ຮູບພາບນີ້ສະແດງໃຫ້ເຫັນການປັບປຸງສ້ອມແປງຖະໜົນຫົນທາງ
ໃນນະຄອນຫຼວງວຽງຈັນ.
ຮູບພາບນີ້ສະແດງໃຫ້ເຫັນການປັບປຸງສ້ອມແປງຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ.

ອຳນາດການປົກຄອງນະຄອນຫຼວງວຽງຈັນ ຕ້ອງການເງິນທຶນ 83,000 ຕື້ກີບສຳລັບນຳ ໃຊ້ເພື່ອການຈັດຕັ້ງປະຕິບັດແຜນການພັດທະນາທາງເສດຖະກິດ ແລະ ສັງຄົມໄລຍະ 5 ປີໃນຊ່ວງປີ 2016-2020.

ທ່ານ ພູໂຂງ ບັນນາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງ ຈັນ ຖະແຫຼງວ່າ ອຳນາດການປົກຄອງເຂດນະຄອນຫຼວງວຽງຈັນຕ້ອງການເງິນທຶນຄິດ ເປັນມູນຄ່າລວມ 83,000 ຕື້ກີບ ຫຼື ປະມານ 10,375 ລ້ານໂດລາສຳລັບນຳໃຊ້ເພື່ອການ ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມໄລຍະ 5 ປີໃນຊ່ວງປີ 2016-2020 ຊຶ່ງເງິນທຶນສ່ວນໃຫຍ່ຈະນຳໃຊ້ເຂົ້າໃນການພັດທະນາລະບົບໂຄງຂ່າຍ ພື້ນຖານ ແລະ ລະບົບສາທາລະນຸປະໂພກຕ່າງໆ.

ຫາກແຕ່ວ່າບັນຫາກໍຄືລັດຖະບານ ລາວ ສາມາດໃຫ້ການຕອບສະໜອງດ້ານງົບປະມານ ໄດ້ຢ່າງຈຳກັດ ທັງຍັງໄດ້ມີການປັບຫຼຸດງົບປະມານສຳລັບໃຫ້ການສະໜັບສະໜູນລົງຈາກ ເດີມອີກດ້ວຍ ຈຶ່ງເຮັດໃຫ້ຕ້ອງມີການລະດົມການລົງທຶນຈາກພາກເອກະຊົນ ລາວ ແລະ ຕ່າງປະເທດເປັນດ້ານຫຼັກ ດັ່ງທີ່ທ່ານ ພູໂຂງ ໄດ້ໃຫ້ການຢືນຢັນວ່າ.

"ແຜນການເຮົານີ້ຊິຖືກຈັດຕັ້ງປະຕິບັດໄດ້ນີ້ ມັນຕ້ອງໄດ້ວ່າເວົ້າເລື່ອງທຶນ ແມ່ນມີ ຄວາມຕ້ອງການ 83,000 ກວ່າຕື້ ແລະ ໃນ 83,000 ກວ່າຕື້ໃນນັ້ນຫັ້ນເປັນທຶນລົງທຶນ ຂອງລັດແທ້ໆຫັ້ນນະ ເບື້ອງຕົ້ນພວກຂ້າພະເຈົ້າຄິດໄລ່ໄວ້ແມ່ນ 1.08 ເປີເຊັນ ຊຶ່ງຈະ ຕົກຢູ່ປະມານ 900 ກວ່າຕື້ ແຕ່ມາດຽວນີ້ ມັນຈະບໍ່ໄດ້ ເພິ່ນຈະຫຼຸດລົງອີກ ເພີ່ນຈະໃຫ້ ແຕ່ 800 ເພາະທາງສະພາໃຫຍ່ເພິ່ນກະວ່າຊິໃຫ້ໄດ້ແຕ່ 800."

ທັງນີ້ ອຳນາດການປົກຄອງເຂດນະຄອນຫຼວງວຽງຈັນ ໄດ້ວາງເປົ້າໝາຍໄວ້ວ່າ ການຈັດ ຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໃນຊ່ວງປີ 2016-2020 ນັ້ນຈະເຮັດ ໃຫ້ເສດຖະກິດນະຄອນຫຼວງວຽງຈັນຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 11 ເປີເຊັນຕໍ່ປີ ຊຶ່ງກໍຈະເປັນຜົນເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນໃນເຂດນະຄອນ ຫຼວງວຽງຈັນ ເພີ່ມຂຶ້ນເປັນ 6,500 ໂດລາຕໍ່ຄົນໃນປີ 2020.

ທາງດ້ານທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ ກໍເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແນ່ນອນ ເນື່ອງຈາກວ່າການຈັດຕັ້ງປະຕິບັດ ແຜນການ ໃນຊ່ວງປີ 2011-2015 ທີ່ຜ່ານມານັ້ນ ກໍສາມາດເຮັດໃຫ້ເສດຖະກິດຂອງ ນະ ຄອນຫຼວງວຽງຈັນຂະຫຍາຍຕົວເພີ່ມຂຶ້ນໄດ້ເຖິງ 12.6 ເປີເຊັນຕໍ່ປີ ທັງກໍຍັງເຮັດໃຫ້ລາຍ ໄດ້ສະເລ່ຍຂອງປະຊາຊົນ ລາວ ໃນເຂດນະຄອນຫຼວງວຽງຈັນເພີ່ມຂຶ້ນຈາກ 1,300 ໂດລາ ໃນປີ 2010 ເປັນ 4,390 ໂດລາໃນປີ 2015 ເພີ່ມຂຶ້ນເກີນກວ່າ 3 ເທົ່າຕົວ.

ນອກຈາກນັ້ນ ຍັງມີການຄາດໝາຍດ້ວຍວ່າເສດຖະກິດທີ່ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາ ສະເລ່ຍບໍ່ຕ່ຳກວ່າ 11 ເປີເຊັນຕໍ່ປີ ກໍຍັງຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນໃນ ເຂດນະຄອນຫຼວງວຽງຈັນ ເພີ່ມຂຶ້ນເປັນ 9,300 ໂດລາໃນປີ 2025 ແລະ ເພີ່ມຂຶ້ນເປັນ 12,500 ໂດລາໃນປີ 2030 ຫາກແຕ່ວ່າກໍມີຄວາມຈຳເປັນທີ່ຈະຕ້ອງດຳເນີນການພັດທະ ນາບຸກຄະລາກອນ ແລະ ການບໍລິຫານດ້ວຍ.

ໂດຍການຈັດຕັ້ງປະຕິບັດແຜນການສົກປີ 2015-2016 ທີ່ໄດ້ສິ້ນສຸດລົງໃນທ້າຍເດືອນ ກັນຍາ 2016 ທີ່ຜ່ານມາ ເສດຖະກິດໃນເຂດນະຄອນຫຼວງວຽງຈັນ ໄດ້ຂະຫຍາຍຕົວເພີ່ມ ຂຶ້ນໃນອັດຕາສະເລ່ຍ 10.92 ເປີເຊັນ ໂດຍຍອດຜະລິດຕະພັນພາຍໃນ (GDP) ມີມູນ ຄ່າລວມ 37,447 ຕື້ກີບສະເລ່ຍເປັນລາຍຮັບຂອງປະຊາຊົນໃນນະຄອນຫຼວງວຽງຈັນໄດ້ 38 ລ້ານກີບ ຫຼື 4,784 ໂດລາຕໍ່ຄົນຕໍ່ປີ.

ສ່ວນການພັດທະນາ ລາວ ໂດຍລວມໃນຊ່ວງ 40 ປີມານີ້ ໄດ້ມີຜົນຄືບໜ້າຢ່າງຊັດເຈນໃນ ທຸກດ້ານຊຶ່ງຈະເຫັນໄດ້ຈາກການມີສະເຖຍລະພາບທາງການເມືອງ ແລະ ຄວາມໝັ້ນຄົງ ສ່ວນໃນດ້ານເສດຖະກິດກໍຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ລາຍໄດ້ສະເລ່ຍ ຂອງປະຊາຊົນ ລາວ ຢູ່ທີ່ລະດັບ 1,857 ຕໍ່ຄົນໃນປີ 2015 ແລະ ເພີ່ມຂຶ້ນເປັນ 2,026 ໂດ ລາຕໍ່ຄົນໃນປີ 2016 ທັງກໍຍັງເຮັດໃຫ້ພັກ-ລັດຖະບານ ລາວ ໝັ້ນໃຈວ່າຈະສາມາດນຳພາ ລາວ ໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຕາມແຜນການ ແລະ ເປົ້າໝາຍທີ່ວາງ ໄວ້ພາຍໃນປີ 2020 ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກະຊວງແຜນການ ແລະ ການລົງທຶນ ລາຍງານຈາກການປະເມີນ ຮ່ວມກັນ ລະຫວ່າງ ລັດຖະບານ ລາວ ກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ກ່ຽວກັບ ຜົນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມ ໃນ ລາວ ນັບຈາກປີ 2011 ເຖິງເດືອນກັນຍາ 2015 ພົບວ່າລັດຖະບານ ລາວ ຈະບໍ່ສາ ມາດຈັດຕັ້ງປະຕິບັດເພື່ອໃຫ້ບັນລຸເປົ້າໝາຍສະຫັດສະວັດການພັດທະນາໃນ 6 ດ້ານຈາກ ທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບອົງການສະຫະປະຊາຊາດ.

XS
SM
MD
LG