ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງດ່ວນວຽງຈັນ-ວັງວຽງ ທີ່ເປັນການລົງທຶນ ຈາກຈີນ ບໍ່ສໍາເລັດຕາມແຜນການ ໃຫ້ທັນວັນຊາດ ທີ 2 ທັນວາ


ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ທີ່ຍັງບໍ່ທັນສໍາເລັດຕາມແຜນການ ໃຫ້ທັນກັບການສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີຂອງການສ້າງຕັ້ງ ສປປ ລາວ
ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ທີ່ຍັງບໍ່ທັນສໍາເລັດຕາມແຜນການ ໃຫ້ທັນກັບການສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີຂອງການສ້າງຕັ້ງ ສປປ ລາວ

ທາງດ່ວນ ວຽງຈັນ-ວັງວຽງ ທີ່ເປັນການລົງທຶນຈາກຈີນ ໃນມູນຄ່າ ປະມານ 1. 3 ຕື້ໂດລາ ແລະກໍ່ສ້າງ ມາໄດ້ສອງປີແລ້ວນັ້ນ ບໍ່ໄດ້ສໍາເລັດຕາມແຜນການໃຫ້ ທັນກັບວັນທີ 2 ທັນວາຜ່ານມາ ເພື່ອສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ຂອງ ສປປ ລາວ ອີງຕາມການໂອ້ລົມຂອງນັກທ່ອງທ່ຽວລາວ ທ່ານນຶ່ງ ທີ່ໄດ້ເດີນທາງກັບມາຈາກແຫລ່ງທ່ອງທ່ຽວ ເມືອງວັງວຽງ ຊຶ່ງທ່ານເລົ່າ ສູ່ຟັງວ່າ:

ອີງຕາມການສັງເກດການ ຂອງປະຊາຊົນທ່ານນຶ່ງ ໃນນະຄອນຫລວງວຽງຈັນຊຶ່ງເປັນຜູ້ນຶ່ງທີ່ໄດ້ພະຍາຍາມໃຊ້ຖະໜົນດັ່ງກ່າວໃນວັນພຸດທີ 2 ທັນວານັ້ນ ຄາດຄະເນວ່າເສັ້ນທາງ ດັ່ງກ່າວ ຄົງຈະສໍາເລັດໃນປະມານ 2 ຫລື 3 ອາທິດຂ້າງໜ້ານີ້.

ທາງດ່ວນວຽງຈັນ-ວັງວຽງ ມີຄວາມຍາວປະມານ 110 ກິໂລແມັດ ແລະກວ້າງ 23 ແມັດ ມີ 4 ຊ່ອງທາງຈະລາຈອນ ທີ່ຄູ່ຂະໜານກັບຖະໜົນເລກ 13 ເໜືອ ເລີ້ມຕົ້ນ ແຕ່ສີ່ແຍກສີເກີດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໄປຜ່ານເມືອງໂພນໂຮງ-ຫີນເຫີບ-ບ້ານທ່າເຮືອ-ເມືອງວັງວຽງ ແລະມີອາຍຸສຳປະ ທານ 50 ປີ ໂດຍຈະເກັບຄ່າທຳນຽບການໃຊ້ທາງໃນອັດຕາ 550 ກີບ ຕໍ່ກິໂລ ແມັດ ຫຼື 62,000 ກີບໃນຕະຫຼອດເສັ້ນທາງນັ້ນ.

ມັນເປັນການລົງທຶນຮ້ອຍເປີເຊັນຂອງບໍລິສັດ ຮ່ວມທຶນພັດທະນາລາວ-ຈີນ ແຕ່ລັດຖະບານລາວມີຫຸ້ນໃນສັດສ່ວນ 5 ເປີເຊັນຂອງມູນຄ່າລົງທຶນທັງໝົດເພື່ອເປັນການຕອບແທນທີ່ລັດຖະບານໄດ້ຍົກເວັ້ນພາສີການນຳເຂົ້ານໍ້າມັນໃຫ້ແກ່ບໍລິສັດຈີນ ໃນຕະຫຼອດການກໍ່ສ້າງ ຫຼືຈົນກວ່າວ່າການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ ຈະສຳເລັດສົມບູນ. ມັນຍັງເປັນໄລຍະທີ 1 ຂອງໂຄງການ ກໍ່ສ້າງທາງດ່ວນຄູ່ຂະໜານກັບທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ນະຄອນຫວງວຽງຈັນໄປຫາດ່ານບໍ່ເຕັນ, ແຂວງຫລວງນໍ້າທາອີກ. ສ່ວນໄລຍະທີສອງນັ້ນ ແມ່ນຕໍ່ຈາກ ເມືອງວັງວຽງ ໄປຫານະຄອນຫວງພະບາງ, ໄລຍະທີ 3 ແມ່ນຈາກຫລວງພະ ບາງຫາ ແຂວງອຸດົມໄຊ ແລະໄລຍະທີ 4 ແມ່ນຈາກແຂວງອຸດົມໄຊໄປຫາດ່ານ ບໍ່ເຕັນ, ຊາຍແດນລາວຕິດກັບຈີນ.

XS
SM
MD
LG