ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຈ່າຍຄ່າເວນຄືນທີ່ດິນ ໃນໂຄງການກໍ່ສ້າງ ທາງດ່ວນ ວຽງຈັນ-ວັງວຽງ ໃກ້ຈະສຳເລັດສົມບູນ


ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ.
ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ.

ເຈົ້າຄອງເຂດນະຄອນຫຼວງ ວຽງຈັນ ຢືນຢັນວ່າການຈ່າຍຄ່າເວນຄືນທີ່ດິນໃນໂຄງການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງໃກ້ຈະສຳເລັດສົມບູນ ໂດຍຍັງເຫຼືອການຈ່າຍພຽງ 36 ລາຍເທົ່ານັ້ນ.


ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງ ວຽງຈັນ ຖະແຫຼງວ່າການເຈລະຈາຕົກລົງໃນການຊົກເຊີຍຄ່າທີ່ດິນ ແລະ ສິ່ງປູກສ້າງຕ່າງໆທີ່ຖືກເວນຄືນໃນໂຄງການກໍ່ສ້າງທາງດ່ວນເຊື່ອມຕໍ່ຈາກນະຄອນຫຼວງ ວຽງຈັນ ໄປທີ່ເມືອງ ວັງວຽງ ໃນແຂວງວຽງຈັນ ຈະແລ້ວສຳເລັດສົມບູນໃນໄວໆນີ້ ເພາະທີ່ຜ່ານມາໄດ້ມີການຕົກລົງ ແລະ ຈ່າຍຄ່າຊົດເຊີຍໄປແລ້ວ 567 ລາຍຈາກທັງໝົດ 603 ລາຍຈຶ່ງຍັງເຫຼືອພຽງ 36 ລາຍເທົ່ານັ້ນທີ່ຈະຕ້ອງດຳເນີນການຕໍ່ໄປ ຊຶ່ງໃນນີ້ກໍປາກົດວ່າມີພຽງ 10 ລາຍເທົ່ານັ້ນທີ່ຕົກລົງຍັງບໍ່ທັນໄດ້ກັບ 15 ລາຍທີ່ຍັງຫາເຈົ້າຂອງທີ່ດິນບໍ່ທັນພົບ ແຕ່ກໍເຊື່ອວ່າຈະສາມາດຕົກລົງໄດ້ຢ່າງຄົບຖ້ວນໃນໝໍ່ໆນີ້ ໂດຍທາງດ່ວນວຽງຈັນ-ວັງວຽງ ຜ່ານເຂດ 20 ບ້ານຂອງເມືອງນາຊາຍທອງ ທີ່ມີໄລຍະທາງຍາວກວ່າ 31 ກິໂກແມັດດັ່ງທີ່ທ່ານ ສິນລະວົງ ໄດ້ຢືນຢັນວ່າ

“ໂຄງການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ ມີໄລຍະເສັ້ນທາງຕັດຜ່ານເມືອງນາຊາຍທອງ 31 ກວ່າກິໂລແມັດໂດຍຜ່ານ 20 ບ້ານ, ດິນຖືຜົນກະທົບທັງໝົດ 603 ຕອນ ປະຊາຊົນເຫັນດີຮັບເອົາເງິນຊົດເຊີຍແລ້ວຈຳນວນ 567 ຕອນເທົ່າກັບ 94 ສ່ວນຮ້ອຍ, ບໍ່ທັນພົບ 15 ຕອນຫາເຈົ້າຂອງບໍ່ເຫັນ ແລະ ບໍ່ທັນເຫັນດີຮັບເອົາຊົດຄ່າຊົດເຊີຍ 10 ຕອນ. ຂ້າພະເຈົ້າກະໄດ້ເດີນທາງໄປຢ້ຽມຢາມທາງເສັ້ນນີ້ຖືວ່າການກໍ່ສ້າງແມ່ນວ່ອງໄວຫຼາຍໄດ້ຕາມເວລາ ແລະ ມາດຕະຖານແທ້. ການຊົດເຊີຍກະຍັງຄ້າຄາເລັກນ້ອຍ.”

ສ່ວນທ່ານ ຂັດຕິຍະສັກ ໄຊຍະວົງ ຫົວໜ້າຄະນະຄຸ້ມຄອງການກໍ່ສ້າງທາງດ່ວນ ວຽງຈັນ ໄປຫາເມືອງ ວັງວຽງ ດັ່ງກ່າວຖະແຫຼງວ່າບໍລິສັດ ຢຸ່ນໜານ ກໍ່ສ້າງ ແລະ ການລົງທຶນຈາກ ຈີນ ທີ່ເປັນທັງຜູ້ລົງທຶນ ແລະ ຜູ້ໄດ້ຮັບສຳປະທານໂຄງການຈາກລັດຖະບານ ລາວ ນັ້ນ ໄດ້ດຳເນີນການກໍ່ສ້າງທາງດ່ວນດັ່ງກ່າວນີ້ ຄືບໜ້າໄປແລ້ວເກີນກວ່າ 80 ເປີເຊັນຂອງໂຄງການທີ່ມີໄລຍະທາງ 113.5 ກິໂລ ແມັດຈຶ່ງເຊື່ອວ່າການກໍ່ສ້າງຈະແລ້ວສຳເລັດ ແລະ ເປີດໃຊ້ໃນວັນຊາດ ລາວ 2​ ທັນວາ 2020 ຢ່າງແນ່ນອນ.

ທັງນີ້ບໍລິສດ ຢຸ່ນໜານ ກໍ່ສ້າງ ແລະ ການລົງທຶນຈາກ ຈີນ ໄດ້ໃຊ້ເງິນທຶນເຖິງ 1,300 ລ້ານໂດລາສຳລັບການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ນັບຈາກທ້າຍປີ 2018 ເປັນຕົ້ນມາ ແຕ່ກໍໄດ້ຈັດສັນຫຸ້ມໃນສັດສ່ວນ 5 ເປີເຊັນຂອງມູນຄ່າລົງທຶນທັງໝົດໃນໂຄງການໃຫ້ແກ່ລັດຖະບານ ລາວ ຊຶ່ງຖືເປັນການຕອບແທນຕໍ່ການທີ່ລັດຖະບານ ລາວ ໄດ້ຍົກເວັ້ນພາສີການນຳເຂົ້ານໍ້າມັນໃຫ້ແກ່ບໍລິສັດ ຈີນ ໃນຕະຫຼອດການກໍ່ສ້າງ ຫຼື ຈົນກວ່າວ່າການກໍ່ສ້າງທາງດ່ວນດັ່ງກ່າວຈະສຳເລັດສົມບູນນັ້ນເອງ.

ທັງນີ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຢືນຢັນວ່າການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດ ຈີນ ເພື່ອຕອບສະໜອງໃຫ້ກັບໂຄງການກໍ່ສ້າງທາງດ່ວນຈາກນະຄອນຫຼວງ ວຽງຈັນ ໄປເມືອງ ວັງວຽງ ຊຶ່ງເປັນໄລຍະທີ 1​ ໃນໂຄງການກໍ່ສ້າງທາງດ່ວນຈາກນະຄອນຫຼວງ ວຽງຈັນ ໄປເຖິງດ່ານ ບໍ່ເຕັນ ໃນແຂວງຫຼວງນໍ້າທາ ນັ້ນຖືເປັນພາກສ່ວນນຶ່ງທີ່ໄດ້ຮັບການສົ່ງເສີມການລົງທຶນຈາກລັດຖະ ບານ ລາວ ເພາະເປັນໂຄງການທີ່ຈະສ້າງຜົນປະໂຫຍດໃຫ້ກັບ ລາວ ໄດ້ຢ່າງຫຼວງຫຼາຍໃນໄລຍະຍາວ.

ແຕ່ຢ່າງໃດກໍຕາມ ບໍລິສັດ ຈີນ ຈະເປັນລາຍສຸດທ້າຍທີ່ໄດ້ຮັບການຍົກເວັ້ນພາສີການນຳເຂົ້ານໍ້າມັນເຊື້ອໄຟດັ່ງກ່າວ ເພາະລັດຖະບານ ລາວ ໄດ້ປະກາດຢ່າງຄັກແນ່ແລ້ວວ່າ ຈະບໍ່ໃຫ້ການສົ່ງເສີມການລົງທຶນຈາກຕ່າງປະເທດດ້ວຍການຍົກເວັ້ນພາສີການນຳເຂົ້ານໍ້າມັນເຊື້ອໄຟໃຫ້ກັບບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ອີກນັບຈາກປີ 2019 ເປັນຕົ້ນມາແລ້ວ ແຕ່ການຍົກເວັ້ນພາສີການນຳເຂົ້ານໍ້າມັນໃຫ້ບໍລິສັດ ຈີນ ໃນຄັ້ງນີ້ເພາະເຫັນວ່າເປັນໂຄງການທີ່ໃຊ້ເງິນທຶນຫຼາຍທັງຍັງເປັນການສ້າງທາງໃໝ່ຕະຫຼອດເສັ້ນທາງ ໂດຍຜູ້ລົງທຶນຮັບຜິດຊອບຄ່າເວນຄືນທີ່ດິນ ແລະ ສິ່ງປູກສ້າງທັງໝົດອີກ ທັງຍັງໄດ້ຈັດສັນຫຸ້ມສ່ວນການລົງທຶນ 5 ເປີເຊັນໃຫ້ກັບລັດຖະບານ ລາວ ອີກດ້ວຍ.

ທາງດ່ວນ ວຽງຈັນ-ວັງວຽງ ມີໄລຍະທາງ 113.5 ກິໂລແມັດ, ກວ້າງ 23 ແມັດ ມີ 4 ຊ່ອງທາງຈະລາຈອນທີ່ຄູ່ຂະໜານກັບຖະໜົນເລກ 13 ເໜືອ ແຕ່ແຍກ ສີເກີດ ເມືອງນາຊາຍທອງ ໄປເມືອງ ໂພນໂຮງ-ຫີນເຫີບ-ບ້ານທ່າເຮືອ-ວັງວຽງ ມີອາຍຸສຳປະທານ 50 ປີ ໂດຍຈະເກັບຄ່າທຳນຽມການໃຊ້ທາງໃນອັດຕາ 550 ກີບຕໍ່ກິໂລແມັດ ຫຼື 62,000 ກີບໃນຕະຫຼອດເສັ້ນທາງ​ 113.5 ກິໂລແມັດນັ້ນ.

XS
SM
MD
LG