ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການສ້າງເມືອງຫລວງ ຂອງແຂວງວຽງຈັນ ໄລຍະທີ 1 ຈະສໍາເລັດ ໃນ 2015


ການສ້າງ ຂົວຂ້າມນໍ້າງື່ມ ໃນແຂວງວຽງຈັນ
ການສ້າງ ຂົວຂ້າມນໍ້າງື່ມ ໃນແຂວງວຽງຈັນ
ການພັດທະນາເຂດເມືອງໃໝ່ໃຫ້ເປັນສູນກາງການປົກຄອງ
ຂອງແຂວງວຽງຈັນ ລະຍະທີ່ 1 ຈະສໍາເລັດພາຍໃນປີ 2015
ສ່ວນລະຍະທີ່ 2 ນັ້ນກໍຈະໃຫ້ ສໍາເລັດຢ່າງສົມບູນພາຍໃນປີ
2020.

ທ່ານຖາວອນ ເພັງແສງໄຊ ຫົວໜ້າຄະນະຮັບຜິດຊອບໂຄງ
ການພັດທະນາເມືອງວຽງຄໍາໃຫ້ເປັນເມືອງສູນກາງການປົກ
ຄອງແຫ່ງໃໝ່ຂອງແຂວງວຽງຈັນ ໄດ້ຖະແຫຼງຢືນຢັນວ່າ ການ ດໍາເນີນງານໃນໄລຍະນັບແຕ່ປີ 2011 ເປັນຕົ້ນ ມາຈົນເຖິງ
ປັດຈຸບັນນີ້ ເຖິງແມ່ນວ່າຈະຕ້ອງປະສົບກັບບັນຫາຊັກຊ້າກວ່າ
ແຜນການທີ່ວາງໄວ້ກໍຕາມ ຫາກແຕ່ກໍຍັງໝັ້ນໃຈວ່າການດໍາ
ເນີນໂຄງການລະຍະທີ່ 1 ນັ້ນ ຈະສໍາເລັດຕາມແຜນການພາຍ
ໃນປີ 2015 ຢ່າງແນ່ນອນ.

ທັງນີ້ກໍເນື່ອງຈາກວ່າ ລັດຖະບານລາວໄດ້ອະນຸມັດງົບປະ
ມານໃຫ້ກັບໂຄງການ ໄລຍະທີ 1 ດັ່ງກ່າວ ຢ່າງຄົບຖ້ວນແລ້ວ
ຊຶ່ງກໍຄືງົບປະມານໃນມູນຄ່າລວມ 1,100 ຕື້ກີບ ຫຼືຫຼາຍກວ່າ
137 ລ້ານໂດລາ ຕາມອັດຕາແລກປ່ຽນໃນປັດຈຸບັນ ແລະທີ່
ຜ່ານມາ ຄະນະຮັບຜິດຊອບໂຄງການກໍໄດ້ສໍາເລັດການສໍາ
ຫຼວດ ແລະອອກແບບການພັດທະນາໂຄງປະກອບຕ່າງໆ
ຂອງເມືອງໃໝ່ ຢ່າງຄົບຊຸດແລ້ວ.

ສູນກາງການປົກຄອງແຫ່ງໃໝ່ຂອງແຂວງວຽງຈັນຢູ່ທີ່ເມືອງວຽງຄໍາດັ່ງກ່າວນີ້ຈະມີພື້ນທີ່
ກວ້າງເຖິງ 8,000 ເຮັກຕ້າ ແຕ່ສະເພາະເຂດທີ່ຕັ້ງຂອງຫ້ອງວ່າການແຂວງ ແລະສໍານັກ
ງານຕ່າງໆໃນຂັ້ນແຂວງນັ້ນ ຈະມີພື້ນທີ່ກວ້າງເຖິງ 750 ເຮັກຕ້າ ສ່ວນນອກນັ້ນ ກໍຈະ
ເປັນພື້ນທີ່ສໍາລັບຮອງຮັບການກໍ່ສ້າງສະໜາມກິລາ ສວນສາທາລະນະ ຕະຫຼາດ ຄິວລົດ
ໂດຍສານເຂດຊຸມຊົນ ຫຼືເຂດທີ່ຢູ່ອາໄສ ໂຮງໝໍ ແລະບ່ອນກໍາຈັດຖິ້ມຂີ້ເຫຍື້ອ ເປັນຕົ້ນ.

ສ່ວນກ່ຽວກັບລະບົບພື້ນຖານໂຄງລ່າງນັ້ນ ກໍຈະມີການສ້າງຖະໜົນທີ່ປູດ້ວຍຄອນກຣີດ
ເສີມເຫຼັກໃນທົ່ວຕົວເມືອງ ທີ່ມີໄລຍະທາງຍາວລວມ 36.4 ກິໂລ ແມັດ ຊຶ່ງກໍຈະດໍາເນີນ
ການໃຫ້ສໍາເລັດພາຍໃນ 2 ປີຕໍ່ໜ້າ ແລະພ້ອມກັນນີ້ ກໍຈະມີການສ້າງຖະໜົນ ທີ່ເຊື່ອມຕໍ່
ຕົວເມືອງວຽງຄໍາ ໄປຍັງເມືອງອື່ນໆອີກ 3 ເສັ້ນທາງ ແລະຢູ່ພາຍໃນເຂດຕົວເມືອງນັ້ນ ກໍ
ຈະມີສິ່ງອໍານວຍຄວາມສະດວກຕ່າງໆ ສໍາລັບພາກທຸລະກິດ ແລະປະຊາຊົນຢ່າງຄົບຊຸດ.

ພິທີເປີດໂຄງການກໍ່ສ້າງເມືອງຫລວງໃໝ່ຂອງແຂວງວຽງຈັນ
ພິທີເປີດໂຄງການກໍ່ສ້າງເມືອງຫລວງໃໝ່ຂອງແຂວງວຽງຈັນ
ແຕ່ຢ່າງໃດກໍຕາມ ສໍາລັບການດໍາເນີນໂຄງການລະຍະທີ 2
ນັ້ນ ກໍຍັງຄົງບໍ່ ສາມາດປະເມີນໄດ້ວ່າຈະຕ້ອງໃຊ້ຈ່າຍງົບ
ປະມານເທົ່າໃດແທ້ ທັງນີ້ກໍເນື່ອງຈາກວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະພັດທະນາເມືອງສູນກາງການປົກ ຄອງແຫ່ງໃໝ່ຂອງແຂວງວຽງຈັນ ໃຫ້ເປັນເມືອງທີ່ທັນສະ
ໄໝທີ່ສຸດແຫ່ງນຶ່ງໃນລາວນັ້ນເອງ ດັ່ງທີ່ທ່ານບຸນຍັງ ວໍລະ
ຈິດ ຮອງປະທານປະເທດລາວໄດ້ ຖະແຫຼງເນັ້ນຢໍ້າ ເມື່ອ
ບໍ່ດົນມານີ້ວ່າ:

ການສ້າງຕົວເມືອງວຽງຄໍາເປັນເມືອງເອກຂອງແຂວງຈະຕ້ອງຕິດພັນກັບ ການພັດທະນາລຽບແຄມສອງຝັ່ງນໍ້າງື່ມ ບັນຫານີ້ກໍໄດ້ຮັບການຕົກລົງຈາກ
ຂັ້ນເທິງແລ້ວ ແຕ່ຕ້ອງໄດ້ເຮັດເປັນກ້າວໆ ຕ້ອງວາງຜັງເມືອງໃຫ້ລະອຽດ ແລ້ວກະໃຫ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ຕ້ອງໄດ້ຮັບປະກັນໄດ້ 3 ບັນຫາຄື ຄວາມສວຍງາມທີ່ເປັນເອກກະລັກຂອງທ້ອງຖິ່ນ ຄວາມທັນສະໄໝ ແລະ ການມີສະພາບແວດລ້ອມທີ່ດີ ສີຂຽວໃຫ້ມັນໄດ້.”


ໂຄງການພັດທະນາເມືອງ ສູນກາງການປົກຄອງແຫ່ງໃໝ່ຂອງແຂວງວຽງຈັນ ດັ່ງກ່າວນີ້ ລັດຖະບານລາວໄດ້ຮັບການຊ່ວຍເຫຼືອ ທັງໃນດ້ານການສຶກສາຄວາມເປັນໄປໄດ້ ການ
ວາງຜັງເມືອງແລະການອອກແບບກໍ່ສ້າງຢ່າງຄົບຊຸດ ຈາກລັດຖະບານຍີ່ປຸ່ນ ໂດຍໃນນີ້ ກໍລວມເຖິງການສຶກສາສໍາຫຼວດ ແລະອອກແບບສໍາລັບໂຄງການພັດທະນາ ໄລຍະທີ່ 2
ດ້ວຍ ສະນັ້ນຈຶ່ງຄາດໝາຍວ່າ ລັດຖະບານຍີ່ປຸ່ນຈະໃຫ້ການຊ່ວຍເຫຼືອດ້ານງົບປະມານ
ແກ່ລັດຖະບານລາວ ດ້ວຍເຊັ່ນກັນ.

ແຕ່ຢ່າງໃດກໍຕາມ ການພັດທະນາໂຄງການດັ່ງກ່າວນີ້ ກໍຍັງຄົງປະສົບກັບບັນຫາກ່ຽວກັບ
ການເວນຄືນທີ່ດິນຈາກປະຊາຊົນລາວ ຈໍານວນຫຼາຍກວ່າ 200 ລາຍ ເນື່ອງຈາກປາກົດ
ວ່າ ປະຊາຊົນບາງສ່ວນຍັງຄົງບໍ່ຍອມຍົກຍ້າຍ ອອກໄປຈາກເຂດກໍ່ສ້າງໂຄງການ ຈົນ ເຖິງທຸກມື້ນີ້ ໂດຍເຊື່ອວ່າ ເປັນຍ້ອນບໍ່ພໍໃຈອັດຕາຄ່າຊົດເຊີຍທີ່ດິນ ທີ່ຕໍ່າກວ່າຄວາມເປັນ
ຈິງນັ້ນເອງ.
XS
SM
MD
LG