ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ວຽງຈັນ ໂລຈິສຕິກ ພາກຄ໌ ໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງ ທີ່ເວນຄືນຈາກປະຊາຊົນ ໃນເຂດນະຄອນວຽງຈັນ ໄດ້ພຽງແຕ່ 12 ເປີເຊັນເທົ່ານັ້ນ


ຕູ້ສິນຄ້າສຳລັບຂົນສິ່ງທາງລົດໄຟ ຢູ່ທີ່ສາງເກັບຕູ້ສິນຄ້າ ດົງໂພສີ ໃນນະຄອນຫຼວງວຽງຈັນ, ສປປ ລາວ.
ຕູ້ສິນຄ້າສຳລັບຂົນສິ່ງທາງລົດໄຟ ຢູ່ທີ່ສາງເກັບຕູ້ສິນຄ້າ ດົງໂພສີ ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ບໍລິສັດ ວຽງຈັນ ໂລຈິສຕິກ ພາກຄ໌ (Vientiane Logistic Park) ໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນແລະສິ່ງປູກສ້າງທີ່ເວນຄືນຈາກປະຊາຊົນໃນເຂດນະຄອນວຽງຈັນ ໄດ້ພຽງແຕ່ 12 ເປີເຊັນເທົ່ານັ້ນ ຂອງຈຳນວນທີ່ຖືກກະທົບທັງໝົດ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ສະມາຊິກສະພາປະຊາຊົນ ເຂດນະຄອນວຽງຈັນ ເປີດເຜີຍວ່າ ການເວນຄືນທີ່​ດິນແລະສິ່ງປູກສ້າງຂອງປະຊາຊົນທີ່ຢູ່ໃນເຂດພັດທະນາໂຄງການ Vientiane Logistic Park ເພື່ອຮອງຮັບການຂົນສົ່ງສິນຄ້າ ໂດຍທາງລົດໄຟລາວ-ຈີນ ຊຶ່ງໄດ້ທຳການເວນຄືນນັບແຕ່ປີ 2019 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ປາກົດວ່າ ບໍລິສັດຜູ້ລົງທຶນ ໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນແລະສິ່ງປູກສ້າງ ໃຫ້ກັບປະຊາຊົນທີ່ຖືກກະທົບໄດ້ພຽງແຕ່ 19 ລາຍຫຼື 12 ເປີເຊັນເທົ່ານັ້ນ ຈາກຜູ້ຖືກກະທົບທັງໝົດ 89 ລາຍ ທັງຍັງປາກົດດ້ວຍວ່າ ໄດ້ມີການປັບຫລຸດຄ່າເວນຄືນລົງອີກ ທັງໆທີ່ຄ່າເວນຄືນທີ່ກຳນົດໃນໄລຍະທີ່ຜ່ານມານັ້ນ ເປັນອັດຕາທີ່ຕ່ຳກວ່າຄວາມເປັນຈິງຢູ່ແລ້ວ ສະນັ້ນ ຈຶ່ງຖືເປັນສິ່ງທີ່ບໍ່ຍຸຕິທຳຕໍ່ປະຊາຊົນລາວ ທີ່ຖືກກະທົບຈາກໂຄງການ ດັ່ງທີ່ສະມາຊິກສະພາປະຊາຊົນໃນເຂດນະຄອນວຽງຈັນ ໃຫ້ການຢືນຢັນວ່າ:

“ບັນຫາທີ່ພົ້ນເດັ່ນແລະເຄັງຮ້ອນທີ່ສຸດຂອງເມືອງຫາດຊາຍຟອງ ແມ່ນບັນຫາກ່ຽວກັບການຊົດເຊີຍໂຄງການລົງທຶນ ເປັນຕົ້ນແມ່ນໂຄງການລົງທຶນຂອງ Logistic ເຂົາເອີ້ນວ່າ ທ່າບົກທ່ານາແລ້ງດົງໂພສີຫັ້ນ ດິນຢູ່ໃນໂຄງການ Logistic ມີທັງໝົດ 89 ຕອນ ໃນ 89 ຕອນຫັ້ນ ໄດ້ຮັບການແກ້ໄຂພຽງແຕ່ 19 ຕອນ ໃນ 51.1 ເຮັກຕາຫັ້ນ ສະນັ້ນ ຍັງຕໍ່າທຽບໃສ່ເປີເຊັນກໍໄດ້ແຕ່ 12 ໃນ 89 ຕອນຫັ້ນນະ ສະນັ້ນ ເຮັດໃຫ້ປະຊາຊົນນະຄອນຄອງຄອຍຫັ້ນແຫຼະ.”

ຊຶ່ງກໍເຊັ່ນດຽວກັນກັບໂຄງການທາງລົດໄຟ ລາວ-ຈີນ ໃນລາວ ທີ່ໄດ້ເວນຄືນທີ່ດິນກັບສິ່ງປູກສ້າງຕ່າງໆຂອງປະຊາຊົນ 8,139 ຄອບຄົວ ໃນນີ້ ກໍສາມາດຕົກລົງແລະຈ່າຍເງິນຊົດເຊີຍຕາມລະບຽບກົດໝາຍຂອງລາວ ໄດ້ແລ້ວ 7,306 ຄອບຄົວ ຄິດເປັນມູນຄ່າຊົດເຊີຍ 1,530.52 ຕື້ກີບ ຈຶ່ງຍັງເຫຼືອ 833 ຄອບຄົວທີ່ຍັງບໍ່ຍອມຮັບເອົາເງິນຊົດເຊີຍໃນມູນຄ່າ 313.48 ຕື້ກີບ ເພາະເຫັນວ່າ ການຊົດເຊີຍມີອັດຕາທີ່ຕ່ຳກວ່າຄວາມເປັນຈິງ ລວມທັງບໍ່ສາມາດຕິດຕາມຕົວຜູ້ທີ່ເປັນເຈົ້າຂອງທີ່ດິນຈຳນວນນຶ່ງໄດ້ເລີຍ ຈົນເຖິງປັດຈຸບັນ ຊຶ່ງເປັນໜ້າທີ່ຂອງຄະນະກຳມະການລະດັບທ້ອງຖິ່ນທີ່ຈະຕ້ອງຕິດຕາມ-ແກ້ໄຂຕໍ່ໄປ ດັ່ງທີ່ທ່ານງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ໄດ້ຖະແຫລງວ່າ:

“ສຳລັບງົບປະມສານໃນການຊົດເຊີຍທັງໝົດ ທີ່ວ່າ ໝວດເຮົາໂອນໃຫ້ທາງແຂວງແລະນະຄອນຫຼວງຫັນປະມານ 1,844 ຕື້ກີບເນາະ ຊຶ່ງໃນນີ້ ມີຂອງລັດຖະບານເຮົາແມ່ນ 1,347 ຕື້ກີບ ແລະຂອງບໍລິສັດລົດໄຟລາວ-ຈີນ 493 ຕື້ກີບ ກະຖືວ່າ ປະຕິບັດຄ່າຊົດເຊີຍປັດຈຸບັນນີ້ໄດ້ປະມານ 83 ເປີເຊັນຂອງຈຳນວນ ເງິນທີ່ໂອນໄປແລ້ວ ຍັງເຫຼືອປະມານ 310 ຕື້ ກະຖືວ່າ ໃຫ້ອົງການປົກຄອງທ້ອງຖິ່ນຫັ້ນສືບຕໍ່ຊົດເຊີຍໃຫ້ແກ່ປະຊາຊົນເນາະ ການເບີກຈ່າຍກໍຕ້ອງຮັບປະກັນໃຫ້ມີເອກະສານສອດຄ້ອງກັບຜູ້ທີ່ຖືກຜົນກະທົບຕົວຈິງ ຕາມບັນຊີທີ່ຮັບຮອງຈາກອົງການປົກຄອງທ້ອງຖິ່ນ.”

ທັງນີ້ ໂຄງການທາງລົດໄຟ ລາວ-ຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 8,139 ຄອບຄົວໃນເຂດ 13 ເມືອງຂອງແຂວງຫລວງນ້ຳທາ ອຸດົມໄຊ ຫລວງພະບາງ ວຽງຈັນ ແລະນະຄອນວຽງຈັນ ໂດຍມີທີ່ດິນທີ່ຖືກເວນຄືນ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫຼັງ ຕົ້ນໄມ້ກວ່າ 1 ລ້ານຕົນ ຫາກແຕ່ວ່າ ກໍຍັງປາກົດມີການຊັກຊ້າໃນການຈ່າຍເງິນຊົດເຊີຍເລື້ອຍມາ ໂດຍການຊົດເຊີຍຢູ່ໃນແຂວງຫລວງນ້ຳທາ ອຸດົມໄຊ ຫລວງພະບາງ ມີອັດຕາສະເລ່ຍ 11,000 ຫາ 80,000 ກີບຕໍ່ຕາແມັດ ສ່ວນທີ່ແຂວງວຽງຈັນ ແລະນະຄອນວຽງຈັນນັ້ນ ມີອັດຕາຊົດເຊີຍ 15,000 ຫາ 137,000 ກີບຕໍ່ຕາແມັດ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ລາຍງານວ່າ ທີ່ດິນຢູ່ທີ່ເຂດເມືອງນາຊາຍທອງ ມີລາຄາສະເລ່ຍທີ່ 1.3 ລ້ານກີບຕໍ່ຕາແມັດ ແຕ່ກໍມີການຊົດເຊີຍທີ່ອັດຕາ 137,000 ກີບຕໍ່ຕາແມັດຄິດເປັນ 10 ເປີເຊັນເທົ່ານັ້ນຂອງລາຄາຊື້ຂາຍຕົວຈິງ ຈຶ່ງເຮັດໃຫ້ປະຊາຊົນລາວ ບໍ່ຍອມຮັບການຊົດເຊຍທີ່ມີອັດຕາທີ່ຕ່ຳເກີນໄປດັ່ງກ່າວ.

ສ່ວນບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ຈຳກັດ ກໍຍັງໄດ້ຮັບສິດໃນການເວນຄືນທີ່ດິນທີ່ຕໍ່ເນື່ອງກັບສະຖານີນະຄອນວຽງຈັນ 1,000 ເຮັກຕາ ສະຖານີທີ່ເມືອງໄຊ 1,000 ເຮັກຕາ ສະຖານີວັງວຽງ 500 ເຮັກຕາ ແລະສະຖານີຫລວງພະບາງ 500 ເຮັກຕາທີ່ແນໃສ່ການເຊື່ອມຕໍ່ລະບົບ Logistic ລະຫວ່າງລາວ-ຈີນ ແລະອາຊຽນໃຫ້ໄດ້ຢ່າງຄົບວົງຈອນ.

XS
SM
MD
LG