ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຄາດໝາຍວ່າ ລາຍຮັບສະເລ່ຍ ໃນນະຄອນວຽງຈັນ ຈະເພີ້ມຂຶ້ນເປັນ 4,000 ໂດລາ ຕໍ່ຄົນ ພາຍໃນປີ 2015


ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ
ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ

ເຈົ້າຄອງນະຄອນຫຼວງວຽງຈັນຄາດໝາຍວ່າ ລາຍໄດ້ສະເລ່ຍຂອງປະຊາຊົນຈະເພີ່ມຂຶ້ນເປັນ 4,000 ໂດລາ ຕໍ່ຄົນໃນປີ 2015 ໃນຂະນະທີ່ລາຍໄດ້ສະເລ່ຍຂອງປະຊາຊົນໃນແຂວງຫົວພັນ ຍັງຕໍ່າກວ່າ 1,000 ໂດລາ.

ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພັດທະນາເສດຖະກິດໃນເຂດນະຄອນຫຼວງວຽງຈັນ ນັບຈາກປັດຈຸບັນໄປຈົນເຖິງປີ
2015 ຈະສາມາດຮັກສາລະດັບການເຕີບໂຕຂອງຍອດຜະລິດຕະພັນລວມພາຍໃນ
(GDP) ໄດ້ໃນອັດຕາສະເລ່ຍທີ່ບໍ່ຕໍ່າກວ່າ 12% ຕໍ່ປີຢ່າງແນ່ນອນ.

ຍິ່ງໄປກວ່ານັ້ນ ຖ້າຫາກການດໍາເນີນງານເປັນໄປຕາມແຜນການ ແລະເປົ້າໝາຍທີ່ວາງໄວ້
ໃນທຸກໆດ້ານ ກໍຍັງຈະເຮັດໃຫ້ມູນຄ່າຂອງ GDP ໃນປີ 2015 ສາມາດວັດສະເລ່ຍເປັນ
ລາຍໄດ້ຂອງປະຊາກອນລາວ ໃນເຂດນະຄອນຫຼວງວຽງຈັນໄດ້ເຖິງ 4,000 ໂດລາຕໍ່ຄົນ
ຕໍ່ປີ ແລະ ຍັງຈະເປັນພື້ນຖານທີ່ສໍາຄັນ ໃຫ້ກັບການພັດທະນະຄອນຫຼວງວຽງຈັນ ໄປສູ່
ຄວາມທັນສະໄໝໄດ້ຢ່າງແທ້ຈິງອີກດ້ວຍ ດັ່ງທີ່ທ່ານ ສຸກັນ ໄດ້ຖະແຫຼງຢືນຢັນວ່າ:

ສິນຄ້າທີ່ລົງທຶນຜະລິດຢູ່ລາວໄດ້ນໍາເຂົ້າມາຂາຍ ແລະວາງສະແດງ ໃນນະຄອນຫລວງວຽງຈັນ ຊຶ່ງເປັນສິ່ງນຶ່ງພາໃຫ້ປະຊາຊົນໃນ ນະຄອນດັ່ງກ່າວມີລາຍໄດ້ເພີ້ມຂຶ້ນ
ສິນຄ້າທີ່ລົງທຶນຜະລິດຢູ່ລາວໄດ້ນໍາເຂົ້າມາຂາຍ ແລະວາງສະແດງ ໃນນະຄອນຫລວງວຽງຈັນ ຊຶ່ງເປັນສິ່ງນຶ່ງພາໃຫ້ປະຊາຊົນໃນ ນະຄອນດັ່ງກ່າວມີລາຍໄດ້ເພີ້ມຂຶ້ນ

ສູ້ຊົນສ້າງເສດຖະກິດ
ນະຄອນຫຼວງວຽງຈັນ

ໃຫ້ມີຄວາມໜັກແໜ້ນ
ມີການຂະຫຍາຍຕົວຕໍ່
ເນື່ອງ ແລະ ໝັ້ນທ່ຽງ
ແຕ່ລະປີເສດຖະກິດ
ຂະຫຍາຍຕົວບໍ່ໃຫ້ຫຼຸດ
12% ສ້າງໂຄງປະກອບ
ເສດຖະກິດທີ່
ສມສ່ວນ
ກ້າວສູ່ການຫັນເປັນ
ອຸດສາຫະກໍາ, ຫັນເປັນ
ທັນສະໄໝ ລວມຍອດ
ຜະລິດຕະພັນພາຍໃນບໍ່ໃຫ້ຫຼຸດ 23 ພັນຕື້ກີບສະເລ່ຍລາຍຮັບພົນລະເມືອງ
ບໍ່ໃຫ້ຫຼູດ 4,000
ໂດລາ.

ສໍາລັບໃນໄລຍະຈາກປີ 2006-2010 ນັ້ນ GDP ຂອງນະຄອນຫຼວງວຽງຈັນໄດ້ຂະຫຍາຍ
ຕົວເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 12.1% ຕໍ່ປິ ຈຶ່ງເຮັດໃຫ້ ທ່ານ ສຸກັນ ເຊື່ອໝັ້ນວ່າ ໃນ ຕະຫຼອດໄລຍະນັບຈາກປີ 2011-2015 ນັ້ນ GDP ຂອງນະຄອນຫຼວງວຽງຈັນ ກໍຈະຍັງມີ ການຂະຫຍາຍຕົວເພີ່ມຂຶ້ນຕໍ່ໄປໃນອັດຕາສະເລ່ຍບໍ່ຕໍ່າກວ່າ 12% ຕໍ່ປີດັ່ງກ່າວ ໃນຂະນະ
ດຽວກັນ ລາຍໄດ້ສະເລ່ຍຂອງປະຊາຊົນໃນເຂດນະຄອນຫຼວງວຽງຈັນໃນປີ 2015 ກໍຍັງຈະ ເພີ່ມຂຶ້ນຈາກລະດັບໃນປັດຈຸບັນນີ້ ເກີນກວ່າ 2 ເທົ່າອີກດ້ວຍ.

ທັງນີ້ໂດຍໂຄງປະກອບທາງເສດຖະກິດຂອງນະຄອນຫຼວງວຽງຈັນນັ້ນ ພາກກະສິກໍາ-
ປ່າໄມ້ກວາມເອົາ 19% ພາກອຸດສາຫະກໍາ ແລະກໍ່ສ້າງ 43% ແລະພາກບໍລິການ
38% ຂອງມູນຄ່າ GDP ໂດຍໃນແຜນການປີ 2010-2011 ທີ່ຜ່ານມາ ພາກກະສິກໍາ
-ປ່າໄມ້ ມີການຂະຫຍາຍຕົວ 10% ພາກອຸດສາຫະກໍາ ແລະ ກໍ່ສ້າງຂະຫຍາຍຕົວ 14%
ແລະ ພາກບໍລິການຂະຫຍາຍຕົວ 13% ຕາມລໍາດັບ.

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ
ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ

ແຕ່ຢ່າງໃດກໍຕາມ ທ່ານ ຈູມ
ມະລີ ໄຊຍະສອນ ປະທານ
ປະເທດ ແລະເລຂາທິການ
ໃຫຍ່ພັກປະຊາຊົນປະຕິວັດ
ລາວໄດ້ ຖະແຫຼງຮຽກຮ້ອງ
ຕໍ່ຄະນະກໍາມະການບໍລິຫານ
ງານພັກ ນະຄອນຫຼວງວຽງ
ຈັນ ເມື່ອບໍ່ນານມານີ້ວ່າ
ການທີ່ຈະສາມາດບັນລຸເປົ້າ
ໝາຍສະຫັດສະວັດຂອງການ
ພັດທະນາ ເພື່ອເຮັດໃຫ້ປະຊາ
ຊົນລາວຫຼຸດພົ້ນຈາກຄວາມທຸກຍາກ ໄດ້ຢ່າງແທ້ຈິງພາຍໃນປິ 2015 ນັ້ນ ກໍມີຄວາມ
ຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງມີການພັດທະນາປັບປຸງການບໍລິຫານງານ ແລະຍົກລະດັບ ຄວາມຮູ້ຄວາມສາມາດຂອງບຸກຄະລາກອນໃນໜ່ວຍງານຕ່າງໆ ຂອງພັກ ແລະລັດ
ຖະບານຄວບຄູ່ກັນໄປ.

ໂດຍສະເພາະແມ່ນເຂດນະຄອນຫຼວງວຽງຈັນນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຄະນະ ພັກນະຄອນຫຼວງຈະຕ້ອງໃຫ້ຄວາມສໍາຄັນ ກັບບັນຫາດັ່ງກ່າວນີ້ຫຼາຍເປັນພິເສດ ເນື່ອງ
ຈາກວ່ານະຄອນຫຼວງວຽງຈັນ ບໍ່ພຽງແຕ່ຈະມີສະຖານະເປັນເມືອງຫຼວງຂອງປະເທດ
ລາວເທົ່ານັ້ນ ຫາກແຕ່ຍັງຈະຕ້ອງດໍາເນີນການພັດທະນາ ໃຫ້ເປັນສູນກາງທາງເສດ
ຖະກິດ-ການເມືອງ ແລະ ສັງຄົມວັດທະນາທໍາຂອງຊາດລາວໃນໄລຍະຕໍ່ໄປອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ໃນຄະນະຊີ້ນໍາການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກ
ຍາກແຫ່ງຊາດລາວ ກໍຍອມຮັບວ່າ ລະດັບການພັດທະນາທາງເສດຖະກິດຂອງນະຄອນ
ຫຼວງວຽງຈັນ ມີຄວາມແຕກໂຕນກັນກັບຕ່າງ ແຂວງຫຼາຍຂຶ້ນນັບມື້ ຊຶ່ງຈະເຫັນໄດ້ຢ່າງ
ຊັດເຈນ ຈາກລະດັບການພັດທະນາທາງເສດຖະກິດຂອງແຂວງຫົວພັນ ທີ່ໃນປັດຈຸບັນນີ້
ຍັງມີປະຊາຊົນເຖິງ 43% ຂອງຈໍານວນ 45,573 ຄອບຄົວ ໃນທົ່ວແຂວງນັ້ນ ຍັງມີຄວາມ
ເປັນຢູ່ທີ່ທຸກຍາກຢ່າງຍິ່ງ. ທັງນີ້ ໂດຍສະເພາະແມ່ນປະຊາຊົນໃນເຂດເມືອງວຽງໄຊນັ້ນ ຍັງມີລາຍໄດ້ສະເລ່ຍພຽງແຕ່ 325 ໂດລາຕໍ່ຄົນ ເທົ່ານັ້ນ ແລະເປັນການຍາກຢ່າງຍິ່ງ ທີ່ຈະເພີ່ມລາຍໄດ້ສະເລ່ຍໃຫ້ເຖິງ 1,000 ໂດລາ ຕໍ່ຄົນໃນປີ 2015 ອີກດ້ວຍ.

XS
SM
MD
LG