ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນຫຼວງວຽງຈັນ ເປັນເຂດ ທີ່ມີປະຊາກອນອາໄສຢູ່ ຢ່າງໜາແໜ້ນທີ່ສຸດ ໃນລາວ


ຄຸ້ມບ້ານຢູ່ຕາມແຄມຝັ່ງແມ່ນ້ຳຂອງ ຈະເຫັນໄດ້ວ່າ ມີເຮືອນຊານບ້ານຊອງ ຂອງປະຊາຊົນຢ່າງໜາແໜ້ນ ແລະ ເປັນເຂດທີ່ມີປະຊາກອນອາໄສຢູ່ ຢ່າງໜາແໜ້ນທີ່ສຸດ.
ຄຸ້ມບ້ານຢູ່ຕາມແຄມຝັ່ງແມ່ນ້ຳຂອງ ຈະເຫັນໄດ້ວ່າ ມີເຮືອນຊານບ້ານຊອງ ຂອງປະຊາຊົນຢ່າງໜາແໜ້ນ ແລະ ເປັນເຂດທີ່ມີປະຊາກອນອາໄສຢູ່ ຢ່າງໜາແໜ້ນທີ່ສຸດ.

ນະຄອນຫຼວງວຽງຈັນ ເປັນເຂດທີ່ມີປະຊາກອນອາໄສຢູ່ ຢ່າງ
ໜາແໜ້ນທີ່ສຸດໃນລາວ ຄືມີ 209 ຄົນຕໍ່ກິໂລແມັດມົນທົນ ໃນ
ຂະນະທີ່ແຂວງໄຊສົມບູນ ມີອັດຕາຄວາມໜາແໜ້ນພຽງແຕ່
10 ຄົນເທົ່ານັ້ນ.

ທ່ານບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ມະຫາ
ພາກ ແລະ ການບໍລິການ ໃນຖານະຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດ ພົນ
ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 4 ໄດ້ຖະແຫລງຢືນຢັນວ່າ ການດຳເນີນການ
ສຳຫຼວດ ໃນຊ່ວງຕົ້ນເດືອນມີນາ 2015 ທີ່ຜ່ານມາ ພົບວ່າ ໃນທົ່ວປະເທດລາວ ມີປະຊາ
ກອນທັງໝົດ 6,472,400 ຄົນ ໂດຍໃນນີ້ ແບ່ງເປັນປະຊາກອນເພດຍິງ 3,237,600 ຄົນ
ແລະ ເພດຊາຍ 3,234,800 ຄົນ.

ພາບຖ່າຍ ເຂດເມືອງໃຫຍ່ຂອງແຂວງໄຊສົມບູນ ຈາກດາວທຽມ ບໍລິສັດ ກູໂກ ຈະເຫັນໄດ້ວ່າ ພື້ນທີ່ຂອງເມືອງນັ້ນ ແມ່ນມີປະຊາຊົນອາໄສຢູ່ ບໍ່ໜາແໜັ້ນ ເທົ່າກັບນະຄອນຫຼວງວຽງຈັນ
ພາບຖ່າຍ ເຂດເມືອງໃຫຍ່ຂອງແຂວງໄຊສົມບູນ ຈາກດາວທຽມ ບໍລິສັດ ກູໂກ ຈະເຫັນໄດ້ວ່າ ພື້ນທີ່ຂອງເມືອງນັ້ນ ແມ່ນມີປະຊາຊົນອາໄສຢູ່ ບໍ່ໜາແໜັ້ນ ເທົ່າກັບນະຄອນຫຼວງວຽງຈັນ

ໂດຍຈາກສະຖິຕິດັ່ງກ່າວນີ້ ຖືເປັນຈຳນວນປະຊາກອນທີ່ເພີ້ມຂຶ້ນ
ໃນອັດຕາສະເລ່ຍ 1.45 ເປີເຊັນ ຕໍ່ປີ ແລະ ຖືວ່າລົດລົງຈາກການ
ສຳຫຼວດໃນປີ 2005 ທີ່ການເພີ້ມຈຳນວນປະຊາກອນລາວ ຢູ່ທີ່
ລະດັບ 2.08 ເປີເຊັນ ຕໍ່ປີ ຊຶ່ງເຮັດໃຫ້ຄາດໝາຍໄດ້ວ່າ ຈົນເຖິງ
ສິ້ນປີ 2015 ນີ້ ໃນທົ່ວປະເທດຈະມີຈຳນວນ ປະຊາກອນເພີ້ມ
ຂຶ້ນເປັນ 6 ລ້ານ 8 ແສນຄົນ ໂດຍນະຄອນຫຼວງວຽງຈັນ ເປັນ
ເຂດທີ່ມີປະຊາກອນອາໄສຢູ່ ຢ່າງໜາແໜ້ນທີ່ສຸດຄື 209 ຄົນຕໍ່
ກິໂລແມັດມົນທົນ ທັງກໍຍັງຈະເພີ້ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ດັ່ງ
ທີ່ທ່ານສາຍທອງ ແກ້ວດວງດີ ຮອງເຈົ້າຄອງເຂດນະຄອນຫຼວງ
ວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ປະຊາກອນພວກເຮົາ ປັດຈຸບັນ ກໍມີຢູ່ໃນລະດັບ 840,000 ກວ່າຄົນ ແລະ
ບວກໃສ່ປະຊາກອນ ທີ່ເໜັງຕີງ ຈາກແຕ່ລະແຂວງ ແຕ່ລະພາກສ່ວນ ເຂົ້າ
ມາເຮັດທຸລະກິດ ການຄ້າ ການຂາຍ ມາທ່ອງມາທ່ຽວນີ້ ກໍປະມານ 9 ແສນ
ກວ່າ ຫຼືສູງສຸດ ໃນບາງລະຍະ ມັນຂຶ້ນຮອດລ້ານ.”

ສ່ວນແຂວງໄຊສົມບູນນັ້ນ ມີປະຊາກອນອາໄສຢູ່ ຄິດເປັນອັດຕາຄວາມໜາແໜ້ນພຽງ
ແຕ່ 10 ຄົນຕໍ່ກິໂລແມັດມົນທົນເທົ່ານັ້ນ ຊຶ່ງກໍເຊັ່ນດຽວກັນກັບແຂວງຜົ້ງສາລີ ແຕ່ແຂວງ
ທີ່ມີຈຳນວນປະຊາກອນຫຼາຍທີ່ສຸດ ຄື ສະຫວັນນະເຂດ ນະຄອນຫຼວງວຽງຈັນ ຈຳປາສັກ
ແລະ ຫຼວງພະບາງ ຕາມລຳດັບ.

ທາງດ້ານທ່ານຄຳລຽນ ພົນເສນາ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະ
ການລົງທຶນ ໄດ້ຖະແຫລງວ່າ ດ້ວຍຜົນຈາກການສຳຫຼວດດັ່ງນີ້ ຍັງເຮັດໃຫ້ຄາດໝາຍ
ໄດ້ວ່າ ປະຊາກອນລາວຈະເພີ້ມຂຶ້ນເປັນ ເກີນກວ່າ 10 ລ້ານຄົນ ໃນປີ 2050 ອີກດ້ວຍ
ເພາະປະຊາກອນໃນລາວໄດ້ເພີ້ມຈຳນວນຫຼາຍຂຶ້ນຢ່າງຕໍ່ເນື່ອງ ໃນລະຍະ 30 ປີມານີ້
ຄືເພີ້ມຈາກ 3 ລ້ານ 5 ແສນກວ່າຄົນໃນປີ 1985 ເປັນ 4 ລ້ານ 5 ແສນຄົນ ໃນປີ 1995
ແລະ 5 ລ້ານ 6 ແສນຄົນ ໃນປີ 2005 ຕາມລຳດັບ ແລະ ເຖິງທ້າຍປີ 2015 ນີ້ ຈຳນວນ
ປະຊາກອນລາວ ກໍຍັງຈະເພີ້ມຂຶ້ນອີກ ໂດຍຄິດເປັນອັດຕາການເພີ້ມ ຈຳນວນປະຊາ
ກອນເຖິງ 25 ເປີເຊັນ ໃນທຸກ 10 ປີນັ້ນເອງ.

ກ່ອນໜ້ານີ້ ຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສລະດັບຊາດຄັ້ງທີ 4
ລາຍງານວ່າ ໄດ້ຈັດແບ່ງພື້ນທີ່ໃນການສຳຫຼວດອອກເປັນທັງໝົດ 20,992 ພື້ນທີ່ໃນ
ເຂດ 8,506 ບ້ານທີ່ຕັ້ງຢູ່ໃນ 148 ເມືອງໃນທົ່ວປະເທດ ໂດຍປະມານການວ່າ ມີປະຊາ
ກອນລາວໃນ 1,283,000 ກວ່າຄອບຄົວ ທີ່ເປັນເປົ້າໝາຍຂອງການສຳຫຼວດດັ່ງກ່າວ.

ໂດຍເນື້ອໃນສຳຄັນທີ່ເປັນຜົນທີ່ໄດ້ຮັບ ຈາກການສຳຫຼວດຄືດັດຊະນີໝາຍຕົ້ນຕໍ ກ່ຽວ
ກັບປະຊາກອນ ດັດຊະນີໝາຍກ່ຽວກັບການສຶກສາ ແລະສຸຂະພາບ ດັດຊະນີໝາຍ ທີ່
ກ່ຽວກັບອັດຕາການເກີດ ການຕາຍ ດັດຊະນີໝາຍກ່ຽວກັບແຮງງານ ຊົນເຜົ່າ ສາສະໜາ
ແລະສະພາບທີ່ຢູ່ອາໄສຂອງພົນລະເມືອງລາວ ລວມເຖິງສະພາບຊີວິດຄວາມເປັນຢູ່
ທາງເສດຖະກິດ ແລະສຸຂະພາບອະນາໄມ ຂອງແຕ່ລະຄົວເຮືອນອີກດ້ວຍ.

ການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສໃນທົ່ວປະເທດລາວ ໄດ້ດຳເນີນການ ໃນຊ່ວງ
ວັນທີ 1-7 ມີນາ 2015 ຊຶ່ງຖືເປັນຄັ້ງທີ 4 ນັບຈາກການສຳຫຼວດຄັ້ງທຳອິດໃນປີ 1985
ທີ່ຕິດຕາມດ້ວຍ ຄັ້ງທີ 2 ໃນປີ 1995 ແລະຄັ້ງທີ 3 ໃນປີ 2005 ຫາກແຕ່ສຳລັບຄັ້ງທີ 4
ຖືໄດ້ວ່າ ມີຄວາມສຳຄັນຢ່າງຍິ່ງຕໍ່ການວາງແຜນພັດທະນາເສດຖະກິດ-ສັງຄົມ ລະຍະ
5 ປີ ຄັ້ງທີ 8 ຊຶ່ງລັດຖະບານລາວ ໄດ້ວາງເປົ້າໝາຍ ຈະເຮັດໃຫ້ລາວຫລຸດພົ້ນຈາກ
ສະພາບດ້ອຍພັດທະນາ ໃຫ້ໄດ້ພາຍໃນປີ 2020 ຕໍ່ໄປ.

XS
SM
MD
LG