ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ແຂວງວຽງຈັນສົ່ງເສີມການລົງທຶນ ຕ່າງປະເທດ ເພື່ອພັດທະນາອ່າງນໍ້າງື່ມ ໃຫ້ເປັນບ່ອນ ທ່ອງທ່ຽວ ຄົບວົງຈອນ


ພາບທີວທັດຂອງອ່າງນໍ້າງື່ມຢູ່ແຂວງວຽງຈັນທີ່ຕັ້ງຢູ່ປະມານ 60 ກິໂລແມັດຫ່າງຈາກນະຄອນຫລວງວຽງຈັນ
ພາບທີວທັດຂອງອ່າງນໍ້າງື່ມຢູ່ແຂວງວຽງຈັນທີ່ຕັ້ງຢູ່ປະມານ 60 ກິໂລແມັດຫ່າງຈາກນະຄອນຫລວງວຽງຈັນ

ເຈົ້າແຂວງວຽງຈັນໄດ້ໃຫ້ການສົ່ງເສີມການລົງທຶນຂອງຕ່າງປະເທດໃຫ້ເຂົ້າມາໃນພາກບໍລິການແລະການທ່ອງທ່ຽວຄົບວົງຈອນຢູ່ອ່າງນໍ້າງື່ມຫລາຍກວ່າ 10 ບໍລິສັດ, ໂດຍສະເພາະແມ່ນການລົງທຶນຈາກຈີນ. ຊົງລິດ ໂພນເງິນມີລາຍງານມາຈາກບາງກອກ.

ທ່ານຄໍາພັນ ສິດທິດໍາພາ, ເຈົ້າແຂວງແຂວງວຽງຈັນຖະແຫລງວ່າການຄົມມະນາຄົມ - ຂົນສົ່ງທີ່ສະດວກແລະວ່ອງໄວກວ່າເກົ່າ ໂດຍສະເພາະແມ່ນການເປີດໃຊ້ທາງດ່ວນຈາກວຽງຈັນມາເຖິງເມືອງວັງວຽງໃນທ້າຍປີ 2020 ເປັນຕົ້ນມາ ທັງຍັງມີກຳນົດທີ່ຈະເປີດການເດີນລົດໄຟລາວ -ຈີນຂະບວນປະຖົມມະເລີກທີ່ເຊື່ອມຕໍ່ຈາກເມືອງຄຸນໝິງໃນແຂວງຢຸນນານຂອງຈີນມາຫານະຄອນຫຼວງວຽງຈັນ ໃນວັນທີ 2 ທັນວາປີ 2021 ໂດຍ ຜ່ານແຂວງວຽງຈັນ 145.5 ກິໂລແມັດ ອີກດ້ວຍນັ້ນ ຈຶ່ງເຊື່ອວ່າຈະມີນັກທ່ອງທ່ຽວຊາວລາວ ແລະຊາວຕ່າງຊາດເດີນທາງມາທ່ອງທ່ຽວແຂວງວຽງຈັນຫລາຍຂຶ້ນນັບມື້ ຊຶ່ງຈະເຮັດໃຫ້ຕ້ອງເລັ່ງການພັດທະນາ ພາກບໍລິການ ແລະທ່ອງທ່ຽວເພື່ອຮອງຮັບຢ່າງພຽງພໍ ແຕ່ເນື່ອງຈາກວ່າທາງການລາວມີງົບປະມານທີ່ຈຳກັດ ຈຶ່ງຕ້ອງສົ່ງເສີມການລົງທຶນຂອງເອກະຊົນລາວ ແລະຕ່າງປະເທດເປັນດ້ານຫລັກ ໂດຍສະເພາະແມ່ນໃນເຂດອ່າງນໍ້າງື່ມນັ້ນກໍມີບໍລິສັດຕ່າງປະເທດຫຼາຍກວ່າ 10 ລາຍ ທີ່ໄດ້ເຂົ້າມາລົງທຶນໃນເຂດອ່າງນໍ້າງື່ມໃນປັດຈຸບັນ ດັ່ງທີ່ທ່ານຄໍາພັນໃຫ້ການຢືນຢັນວ່າ:

ບໍລິສັດທີ່ໄດ້ມາລົງທຶນຢູ່ໃນເຂດລຽບອ່າງນໍ້າງື່ມຫັ້ນ ກໍສິບກວ່າບໍລິສັດ ທີ່ໄດ້ເຊັນສັນຍາສຶກສາສຳຫຼວດຄວາມເປັນໄປໄດ້ ຈຸດໜັກຫລະແມ່ນເວົ້າເລື້ອງການທ່ອງທ່ຽວ ແຕ່ວ່າ ເຂົາເຈົ້າກະຍັງຖິ້ມໃສ່ຊ່ວງໂຄວິດນີ້ ຖືວ່າ ກະຍັງບໍ່ທັນໄດ້ສຶກສາສໍາຫຼວດຈໍານວນນຶ່ງ ແຕ່ຈຳນວນນຶ່ງ ກະຍັງຂຽນແຜນພັດທະນາໂຄງການ ເຮັດບົດວິພາກເສດຖະກິດ-ເທັກນິກພັດທະນາໂຄງການຕ່າງໆ ແລ້ວກະກ້າວໄປເຊັນບົດບັນທຶກຕໍ່ໄປ ຄິດວ່າ ແຕ່ນີ້ຮອດປີ 2025 ຖືວ່າຊິມີອັນໃໝ່.

ພາບສ່ວນນຶ່ງຂອງບ່ອນທ່ອງທ່ຽວໃນເມືອງວັງວຽງ, ຂ. ວຽງຈັນ
ພາບສ່ວນນຶ່ງຂອງບ່ອນທ່ອງທ່ຽວໃນເມືອງວັງວຽງ, ຂ. ວຽງຈັນ

ພ້ອມກັນນີ້ ທາງແຂວງວຽງຈັນ ຍັງໄດ້ໃຫ້ການສົ່ງເສີມການລົງທຶນຢູ່ເຂດເມືອງວັງວຽງອີກດ້ວຍ ໂດຍຫລ້າສຸດ ບໍລິສັດຈີນກໍໄດ້ຮັບອະນຸຍາດສຳປະທານໂຄງການພັດທະນາເມືອງໃໝ່ຢູ່ໃນເຂດເມືອງວັງວຽງດ້ວຍເງິນລົງທຶນໃນມູນຄ່າລວມ 5,000 ລ້ານໂດລາ ເພື່ອພັດທະນາເມືອງໃໝ່ຢູ່ເມືອງວັງວຽງຢູ່ທີ່ຝັ່ງຕາເວັນຕົກຂອງຂອງນໍ້າຊອງທີີ່ມີພື້ນທີ່ສຳປະທານກວ້າງເຖິງ 7,000 ເຮັກຕາ ດ້ວຍເປົ້າໝາຍ ຈະພັດທະນາໃຫ້ເປັນເຂດທ່ອງທ່ຽວ ແລະບໍລິການຢ່າງຄົບວົງຈອນ ທີ່ປະກອບມີແຫຼ່ງທ່ອງທ່ຽວທຳມະຊາດ, ສູນການຄ້າ, ໂຮງແຮມ, ໂຮງໝໍ, ໂຮງຮຽນນາໆຊາດ, ສູນການປະຊຸມ, ສູນວັດທະນາທຳ ແລະສະຖານບັນເທີງຕ່າງໆ ຢ່າງຄົບຊຸດ ເພື່ອຮອງຮັບນັກທ່ອງທ່ຽວຈີນ ແລະຊາວຕ່າງຊາດໃຫ້ໄດ້ເຖິງ 9 ລ້ານຄົນ ຕໍ່ປີ ນັບຈາກປີ 2024 ເປັນຕົ້ນໄປ.

ສ່ວນທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ແຂວງວຽງຈັນ ຖະແຫຼງວ່າເພື່ອເປັນການຕອບສະໜອງຕໍ່ແຜນການສົ່ງເສີມໃຫ້ຄົນລາວທ່ຽວລາວ ທີ່ເລີ້ມດໍາເນີນການແຕ່ກາງປີ 2020 ເປັນຕົ້ນມາ ຊຶ່ງຖືເປັນແນວທາງນຶ່ງ ທີ່ຈະຊ່ວຍຫຼຸດຜ່ອນບັນຫາຜົນກະທົບຈາກການລະບາດຂອງພະຍາດ COVID-19 ທີ່ເຮັດໃຫ້ລັດຖະບານລາວ ຕ້ອງດຳເນີນມາດຕະການປິດດ່ານຊາຍແດນທົ່ວປະເທດ ທີ່ເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດບໍ່ສາມາດເດີນທາງເຂົ້າມາໃນລາວໄດ້ເລີຍນັ້ນ ກໍປາກົດວ່າ ຄົນລາວໄດ້ເດີນທາງມາທ່ອງທ່ຽວ ທີ່ເມືອງວັງວຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ແຕ່ກໍມີບັນຫາຮ້ອງຮຽນກ່ຽວກັບຄ່າບໍລິການແພງເກີນໄປ ຈຶ່ງມີການເຈລະຈາກັບຜູ້ປະກອບການເລື້ອຍມາ ຊຶ່ງຜູ້ປະກອບການກໍຕອບສະໜອງໄດ້ບາງດ້ານເທົ່ານັ້ນ ດັ່ງທີ່ທ່ານບຸນຈັນ ໄດ້ໃຫ້ການຢືນຢັນວ່າ:
ຈຳນວນນຶ່ງທີ່ເຮັດການບໍລິການຢູ່ຕາມຮ້ານນ້ອຍແຄມທາງ ບາງເທື່ອນີ້ມັນກະຂຶ້ນໆລົງໆ ແລະ ສຳລັບລາຄາບ້ານພັກ-ໂຮງແຮມ ດຽວນີ້ນີ່ພວກເຮົາກະໄດ້ເວົ້າກັບໂຮງແຮມ ລະດັບໂຮງແຮມນີ້ ກະໄດ້ຫຼຸດລົງມາ ເພາະວ່າແຕ່ກ່ອນພວກເຮົາພົວພັນເອົາແຕ່ນັກທ່ອງທ່ຽວຕ່າງປະເທດ. ດຽວນີ້ນັກທ່ອງ ທ່ຽວຕ່າງປະເທດບໍ່ມາ ເຂົາເຈົ້າກະໄດ້ຫຼຸດໃຫ້ຄົນລາວພວກເຮົາມາໃຊ້ບໍລິການໄດ້ນີ້ແຫຼະ. ແລ້ວສຳລັບເຮືອນພັກທົ່ວໄປນີ້ ລາຄານີ້ກະປົກກະຕິຫັ້ນແຫຼະ ພວກເຮົາກະໄດ້ຕິດຕາມກວດກາ ແລະຄວບຄຸມໄດ້.

ນອກຈາກນີ້, ກໍຍັງມີລາຍງານວ່າທີ່ພັກອາໄສ, ໂຮງແຮມແລະຮ້ານອາຫານໃນເມືອງວັງວຽງໄດ້ຖືກໂອນກິດຈະການໄປເປັນຂອງນັກທຸລະກິດຕ່າງປະເທດເປັນສ່ວນໃຫຍ່ແລ້ວໃນປັດຈຸບັນນີ້ ຊຶ່ງຖືວ່າເປັນການດໍາເນີນທຸລະກິດທີ່ຜິດຕໍ່ລະບຽບກົດໝາຍ ການບໍລິການ - ການທ່ອງທ່ຽວໃນລາວ ທີ່ນັກທຸລະກິດຕ່າງຊາດສາມາດດຳເນີນກິດຈະການໂຮງແຮມ ແລະຮ້ານອາຫານໄດ້ສະເພາະແຕ່ລະດັບ 5 ດາວ ຂຶ້ນໄປ ແຕ່ວ່າໂຮງແຮມ ແລະຮ້ານອາຫານສ່ວນໃຫຍ່ໃນວັງວຽງຖືກຈັດຢູ່ໃນລະດັບ 3 ດາວລົງມາ, ສະນັ້ນເມື່ອທຸລະກິດເຫລົ່ານີ້ ຕົກຢູ່ໃນກຳມືຂອງນັກທຸລະກິດຕ່າງປະເທດຈຶ່ງຖືວ່າເປັນການກະທຳທີ່ຜິດກົດໝາຍນັ້ນເອງ.

XS
SM
MD
LG