ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງນະຄອນຫຼວງ ວຽງຈັນ ປະກາດຫ້າມຈັດການສະຫຼອງບຸນປີໃໝ່ລາວ ຍ້ອນ ໂຄວິດ-19


ແມ່ຍິງຄົນນຶ່ງຫົດນໍ້າໃສ່ ປູເຍີ ຍ່າເຍີ ໃນການສະເລີມສະຫຼອງບຸນປີໃໝ່ລາວ, ຢູ່ວັດຊຽງທອງ, ນະຄອນຫຼວງພະບາງ. 15, ເມສາ 2019.
ແມ່ຍິງຄົນນຶ່ງຫົດນໍ້າໃສ່ ປູເຍີ ຍ່າເຍີ ໃນການສະເລີມສະຫຼອງບຸນປີໃໝ່ລາວ, ຢູ່ວັດຊຽງທອງ, ນະຄອນຫຼວງພະບາງ. 15, ເມສາ 2019.

ການສະເຫຼີມສະຫຼອງບຸນປີໃໝ່ລາວໃນນະຄອນຫຼວງວຽງຈັນປີນີ້ແມ່ນໄດ້ຖືກໂຈະອີກຄັ້ງນຶ່ງ, ຍ້ອນໂຣກລະບາດ ໂຄວິດ-19 ຍັງມີຄວາມຮຸນແຮງໃນປັດຈຸບັນ, ເຊິ່ງບຸນດັ່ງກ່າວ ຈະຕົກຖືກວັນ 14, 15 ແລະ 16 ຂອງເດືອນເມສານີ້.

ໃນວັນທີ 31 ມີນາວານນີ້ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຄຳສັ່ງເລກທີ 04/ຈນວ ຫ້າມບໍ່ໃຫ້ອົງການຈັດຕັ້ງຂອງລັດຖະບານ, ເອກະຊົນ ແລະ ສັງຄົມໃນນະຄອນຫຼວງວຽງຈັນຈັດການງານລ້ຽງ-ອວຍພອນສະຫຼອງປີໃໝ່ລາວ, ຫ້າມຈັດງານຄອນເສີດ, ສ້າງສຽງວົນແຊວ ແລະ ການສະແດງສິລະປະດົນດີ ກາງ ແຈ້ງຢູ່ສະຖານທີ່ຕ່າງໆ.

ແຈ້ງການດັ່ງກ່າວແມ່ນເປັນໄປຕາມການຄາດການ ຂອງປະຊາຊົນໂດຍທົ່ວໄປ ເພາະວ່າ ໂຄວິດ-19 ແມ່ນຍັງລະບາດຢ່າງຮຸນແຮງ ຢູ່ໃນລາວ ໃນປັດຈຸບັນນີ້. ເຊິ່ງກໍລະນີຜູ້ຕິດເຊື້ອໃນວັນພະຫັດວານນີ້ແມ່ນ 2,762 ຄົນ, ແລະ ເສຍຊີວິດນຶ່ງຄົນ.

ປະຊາຊົນລາວທ່ານນຶ່ງໄດ້ສະແດງຄວາມຄິດເຫັນຂອງລາວຕໍ່ການແຈ້ງການດັ່ງ ກ່າວວ່າ “ຂ້າພະເຈົ້າຄິດແລ້ວວ່າເພິ່ນຕ້ອງແຈ້ງບໍ່ໃຫ້ສະຫຼອງ. ເພາະວ່າໂຄວິດຍັງລະບາດແຮງຢູ່. ຂ້າພະເຈົ້າກໍບໍ່ຄິດຈະອອກໄປໃສຢູ່ແລ້ວ, ມີແຕ່ຈະຢູ່ເຮືອນກັບຄອບຄົວ ແລະ ສົງພະຢູ່ບ້ານ. ອີກຢ່າງນຶ່ງມັນກໍຈະງຽບດີ ເພາະວ່າເພິ່ນບໍ່ໃຫ້ເປີດເພງ, ເສບດົນຕີວົນແຊວ. ກະຊິໄດ້ມີແຮງພັກຜ່ອນ.”

ໄວຣັສ ໂຄວິດ-19 ໄດ້ສັງຫານປະຊາຊົນ ລາວ ໄປແລ້ວ 665 ຄົນ, ມີຜູ້ຕິດ ເຊື້ອທັງໝົດ 176,898 ຄົນ. ຖ້າຈະສົມທຽບໃສ່ກັບປະເທດອື່ນໆກໍຖືວ່າຍັງຢູ່ໃນລະດັບຕໍ່າ.

XS
SM
MD
LG