ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນະຄອນຫລວງ ວຽງຈັນ ປະເຊີນກັບບັນຫາ ຂາດດຸນການຄ້າຫລາຍຂຶ້ນ ຍ້ອນການນໍາເຂົ້າລົດຍົນ ແລະ ນໍ້າມັນເປັນຫລັກ


ການໂຄສະນາຂາຍລົດເກງທີ່ນໍາເຂົ້າຈາກຕ່າງປະເທດມາຂາຍໃນລາວ
ການໂຄສະນາຂາຍລົດເກງທີ່ນໍາເຂົ້າຈາກຕ່າງປະເທດມາຂາຍໃນລາວ

ນະຄອນວຽງຈັນຕ້ອງປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດຫລາຍຂຶ້ນ ໂດຍມີສາເຫດ ມາຈາກການນໍາເຂົ້າລົດຍົນ ແລະນໍ້າມັນເປັນຫລັກ ທັງເຮັດໃຫ້ເສດຖະກິດຂະຫຍາຍຕົວ ຕໍ່າກວ່າເປົ້າໝາຍອີກດ້ວຍ, ຊົງລິດ ໂພນເງິນມີລາຍງານກ່ຽວກັບເລື້ອງນີ້ ມາສະເໜີທ່ານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າເປີດເຜີຍວ່າ ນະຄອນຫຼວງວຽງຈັນ ເປັນເຂດທີ່ມີການຂາດດຸນການຄ້າຕ່າງປະເທດຫລາຍທີ່ສຸດໃນລາວ ໂດຍມີສາເຫດມາຈາກການນໍາເຂົ້າລົດຍົນ ແລະ ນ້ຳມັນເຊື້ອໄຟເປັນຫລັກ ແລະ ເຮັດໃຫ້ສາມາດຄາດໝາຍໄດ້ວ່ານະຄອນວຽງຈັນ ຈະຂາດດຸນການຄ້າຕ່າງປະເທດຫຼາຍກວ່າ 335 ລ້ານໂດລາໃນຕະຫຼອດປີ 2021 ເພາະະວ່າ 6 ເດືອນຕົ້ນປີ 2021 ນະຄອນ ຫຼວງວຽງຈັນ ກໍ່ປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດແລ້ວໃນມູນຄ່າ 167.16 ລ້ານໂດລາ ອັນເປັນຜົນມາຈາກການນໍາເຂົ້າສິນຄ້າຕ່າງປະເທດ 973.83 ລ້ານໂດລາ ແລະ ສົ່ງສິນຄ້າອອກ 806.67 ລ້ານໂດລາຕາມລໍາດັບ.

ຜູ້ຄົນຢູ່ໃນນະຄອນຫລວງວຽງຈັນພາກັນໄປລຽນແຖວລໍຖ້າຊື້ນໍ້າມັນຂະນະທີ່ການລະບາດຂອງໂຄວິດ-19 ເພີ້ມສູງຂຶ້ນ
ຜູ້ຄົນຢູ່ໃນນະຄອນຫລວງວຽງຈັນພາກັນໄປລຽນແຖວລໍຖ້າຊື້ນໍ້າມັນຂະນະທີ່ການລະບາດຂອງໂຄວິດ-19 ເພີ້ມສູງຂຶ້ນ

ໂດຍແຜນການພັດທະນາເສດຖະກິດປີ 2021-2025 ອຳນາດການປົກຄອງນະຄອນຫລວງວຽງຈັນ ໄດ້ວາງຄາດໝາຍການເຕີບໂຕ ທາງເສດຖະກິດໄວ້ທີ່ລະດັບ 7 ເປີເຊັນ-8 ເປີເຊັນ ຕໍ່ປີ ແຕ່ໂດຍມີການລະບາດຂອງໄວຣັສໂຄວິດ-19 ທີ່ສົມທົບດ້ວຍການຂາດດຸນການຄ້າຕ່າງປະເທດ ຈຶ່ງຍາກຢ່າງຍິ່ງ ທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງໂດຍສະເພາະແມ່ນໃນປີ 2021 ຍັງໄດ້ນຳໃຊ້ເງິນທຶນຈຳນວນຫຼາຍເພື່ອດຳເນີນມາດຕະການຟື້ນຟູພາກທຸລະກິດ ແລະ ພາກການຜະລິດຕ່າງໆ ທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ອີກດ້ວຍນັ້ນ ຈຶ່ງເຮັດໃຫ້ເສດຖະກິດຂອງນະຄອນ ວຽງຈັນຈະຂະຫຍາຍໂຕໄດ້ບໍ່ເກີນ 6.5 ເປີເຊັນ ເທົ່ານັ້ນ ໃນແຜນການພັດທະນາເສດຖະກິດປີ 2021 ດັ່ງທີ່ ທ່ານພູໂຂງ ບັນນາວົງ, ຮອງເຈົ້າຄອງເຂດນະຄອນວຽງຈັນໃຫ້ການຢືນຢັນວ່າ:
“ການເຕີບໂຕເສດຖະກິດ 2021 ຂອງນະຄອນຫຼວງວຽງຈັນນີ້ ຈະມີຄວາມສາມາດເຕີບໂຕ ເປັນຄາດໝາຍສູ້ຊົນຢູ່ໃນລະດັບ 6.5 ເປີເຊັນ ເພາະວ່າ ອີງໃສ່ເລື້ອງທ່າແຮງຕ່າງໆໃນແຜນ 5 ປີ ເຮົາໄດ້ຄາດວ່າ ປະມານ 7 ຫາ 8 ເປີເຊັນໂດຍສະເລ່ຍ ແຕ່ວ່າເລີ້ມປີທຳອິດຂອງແຜນ 5 ປີນີ້ ເຮົາບໍ່ສາມາດຈະໄດ້ໃນລະດັບນັ້ນ ມັນຈະໄດ້ໃນລະດັບແຕ່ 6.5 ເປີເຊັນ ເພາະວ່າປີ 2020 ນີ້ເຮົາບັນລຸໄດ້ 6.4 ເປີເຊັນ ຄາດວ່າປີ 2021 ນີ້ເຮົາຈະບືນໃສ່ປະມານ 6.5 ເປີເຊັນ ມີຄວາມເປັນໄປໄດ້.”

ໂດຍໃນປີ 2020 ທາງການລາວ ໄດ້ວາງເປົ້າໝາຍການເຕີບໂຕທາງເສດຖະກິດຂອງນະຄອນວຽງຈັນ ໄວ້ທີ່ອັດຕາສະເລ່ຍ 9.5 ເປີເຊັນ ທຽບໃສ່ປີ 2019 ຊຶ່ງຖ້າຫາກວ່າ ສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາ ຊົນລາວ ໃນເຂດນະຄອນວຽງຈັນ ເພີ້ມຂຶ້ນເປັນ 6,120 ໂດລາຕໍ່ຄົນໃນປີ 2020 ແຕ່ວ່າເມື່ອເສດຖະກິດຂະຫຍາຍໂຕ 6.4 ເປີເຊັນ ຈຶ່ງເຮັດໃຫ້ປະຊາຊົນໃນນະຄອນວຽງຈັນ ມີລາຍໄດ້ສະເລ່ຍພຽງ 6,064 ຕໍ່ຄົນໃນປີ 2020 ສ່ວນໃນປີ 2019 ເສດຖະກິດຂອງນະຄອນວຽງຈັນ ຂະຫຍາຍໂຕເພີ້ມຂຶ້ນ 9.58 ເປີເຊັນທຽບໃສ່ປີ 2018 ໂດຍຜະລິດຕະພັນລວມ (GDP) ມີມູນຄ່າເກີນກວ່າ 48,895 ຕື້ກີບ ໂດຍພາກອຸດສາຫະກຳກວມເອົາ 50.28 ເປີເຊັນ ພາກບໍລິການ 34.43 ເປີເຊັນ ແລະພາກກະສິກຳ 15.29 ເປີເຊັນຂອງ GDP ຕາມລໍາດັບ.

ຍິ່ງໄປກວ່ານັ້ນ ການໃຊ້ຈ່າຍງົບປະມານທີ່ບໍ່ມີປະສິດທິພາບ ແລະ ມີການທຸຈະລິດຢ່າງກວ້າງຂວາງດ້ວຍນັ້ນ ກໍຄືສາເຫດສຳຄັນທີ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ແລະ ເຮັດໃຫ້ລັດຖະບານເສຍຫາຍຢ່າງຫຼວງຫຼາຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ:
“ກົດໝາຍເລີ່ມເຂັ້ມແຂງ ປະຊາຊົນເລີ່ມນັບຖືກົດໝາຍ ຜູ້ປະກອບການ 2 ແສນກວ່າລາຍ ນັບຖືກົດໝາຍ ເງິນຖືກເຂົ້າມາລັດ ແລະ ເສຍຢູ່ກາງທາງຍ້ອນໜ່ວຍງານຂອງລັດເອົາເງິນໄປຝາກທະນາ ຄານລັດ ແລະ ເອົາໄປປັນກັນເຂົ້າຖົງຕົນເອງ ເຫຼືອໜ້ອຍນຶ່ງສົ່ງເຂົ້າລັດ ຄັນເປັນແນວນີ້ເສດຖະກິດຂອງປະເທດຂະຫຍາຍຕົວຂຶ້ນ ປະຊາຊົນຜູ້ປະກອບການ ເສຍອາກອນພາສີໃຫ້ລັດຢ່າງເອົາໃຈໃສ່ ລາຍຮັບເຂົ້າງົບປະມານລັດຖະບານໜ້ອຍນຶ່ງ ກໍສະແດງວ່າລັດຖະບານເຮົານີ້ທຸກລົງ ພະນັກງານຮັ່ງຂຶ້ນ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນຄະນະກວດສອບແຫ່ງລັດຢືນຢັນວ່າ ການກໍ່ສ້າງຖະຫນົນໃນເຂດນະ ຄອນຫຼວງວຽງຈັນ ປະເຊີນກັບບັນຫາຊັກຊ້າໃນທຸກໂຄງການທີ່ບັນດາບໍລິສັດເອກະຊົນເປັນພາກ ສ່ວນທີ່ອອກທຶນໃຫ້ກ່ອນ ເປັນຕົ້ນແມ່ນໂຄງການກໍ່ສ້າງຖະໜົນຈາກ 3 ແຍກບ້ານບໍ່ໂອ ໄປຫາບ້ານສີຖານໃຕ້ ທີ່ລົງມືກໍ່ສ້າງນັບແຕ່ປີ 2015 ເປັນຕົ້ນມາ ຈົນເຖິງປັດຈຸບັນ ກໍປາກົດວ່າມີຄວາມຄືບໜ້າບໍ່ເຖິງ 70 ເປີເຊັນ ເພາະບໍລິສັດຂາດເງິນທຶນໝຸນວຽນເຊັ່ນດຽວກັນກັບໂຄງການກໍ່ສ້າງຖະໜົນ T5 ກັບໂຄງການກໍ່ສ້າງຖະໜົນ T6 ຊຶ່ງຍັງບໍ່ມີຄວາມຊັດເຈນວ່າບໍລິສັດຜູ້ໄດ້ຮັບສຳປະທານຈະສາມາດຫາເງິນທຶນເພື່ອການກໍ່ສ້າງຕໍ່ໄປໄດ້ເມື່ອໃດ.

XS
SM
MD
LG