ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຳນາດການປົກຄອງເຂດ ນະຄອນຫຼວງວຽງຈັນ ຕ້ອງການສັກຢາວັກຊີນກັນ COVID-19 ໃຫ້ປະຊາກອນທັງໝົດ 80 ເປີເຊັນໃນປີ 2021


ຢາວັກຊີນກັນ ໂຄວິດ-19 ຂອງບໍລິສັດ Pfizer, ເດີນທາງຮອດນະຄອນຫຼວງ ວຽງຈັນ ໃນວັນທີ 2 ມິຖຸນາ 2021.
ຢາວັກຊີນກັນ ໂຄວິດ-19 ຂອງບໍລິສັດ Pfizer, ເດີນທາງຮອດນະຄອນຫຼວງ ວຽງຈັນ ໃນວັນທີ 2 ມິຖຸນາ 2021.

ອຳນາດການປົກຄອງຂອງເຂດນະຄອນຫຼວງວຽງຈັນ ຕ້ອງການຈະສັກຢາວັກຊີນກັນ COVID-19 ໃຫ້ກັບ 80 ເປີເຊັນຂອງປະຊາກອນທັງໝົດໃນປີ 2021 ເພາະຖືເປັນເຂດທີ່ມີລະດັບຄວາມສ່ຽງສູງສຸດຢູ່ໃນ ລາວ.


ທ່ານ ບຸນທະວີ ເດດບັນດິດ ຮອງຫົວໜ້າຜະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຖະແຫຼງຍອມຮັບວ່ານະຄອນຫຼວງວຽງຈັນ ຖືເປັນເຂດທີ່ມີລະດັບຄວາມສ່ຽງສູງສຸດທີ່ປະຊາຊົນຈະຕິດເຊື້ອໄວຣັສ COVID-19 ເນື່ອງຈາກວ່າເປັນເຂດທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນທີ່ສຸດໃນ ລາວ ແລະ ເມື່ອປະກອບກັບສະພາບການໃນປັດຈຸບັນ ທີ່ໄດ້ເກີດການລະບາດເຂົ້າໄປໃນຊຸມຊົນຢ່າງກວ້າງຂວາງດ້ວຍແລ້ວ ຈຶ່ງເຮັດໃຫ້ມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງເລັ່ງການສັກຢາວັກຊີນກັນໄວຣັສ COVID-19 ໃຫ້ກັບປະຊາຊົນ ທີ່ຢູ່ໃນເຂດນະຄອນຫຼວງວຽງຈັນ ໃຫ້ໄດ້ຫຼາຍທີ່ສຸດ ຫຼືບໍ່ຕໍ່າກວ່າ 80 ເປີເຊັນຂອງປະຊາກອນທັງໝົດພາຍໃນປີ 2021 ເພາະວ່າມີຄວາມສ່ຽງສູງກວ່າເຂດອື່ນໆນັ້ນເອງ ດັ່ງທີ່ທ່ານ ບຸນທະວີ ໄດ້ໃຫ້ການຢືນຢັນວ່າ

“ນະຄອນຫຼວງພວກເຮົາກະຮຽກຮ້ອງນຳທາງກະຊວງສາທາລະນະສຸກໃຫ້ຊ່ວຍນະຄອນຫຼວງຂອງພວກເຮົາເປັນພິເສດ ແຕ່ວ່າກະສຳຄັນໝົດເນາະ ພໍ່ແມ່-ປະຊາົຊນ ຕ່າງແຕ່ວ່າຜູ້ທີ່ຢູ່ໃນພື້ນທີ່ທີ່ມີ ການລະບາດ ຫຼືວ່າຢູ່ບ່ອນທີ່ມັນແອອັດນີ້ ຈະມີຄວາມສ່ຽງສູງຫຼາຍກວ່າທີ່ມີຄວາມຈຳເປັນຕ້ອງໄດ້ຮັບຢາວັກຊີນໄວກວ່າຜູ້ທີ່ຢູ່ໃນຊົນນະບົດຢ່າງຫ່າງໄກສອກຫຼີກ ສະນັ້ນຈະຕ້ອງໄດ້ເລັ່ງໃສ່ບ່ອນທີ່ມີຄວາມສ່ຽງສູງເຊັ່ນດຽວກັນກັບພວກເຮົາເລັງໃສ່ການສີດຢາວັກຊີນສຳລັບຜູ້ສູງອາຍຸອາດຈະເປັນກຸ່ມສ່ຽງແລ້ວກະການເຂົ້າເຖິງການບໍລິການນີ້ກະຍາກ ສະນັ້ນແຜນນີ້ກະແມ່ນຢາກໃຫ້ຜູ້ສູງອາຍຸໃນນະຄອນຫຼວງວຽງຈັນໄດ້ຮັບການສັກຢາ.”

ນັບຕັ້ງແຕ່ເດືອນກຸມພາ 2020 ຫາຕົ້ນເດືອນສິງຫາ 2021 ລັດຖະບານ ລາວ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດທີ່ປະກອບສ່ວນເຂົ້າໃນການສະກັດກັ້ນການລະບາດຂອງໄວຣັສ COVID-19 ເປັນຢາປິ່ນປົວຄິດເປັນມູນຄ່າລວມ 88.34 ຕື້ກີບ, 76.25 ລ້ານໂດລາ, 23.71 ລ້ານບາດ, 13.45 ລ້ານຢວນ, 248.67 ລ້ານເຢນ, 431.33 ລ້ານດົງ ແລະ ເງິນຊ່ວຍເຫຼືອຈາກສັງຄົມ ລາວ ກວ່າ 20 ຕື້ກີບທີ່ໄດ້ນຳໃຊ້ແລ້ວ 6 ຕື້ກີບຈຶ່ງຍັງເຫຼືອ 14 ກວ່າຕື້ກີບກັບ 5.85 ລ້ານໂດລາ ແລະ 8.1 ລ້ານບາດທີ່ສາມາດນຳໃຊ້ໄດ້ໃນປັດຈຸບັນນີ້.

ທັງນີ້ລັດຖະບານ ລາວ ໄດ້ວາງເປົ້າໝາຍການສັກຢາວັກຊີນກັນໄວຣັສ COVID-19 ໃຫ້ໄດ້ໃນອັດຕາ 50 ເປີເຊັນຂອງຈຳນວນປະຊາກອນ ລາວ ທັງໝົດໃນທ້າຍປີ 2021 ນີ້ໂດຍນານາຊາດ ແລະ ອົງການອະນາໄມໂລກ (WHO) ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ດ້ານຢາວັກຊີນກັນໄວຣັສ COVID-19 ສະເພາະໃນປີ 2021 ຄິດເປັນຈຳນວນລວມກັນ 7.5 ກວ່າລ້ານໂດສທີ່ພຽງພໍສຳລັບການສັກໃຫ້ປະຊາຊົນ ລາວ 3.7 ລ້ານຄົນຫຼື 50 ເປີເຊັນຂອງປະຊາກອນ ລາວທັງໝົດ ຫາກແຕ່ສຳລັບເປົ້າໝາຍທີ່ຈະສັກຢາວັກຊີນດັ່ງກ່າວໃຫ້ເພີ່ມຂຶ້ນເປັນ 70 ເປີເຊັນຂອງປະ ຊາກອນທັງໝົດໃນປີ 2022 ນັ້ນ ລັດຖະບານ ລາວ ຈະຕ້ອງຈັດຫາດ້ວຍຕົນເອງ ເພາະຈະບໍ່ມີການຊ່ວຍເຫຼືອລ້າຈາກຕ່າງປະເທດເພີ່ມເຕີມອີກໃນປີ 2022 ດັ່ງທີ່ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ໃຫ້ການຢືນຢັນວ່າ

“ດຽວນີ້ໝວດເຮົາກະຍັງພວມຢູ່ໃນໄລຍະການປະສານງານປະເທດເພື່ອນມິດ ຊຶ່ງໝວດເຮົາກໍໄດ້ມີການປະສານງານກັບທາງທູດ ຈີນ ເພິ່ນກະມີການໃຫ້ຄຳໝັ້ນສັນຍາວ່າ ເພີ່ມຈະໃຫ້ການຊ່ວຍ ເຫຼືອສືບຕໍ່ ທັງການຊ່ວຍເຫຼືອແລ້ວກະທາງການຈັດຊື້ ເພາະໝວດເຮົາກະໄດ້ຮັບເງິນສະໜັບສະ ໜູນຈາກພາກສ່ວນເອກະຊົນຫຼາຍພາກສ່ວນເດະ ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ລັດຖະບານ ກະຊວງສາທາລະນະສຸກໝວດເຮົາກະແມ່ນພວມມີການຈັດສັນ ເພື່ອຊອກຫາແຫຼ່ງວັກຊີນໃຫ້ເຂົ້າມາໄວເທົ່າທີ່ໄວໄດ້ທີ່ສຸດ ເພື່ອມາບໍລິການໃຫ້ກັບພໍ່ແມ່ປະຊາຊົນ.”

ທັງນີ້ລັດຖະບານ ຈີນ ໄດ້ໃຫ້ການຊ່ວຍເຫຼືອດ້ານຢາວັກຊີນກັນໄວຣັສ COVID-19 ແກ່ລັດຖະ ບານ ລາວ ແລ້ວ 6 ຄັ້ງມີຈຳນວນລວມເຖິງ 2,902,000 ໂດສ ສ່ວນອົງການອະນາໄມໂລກ ໃຫ້ການຊ່ວຍເຫຼືອ 232,620 ໂດສ ແລະ ລັດຖະບານ ອາເມຣິກາ ກໍໄດ້ໃຫ້ການຊ່ວຍເຫຼືອຢາວັກຊີນ Johnson & Johnson ຜ່ານ WHO ກວ່າ 1 ລ້ານໂດສກັບ 1.43 ກວ່າລ້ານໂດສນັ້ນເປັນການຊ່ວຍເຫຼືອຈາກ ອອສເຕຣເລຍ ກັບ ອັງກິດ ແລະ ຍີ່ປຸ່ນ ທັງຈະໄດ້ຮັບການຊ່ວຍເຫຼືອຈາກ WHO ແລະ ຈີນ ອີກກວ່າ 1 ລ້ານໂດສໃນໄວໆນີ້.

ນັບຈາກວັນທີ 11 ເມສາ 2021 ເປັນຕົ້ນມາຈຳນວນຄົນຕິດໄວຣັສ COVID-19 ໃນ ລາວ ກໍໄດ້ເພີ່ມຂຶ້ນຈາກ 49 ຄົນເປັນເກືອບ 18,000 ຄົນໃນກາງເດືອນກັນຍາ 2021 ສ່ວນປະຊາຊົນ ລາວ ທີ່ໄດ້ສັກຢາວັກຊີນເຂັມທີ 1 ກັບເຂັມທີ 2 ແລ້ວກໍມີເກີນກວ່າ 2.67 ລ້ານຄົນກັບ 1.86 ລ້ານຄົນຕາມລຳດັບ.

XS
SM
MD
LG