ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວຽງຈັນຕັ້ງ ກຳມະການພິເສດ ຊ່ວຍເຫຼືຶອ ພວກເຄາະຮ້າຍ ຈາກເຫດໄຟໄໝ້ ຕະຫຼາດທົ່ງຂັນຄຳ


ໄຟໄໝ້ຕະຫຼາດທົ່ງຂັນຄຳ
ໄຟໄໝ້ຕະຫຼາດທົ່ງຂັນຄຳ
ອຳນາດການປົກຄອງເຂດນະຄອນວຽງຈັນຈັດຕັ້ງຄະນະອະ
ນຸກຳມະການສະເພາະກິດ ເພື່ອໃຫ້ການຊ່ວຍເຫຼືອ ບັນດາພໍ່
ຄ້າແມ່ຄ້າ ແລະປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກເຫດໄຟ
ໄໝ້ ຕະຫຼາດທົ່ງຂັນຄຳ.
ລິງໂດຍກົງ

ທ່ານສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນວຽງຈັນ ຖະແຫຼງຢືນຢັນພາຍຫຼັງຈາກທີ່ໄດ້ເກີດເຫດໄຟໄໝ້ຄັ້ງໃຫຍ່ ຈົນເຮັດໃຫ້ຕະຫຼາດທົ່ງຂັນຄຳ ເສຍຫາຍໄປທັງໝົດຢ່າງຊິ້ນເຊີງວ່າ ອຳນາດການປົກ
ຄອງເຂດນະຄອນວຽງຈັນໄດ້ຈັດຕັ້ງອະນຸກຳມະການສະເພາະກິດຂຶ້ນມາ 4 ຊຸດເພື່ອ
ໃຫ້ຮັບຜິດຊອບໃນການແກ້ໄຂບັນຫາແລະກອບກູ້ສະພາບການຕ່າງໆທີ່ຈະຕິດຕາມ
ມາ ຈາກອັກຄີໄພຄັ້ງນີ້.
ໄຟໄໝ້ຕະຫຼາດທົ່ງຂັນຄຳ
ໄຟໄໝ້ຕະຫຼາດທົ່ງຂັນຄຳ

ໂດຍຄະນະອະນຸກຳມະການສະເພາະກິດທັງ 4 ຊຸດດັ່ງກ່າວນີ້
ກໍຈະແບ່ງອອກເປັນ 4 ພາກສ່ວນດ້ວຍກັນ ກໍຄືການປ້ອງກັນ ແລະຮັກສາຄວາມປອດໄພຢູ່ພາຍໃນເຂດໄຟໄໝ້ທັງໝົດ ການ ເກັບກຳຂໍ້ມູນດ້ານແຮງງານ ແລະຄວາມເສຍຫາຍຂອງບັນດາ
ຜູ້ຄ້າຊາວຂາຍ ໃນຕະຫລາດ ການສືບສວນສອບສວນຫາສາ
ເຫດຂອງອັກຄີໄພ ແລະການປ້ອງກັນຜົນກະທົບໃນດ້ານສຸກ
ຂະພາບອະນາໄມ ທີ່ມີຕໍ່ປະຊາຊົນ ຜູ້ຢູ່ອ້ອມແອ້ມຕະຫຼາດທົ່ງ
ຂັນຄຳ ດັ່ງທີ່ ທ່ານສາຍທອງ ໄດ້ຊີ້ແຈງວ່າ:

“ພວກເຮົາກໍໄດ້ແບ່ງອະນຸກຳມະການຕ່າງໆ ເພື່ອແກ້ໄຂບັນຫານີ້ເຊັ່ນອະນຸກຳ ມະການສະຖານທີ່ ຈະໄດ້ເອົາສັງກະສີ ມາອ້ອມຕະຫຼາດໄວ້ທັງໝົດ ແລະກໍໄດ້ ຈັດຕັ້ງຄະນະຮັບຜິດຊອບ ຮັບຕ້ອນຮັບແຮງງານພໍ່ຄ້າຊາວຂາຍທີ່ສູນເສຍສິນ ຄ້າຂອງຕົນເອງແລະນອກຈາກນັ້ນຍັງມີໜ່ວຍງານສືບຂ່າວຕ່າງໆ ພວກເຮົາກໍ ຊິໄດ້ເບິ່ງຄືນທາງດ້ານສຸຂະພາບອີກເພາະວ່າຄັວນໄຟນັ້ນເປັນຄວັນຂ້ອນຂ້າງ ມີພິດ.”

ເຫດໄຟໄໝ້ຕະຫຼາດທົ່ງຂັນຄຳໄດ້ເກີດຂຶ້ນເມື່ອເວລາ 19 ໂມງເຄິ່ງຂອງວັນທີ 26 ມີນາ ໂດຍເຖິງແມ່ນວ່າ ເຈົ້າໜ້າທີ່ລາວ 200 ກວ່າຄົນ ໄດ້ນຳໃຊ້ລົດດັບເພີງ ຫຼາຍກວ່າ 30 ຄັນເຂົ້າໃນການມອດໄຟໃນຄັ້ງນີ້ກໍຕາມແຕ່ກໍຕ້ອງໃຊ້ເວລາຍາວນານກວ່າ 8 ຊົ່ວໂມງ
ຈຶ່ງສາມາດຄວບຄຸມໄຟໄດ້ໃນຕອນເຊົ້າຂອງວັນທີ 27 ມີນາທີ່ຜ່ານມາຊຶ່ງກໍໄດ້ເປັນຜົນ ເຮັດໃຫ້ຮ້ານຄ້າຕ່າງໆໃນຕະຫຼາດເສຍຫາຍໄປ ທັງໝົດດັ່ງທີ່ຜູ້ຄ້າລາຍນຶ່ງໄດ້ໃຫ້ການ
ຢືນຢັນວ່າ:

“ແມ່ກະເສົ້າສະຫຼົດໃຈລະນໍ້ ກະອີຕົນລູກຕົນຫຼານ ຕົນປະຊາຊົນທີ່ວ່າ ມັນຕົກ ເຫ່ຍເສຍຫາຍໄປຫຼາຍເນາະ ຊີວິດການເປັນຢູ່ ກະພາກັນຢູ່ນຳຕະຫຼາດນີ້ ປະ ຊາຊົນເຮົາກະດາຍ ບໍ່ມີບ່ອນອື່ນໄປເດ້ ຊິເທົ່າໃດ ກະບໍ່ຮູ້ຈັກລະເນາະ ມີເທົ່າ ໃດກໍພາກັນມາທຸ້ມມາເທຢູ່ນີ້ໝົດເດ້.”
ຕະຫຼາດທົ່ງຂັນຄຳຫຼັງຈາກໄຟໄໝ້ແລ້ວ
ຕະຫຼາດທົ່ງຂັນຄຳຫຼັງຈາກໄຟໄໝ້ແລ້ວ

ໂດຍເຫດໄຟໄໝ້ຕະຫຼາດທົ່ງຂັນຄຳໃນຄັ້ງນີ້ນອກຈາກ
ຈະນັບເປັນເຫດໄຟໄໝ້ ຕະຫຼາດແຫ່ງທີ 28 ທີ່ເກີດຂຶ້ນ
ໃນລະຍະບໍ່ເຖິງ 3 ເດືອນ ຂອງປີ 2014 ນີ້ແລ້ວ ກໍຍັງ
ນັບເປັນເຫດໄຟໄໝ້ ທີ່ເກີດການເສຍຫາຍ ຢ່າງໜັກ
ໜ່ວງທີ່ສຸດອີກດ້ວຍ ເນື່ອງຈາກວ່າຕະຫຼາດທົ່ງຂັນຄຳ
ເປັນຕະຫຼາດຄ້າຂາຍ ທີ່ໃຫຍ່ທີ່ສຸດຢູ່ໃນເຂດນະຄອນ
ວຽງຈັນຫາກແຕ່ວ່າສະຫຼຸບຜົນເສຍຫາຍຢ່າງເປັນທາງ ການນັ້ນກໍຈະຕ້ອງລໍຖ້າຜົນທີ່ໄດ້ຮັບຈາກການເກັບກຳ
ຂໍ້ມູນ ຂອງຄະນະອະນຸກຳມະການສະເພາະກິດ ຂອງ
ທາງການລາວຕໍ່ໄປ.

ກ່ອນໜ້ານີ້ ພະແນກຕຳຫຼວດປ້ອງກັນສະກັດກັ້ນແລະຕ້ານອັກຄີໄພໃນເຂດນະຄອນ ວຽງຈັນສະເໜີລາຍງານວ່າໃນລະຍະບໍ່ເຖິງ 3 ເດືອນຂອງປີ 2014 ນີ້ມີອັກຄີໄພເກີດ ຂຶ້ນໃນເຂດນະຄອນວຽງຈັນແລ້ວ ເຖິງ 38 ຄັ້ງ ໂດຍໄດ້ກໍ່ໃຫ້ເກີດການເສຍຫາຍ ຄິດ ເປັນມູນຄ່າຫຼາຍກ່ວາ 9 ຕື້ກີບກັບ 5 ລ້ານກວ່າບາດແລະກວ່າ 3 ແສນໂດລາ ທັງຍັງ ຖືເປັນອັກຄີໄພທີ່ເພີ້ມຂຶ້ນຈາກລະຍະດຽວກັນໃນປີ 2013 ທີ່ຜ່ານມາເກີນກວ່າ 2 ເທົ່າ ຕົວອີກດ້ວຍ.

ທັ້ງນີ້ ໂດຍໃນຕະຫຼອດປີ 2013 ທີ່ຜ່ານມາ ໄດ້ມີອັກຄີໄພເກີດຂຶ້ນທັງໝົດ ເກືອບເຖິງ
200 ຄັ້ງໃນທົ່ວປະເທດລາວ ຊຶ່ງໃນນີ້ ກໍລວມເຖິງເຫດໄຟໄໝ້ເຮືອນ ຂອງປະຊາຊົນ
ລາວດ້ວຍ 171 ຄັ້ງ ແລະຈາກເຫດໄຟໄໝ້ ທຸກຄັ້ງດັ່ງກ່າວ ກໍໄດ້ກໍ່ໃຫ້ເກີດການເສຍ
ຫາຍຄິດເປັນມູນຄ່າລວມຫຼາຍກວ່າ 33 ຕື້ກີບ.
XS
SM
MD
LG