ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ໃນນະຄອນຫຼວງວຽງຈັນ ເປີດໃຫ້ ແຮງງານຕ່າງຊາດ ລົງທະບຽນ


ຊາວຕ່າງຊາດທີ່ເຮັດວຽກຢູໃນນະຄອນຫລວງວຽງຈັນ.
ຊາວຕ່າງຊາດທີ່ເຮັດວຽກຢູໃນນະຄອນຫລວງວຽງຈັນ.

ອຳນາດ​ການ​ປົກຄອງ​ນະຄອນ​ວຽງຈັນ ​ເປີດ​ແຮງ​ງານ​ຕ່າງ​ຊາດ ​ແຈ້ງ​ຂຶ້ນ​ທະບຽນ​ຂໍອະ
ນຸຍາ​ດ​ເຮັດ​ວຽກ​ໃຫ້​ຖືກຕ້ອງ​ຕາມ​ກົດ​ໜາຍ ​ເພາະ​ເຊື່ອ​ວ່າ ມີ​ແຮງ​ງານ​ນັບ​ໝື່ນ​ຄົນ​ທີ່​ຍັງ
​ລັກລອບເຮັດ​ວຽກ.

ທ່ານ​ນາງ​ຄຳ​ພອຍ ສີ​ອັກຄະ​ຈັນ ຫົວໜ້າພະແນກ​ແຮງ​ງານ ​ແລະ​ສະ​ວັດ​ດີ​ການ​ສັງ​ຄົມ​
ນະຄອນ​ວຽງ​ຈັນ​ຖະ​ແຫລ​ງວ່າ​ອຳນາດ​ການ​ປົກຄອງ​ເຂດ​ນະຄອນຫລວງ ວຽງ​ຈັນ ​ໄດ້
​ເລີ້ມ​ດຳ​ເນີນ​ການ​ຂຶ້ນ​ທະບຽນ​ແຮງ​ງາ​ນຊາວ​ຕ່າງ​ຊາດ ທີ່​ລັກ​ລອບ​ທຳ​ງານ​ແບບ​ຜິດ​ກົດ
ໝາຍ​ທີ່​ນະຄອນຫລວງ​ວຽງຈັນ ​ນັບ​ຕັ້ງ​ແຕ່​ວັນ​ທີ 1 ກັນຍາ​ເປັນຕົ້ນ​ມາ ​ແລະ​ຈະ​ດຳ​ເນີນ
​ການ​ໄປ​ຈົນ​ເຖິງ​ວັນ​ທີ 30 ພະຈິກ ປີ 2017 ນີ້ ດ້ວຍ​ເປົ້າ​ໝາຍ​ທີ່​ຈະ​ເກັບ​ຂໍ້​ມູນ ​ແລະ​ຂຶ້ນ
​ທະບຽນ​ແຮງ​ງານ​ຕ່າງ​ຊາດທຸກ​ຄົນ​ໃຫ້​ເປັນແຮງ​ງານ​ທີ່​ຖືກ​ຕ້ອງ​ຕາມ​ກົດໝາຍ​ແຮງ​ງານ
​ຂອງ​ລາວ ດັ່ງ​ທີ່​ທ່ານ​ນາງ​ລຳ​ພອຍ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຈຸດປະສົງ​ຂອງ​ການ​ຂຶ້ນ​ທະບຽນ ​ແລະ​ອອກ​ບັດ​ອະນຸ​ຍາດ​ເຄື່ອນ​ໄຫວ​ຊົ່ວ​ຄາວ​ໃນ​
ຄັ້ງ​ນີ້ແມ່ນ​ເພື່ອຂຶ້ນ​ທະບຽນ ​ແລະ​ເກັບ​ກຳ​ຂໍ້​ມູນ​ຄົນຕ່າງປະ​ເທດ​ທີ່​ເຄື່ອນ​ໄຫວ​ຢູ່​ນະ

ຄອນຫລວງວຽງ​ຈັນ​ທັງ​ພາກສ່ວນ​ທີ່​ໄດ້​ຂຶ້ນ​ທະບຽນ ​ແລະ​ອອກ​ບັດ​ອະນຸຍາດ​ຜ່ານ
​ມາ​
ແລ້ວ ​ແລະ​ທັງຜູ້​ທີ່​ຍັງ​ບໍ່​ມັນ​ຂຶ້ນ​ທະບຽນ​ຈັກ​ເທື່ອ ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ​ເຂົ້າ​
ໃຈ​ໃຫ້ແກ່​ຄົນ​ຕ່າງປະເທດ ​ໂດຍ​ສະ​ເພາະ​ແມ່ນ​ກົດໝາຍ​ແຮງ​ງາ​ນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​
ໄດ້​ຮັບ​ຮູ້ ​ແລະ
ເຂົ້າ​ໃຈ​ກ້າວໄປ​ເຖິງ​ການຈັດ​ຕັ້ງ​ປະຕິບັດ ​ແລະເຄື່ອນ​ໄຫວ​ໃຫ້​ຖືກຕ້ອງ.”

ທັ້ງນີ້​ໂດຍ​ອຳນາດ​ການ​ປົກຄອງ​ເຂດ​ນະຄອນ​ວຽງ​ຈັນ ​ໄດ້​ດຳ​ເນີນ​ການ​ຂຶ້ນ​ທະບຽນ​ແຮງ​
ງານ​ຕ່າງ​ຊາດ​ມາ​ແລ້ວ​ຄັ້ງ​ນຶ່ງ​ໃນ​ປີ 2016 ຊຶ່ງ​ກໍ​ປາກາດ​ວ່າ​ມີ​ແຮງ​ງານ​ຕ່າງຊາດ​ພຽງ
4,397 ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ຂຶ້ນ​ທະບຽນ​ເພື່ອ​ຂໍອະນຸຍາດທຳ​ງານ​ຢ່າງ​ຖືກຕ້ອງ​ຕາມກົດໝາຍ
ຫາກ​ແຕ່​ທາງ​ການ​ລາວ​ກໍ​ເຊື່ອ​ວ່າ​ຍັງ​ມີ​ແຮງ​ ງາ​ນຕ່າງ​ຊາດອີກ​ນັບ​ໝື່ນ​ຄົນທີ່ ຍັງ​ລັກ​ລອບ
ເຮັດ​ວຽກ​ໂດຍ​ຜິດ​ກົດໝາຍ​ໃນ​ນະຄອນຫລວງ​ວຽງ​ຈັນ ຊຶ່ງ​ຕ້ອງ​ດຳ​ເນີນ​ການ​ຂຶ້ນ​ທະບຽນ
​ອີກ​ເທື່ອ​ໃໝ່​ຄັ້ງ​ນີ້.

​ໂດຍ​ການ​ຂຶ້ນ​ທະບຽນ ​ແລະ​ອອກ​ບັດ​ອະນຸຍາດ​ເຄື່ອນ​ໄຫວ​ຊົ່ວຄາວ​ໃຫ້​ແຮງ​ງານ​ຕ່າງ
​ຊາດ​ໃນ​ລາວ​ດັ່ງກ່າວ ​ເປັນ​ການ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ນາຍົກລັດຖ​ະມົນຕີ​ເລກທີ
62/ນຍ ກ່ຽວ​ກັບການ​ຂຶ້ນ​ທະບຽນ​ແຮງ​ງານ​ໃຫ້​ຄົນ​ຕ່າງປະ​ເທດ​ທີ່ມາ​ອາ​ໄສ​ຢູ່ໃນ​ລາວ ທີ່​ເປັນຄວາມ​ຮັບຜິດຊອບ​ຮ່ວມ​ກັນ​ລະຫວ່າງ​ກະຊວງ​ແຮງ​ງານ ​ແລະ​ສະ​ວັດ​ດີກາ​ນສັງຄົມ
ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຊຶ່ງ​ຈັດ​ຕັ້ງ​ປະຕິບັດ​ໃນ ຊ້ວງວັນ​ທີ 16 ທັນວາ 2015
ວັນ​ທີ 30 ກັນຍາ 2016 ​ໂດຍ​ຂຶ້ນ​ທະບຽນ​ແຮງ​ງາ​ນຕ່າງ​ຊາດ​ໄດ້ 22, 766 ຄົນ​ໃນ​ນີ້​ເປັນ
ແຮງ​ງານ​ຫວຽດນາມ 17,537 ຄົນ ຈີນ 4,323 ຄົນ ​ໄທ 612 ຄົນ ​ແລະ​ອື່ນໆ 132 ຄົນ
​ໂດຍ​ທີ່​ແຮງ​ງານ​ຕ່າງ​ຊາດ​ຈະ​ຕ້ອງ​ເສຍ​ຄ່າທຳນຽມ​ບັດ​ອານຸຍາດ ຄົນ​ລະ 3 ​ແສນ​ກີບ
​ຕໍ່​ເດືອນ.

ທາງ​ດ້ານ​ສະຫະພັນ​ກຳມະບານລາວ ສະ​ເໜີ​ລາຍງານ​ວ່າ​ມີ​ແຮງ​ງານ​ຕ່າງ​ຊາດ​ຫລາຍ
​ກວ່າ 50,000 ຄົນ​ໃນ​ລາວ ຊຶ່ງ​ໃນ​ນີ້​ກໍ​ໄດ້​ຂຶ້ນ​ທະບຽນ​ກັບ​ທາງ​ການ​ລາວ​ແລ້ວ 22, 766
ຄົນ​ ຈຶ່ງ​ໝາຍ​ຄວາມ​ວ່າ​ມີ​ແຮງ​ງານ​ຕ່າງ​ຊາດ​ຫລາຍ​ກວ່າ 27,000 ຄົນ​ທີ່​ລັກລອບເຮັດ​
ວຽກ​ໃນ​ລາວ​ໂດຍ​ຜິດ​ກົດໝາຍ​ໃນ​ປັດ​ຈຸ​ບັນ​ນີ້ ​ຫາກ​ແຕ່ວ່າການ​ທີ່​ລາວ​ຍັງ​ຂາດ​ແຄນ
​ແຮງ​ງານ​ມີ​ຝີ​ມື ​ແລະ​ບໍ່​ສາມາດ​ທີ່​ຈະ​ຕອບ​ສະໜອງ​ແຮງ​ງານ​ມີ​ຝີ​ມື​ໃຫ້​ກັບ​ບໍລິສັດ​ຕ່າງ​ຊາດ
​ທີ່​ລົງ​ທຶນ​ໃນ​ລາວ​ໄດ້​ຢ່າງ​ພຽງພໍ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາ​ວຈຳ​ຕ້ອງ​ອະນຸຍາດ​ໃຫ້
​ບໍລິສັດ​ຕ່າງ​ຊາດ​ຕ່າງ​ແຮງ​ງານມີ​ຝີ​ມື​ຈາກ​ຕ່າງ​ປະ​ເທດ​ໄດ້​ຈຳນວນ​ຫລາຍໝື່ນ​ຄົນ​ໃນ​ປັດ
ຈຸບັນ.

ທັ້ງນີ້​ຕາມ​ແຜນ​ພັດທະນາ​ດ້ານ​ແຮງ​ງານໃນ​ຊ່ວງ​ປີ 2016-2020 ລັດຖະບານລາວ​ໄດ້​ໃຫ້​ຄວາມສຳຄັນ​ເປັນ​ພິ​ເສດ​ໃນ​ການພັດທະ​ນາ​ແຮງ​ງານ​ທີ່​ມີ​ຝີ​ມື​ໃຫ້​ໄດ້ 658,000 ກວ່າ​ຄົນ​
ເພື່ອ​ຕອບ​ສະໜອງ​ໃຫ້​ບໍລິສັດ​ຄຕ່າງ​ຊາດ​ທີ່​ລົງ​ທືນ​ໃນ​ລ​າວ​ໃຫ້​ໄດ້ຢ່າງ​ພຽງພໍ ​ແລະ​ສ້າງ​
ມາດ​ຕະຖານ​ຝີ​ມື​ແຮງ​ງານ​ໃຫ້​ໄດ້​ໃນ 25 ສາຂາ​ອາຊີບ ຮວມ​ເຖິງ​ທົດ​ສອບ ​ແລະ​ອອກ​ໃບ​
ຢັ້ງຢືນ​ມາດ​ຕະຖານ​ຝີ​ມື​ແຮ​ງງານໃຫ້ໄດ້​ໃນ 27 ອາຊີບກໍ​ແຮງ​ງານ​ລາວ 12,500 ຄົນ​
ເພື່ອ​ໃຫ້​ສາມາດ​ໄປເຮັດ​ວຽກໄດ້​ໃນ​ທຸກ​ປະ​ເທດສະມາຊິກ​ອາ​ຊຽນດ້ວຍ​ກັນ ຫາກ​ແຕ່​ວ່າ
ການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ​ກໍ​ບໍ່​ງ່າຍ​ເພາະ​ສະ​ຖາ​ບັນ​ການ​ສຶກ
ສາ​ຊັ້ນສູງ ຂອງ​ລັດຖະບານ​ລາວ​ສາມາດ​ຮອງ​ຮັບ​ນັກ​ສຶກສາ​ໄດ້​ພຽງ 11,000 ກວ່າ ຄົນ​
ໃນ​ຂະນະ​ທີ່​ມີ​ນັກຮຽນ​ຫລາຍ​ກວ່າ 60,000 ຄົນ​ທີ່​ຈົບ​ຈາກ​ການ​ສຶກສາລະ​ດັບ​ມັດ​ທະ​ຍົມ
​ປາຍ​ໃນ​ແຕ່ລະ​ປີ ​ແລະ​ຍັງ​ຈະ​ເພີ້​ມຂຶ້ນ​ທຸກ​ປີ​ອີກ​ດ້ວຍ.

XS
SM
MD
LG