ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນະຄອນຫຼວງວຽງຈັນ ຫ້າມ ບໍ່ໃຫ້ຊື້ຂາຍ ຫຼືໂອນທີ່ດິນ ໃນ 8 ໝູ່ບ້ານ


ພາບຈໍາລອງ ເຂດພັດທະນາເສດຖະກິດ ບຶງທາດຫລວງ
ພາບຈໍາລອງ ເຂດພັດທະນາເສດຖະກິດ ບຶງທາດຫລວງ
ອໍານາດການປົກຄອງເຂດນະຄອນວຽງຈັນສັ່ງຫ້າມການຊື້
ຂາຍທີ່ດິນແລະການໂອນ ສິດທິຕ່າງໆໃນທີ່ດິນໃນເຂດ 8
ບ້ານ ເນື່ອງຈາກຖືເປັນເຂດສໍາປະທານຂອງກຸ່ມ ທຸລະກິດ
ຈາກຈີນຢູ່ບຶງທາດຫຼວງ.

ອໍານາດການປົກຄອງເຂດນະຄອນວຽງຈັນໄດ້ອອກປະກາດ
ຄໍາສັ່ງຫ້າມການຊື້ຂາຍທີ່ດິນ ແລະການໂອນສິດທິຕ່າງໆໃນ
ທີ່ດິນຢູ່ໃນເຂດ 8 ບ້ານ ຂອງເມືອງໄຊເສດຖາຢ່າງເປັນທາງ
ການໃນຊ່ວງທ້າຍເດືອນກຸມພາທີ່ຜ່ານມາ ໂດຍໃຫ້ເຫດຜົນ
ວ່າ ທີ່ດິນຢູ່ໃນເຂດ 8 ບ້ານດັ່ງກ່າວ ຖືເປັນສ່ວນນຶ່ງໃນໂຄງ
ການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ທີ່ລັດ
ຖະບານລາວໄດ້ຕົກລົງໃຫ້ສິດທິສໍາປະທານ ແກ່ກຸ່ມບໍລິສັດ
ພັດທະນາອະສັງຫາລິມະຊັບ ຫວານເຝິ້ງ ຊຽງໄຮ້ ຈາກປະເທດຈີນໄປແລ້ວ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ປະຊາຊົນລາວທີ່ຢູ່ໃນເຂດ 8 ໝູ່ບ້ານດັ່ງກ່າວ ກໍຄືບ້ານຫົວຂົວ
ບ້ານໂນນສະຫວ່າງ ບ້ານວັງໄຊ ບ້ານໂນນສະຫງ່າ ບ້ານໜອງໜ່ຽວ ບ້ານຈອມມະນີ ບ້ານວຽງຈະເຣີນ ແລະບ້ານໂພນພະເນົາ ໃນເຂດເມືອງໄຊເສດຖານັ້ນ ບໍ່ມີສິດທີ່ຈະ
ຂາຍ ຫຼືໂອນສິດທິໃນທີ່ດິນອີກຕໍ່ໄປ ຫາກແຕ່ຈະມີພຽງສິດທິ ທີ່ຈະໄດ້ຮັບຄ່າຊົດເຊີຍ
ທີ່ດິນ ແລະຊັບສິນທີ່ຕ້ອງສູນເສຍໄປ ເພາະການທີ່ຕ້ອງໂຍກຍ້າຍອອກໄປ ຈາກເຂດ
ດັ່ງກ່າວເທົ່ານັ້ນ.

ທັງນີ້ໂດຍກຸ່ມບໍລິສັດພັດທະນາອະສັງຫາລິມະຊັບ ຫວານເຝິ້ງ ຊຽງໄຮ້ ໄດ້ວາງ ສີລາ
ເລີກເພື່ອເລີ່ມລົງມືກໍ່ສ້າງເຂດເສດຖະກິດສະເພາະບຶງທາດຫຼວງນັບຕັ້ງແຕ່ທ້າຍປີ
2012 ເປັນຕົ້ນມາແລ້ວ ແຕ່ຈົນເຖິງເວລານີ້ ກໍຍັງປາກົດວ່າມີປະຊາຊົນລາວຈໍານວນ
ເກີນກວ່າ 100 ຄອບຄົວທີ່ຍັງບໍ່ຍອມພາກັນໂຍກຍ້າຍອອກຈາກທີ່ດິນຂອງພວກເຂົາ
ເຈົ້າ ແລະບໍ່ຍອມຮັບເງິນຊົດເຊີຍຈາກທາງບໍລິສັດຜູ້ລົງທຶນໃນໂຄງການອີກດ້ວຍ.
ພິທີວາງສີລາເລີກເພື່ອລົງມືກໍ່ສ້າງ ໂຄງການພັດທະນາເສດຖະກິດບຶງທາດຫລວງ
ພິທີວາງສີລາເລີກເພື່ອລົງມືກໍ່ສ້າງ ໂຄງການພັດທະນາເສດຖະກິດບຶງທາດຫລວງ

ສ່ວນທາງດ້ານບໍລິສັດຜູ້ລົງທຶນໃນໂຄງການນັ້ນ ກໍໄດ້ໃຫ້
ການຢືນຢັນວ່າທາງບໍລິສັດພ້ອມທີ່ຈະຈ່າຍຄ່າຊົດເຊີຍ ໃຫ້ກັບປະຊາຊົນລາວຢ່າງຄົບຖ້ວນທຸກເວລາ ຫາກແຕ່ວ່າ ບັນຫາໃນເວລານີ້ກໍຄືປະຊາຊົນລາວທີ່ໄດ້ຮັບຜົນກະທົບ
ຈາກໂຄງການນັ້ນ ບໍ່ພາກັນມາຮັບເອົາຄ່າຊົດເຊີຍຂອງ
ພວກເຂົາເຈົ້າ ດັ່ງທີ່ທານແຝງ ອິນທະລາດ ຮອງປະທານ ສະພາບໍລິຫານເຂດເສດຖະກິດສະເພາະບຶງທາດຫຼວງໄດ້
ໃຫ້ການຢືນຢັນວ່າ:

ມາເຖິງມື້ນີ້ ໄດ້ມີເຈົ້າຂອງດິນມາຮັບເອົາເງິນຊົດເຊີຍ
ທີ່ດິນເກືອບ 80% ແລ້ວ ສ່ວນທີ່ຍັງເຫຼືອທາງຄະນະກໍາມະການທີ່ຮັບຜິດ ຊອບ ກໍຈະສືບຕໍ່ປະສານຫາເຈົ້າຂອງທີ່ດິນໃຫ້ມາຮັບເອົາເງິນໃຫ້ສໍາເລັດໃນໄວໆນີ້ ເງິນຊົດເຊີຍນັ້ນທາງຄະນະກໍາມະການຮັບຜິດຊອບໄດ້ກຽມໄວ້ທີ່ທະນາຄານ
ຮຽບຮ້ອຍແລ້ວ ສາມາດມາຮັບເອົາມື້ໃດກໍໄດ້ ທາງຄະນະກໍາມະການກຽມ
ພ້ອມ ຕະຫຼອດເວລາ.”


ໂຄງການພັດທະນາເສດຖະກິດສະເພາະບຶງທາດຫຼວງຈະໃຊ້ເງິນລົງທຶນເຖິງ 1,600 ລ້ານໂດລາ ຫຼືຫຼາຍກວ່າ 12,800 ຕື້ກີບ ໂດຍຈະພັດທະນາພື້ນທີ່ສໍາປະ ທານ 365
ເຮັກຕ້າ ໃຫ້ເປັນເມືອງທ່ອງທ່ຽວທີ່ທັນສະໄໝທີ່ມີທັງສວນສາທາລະນະ ສູນກິລາ ສູນ
ການຄ້າ ສູນບັນເທີງ ແລະສູນບໍລິການຕ່າງໆຢ່າງຄົບວົງຈອນ ເຊັ່ນໂຮງແຮມລະດັບ
5 ດາວ ຮ້ານອາຫານ ຫ້າງສັບພະສິນຄ້າ ວິລລາລະດັບສູງ ແບບວັດທະນະທໍາລາວ ແລະຢູໂຣບ ທັງຍັງຈະມີ Apartment ສໍາລັບຢູ່ອາໄສ ທີ່ມີສິ່ງອໍານວຍຄວາມສະດວກ
ຢ່າງຄົບຊຸດດ້ວຍເປົ້າໝາຍທີ່ຈະສ້າງສໍາເລັດພາຍ ໃນປີ 2030 ຊຶ່ງຈະສາມາດຮອງ ຮັບນັກທຸລະກິດຈາກຈີນໄດ້ເຖິງ 55,000 ຄົນທີ່ ຫຼັ່ງໄຫຼເຂົ້າມາໃນລາວໃນໄລຍະຕໍ່ໄປ.

ແຕ່ຢ່າງໃດກໍຕາມ ໂຄງການດັ່ງກ່າວກໍຕ້ອງປະສົບກັບບັນຫາຊັກຊ້າມາໂດຍຕະຫຼອດ ເນື່ອງຈາກວ່າເປັນໂຄງການທີ່ຈະຕ້ອງມີການເວນຄືນທີ່ດິນຈາກປະຊາຊົນທັງໝົດ 435​
ລາຍ ຊຶ່ງລວມເຖິງປະຊາຊົນໃນເຂດບ້ານເມືອງນ້ອຍ ໂນນຫວາຍ ໂນນຄໍ້ເໜືອ ໂພນທັນ
ໂພນປ່າເປົ້າ ແລະດອນກອຍດ້ວຍ ແຕ່ວ່າເຖິງປັດຈຸບັນນີ້ ກໍຍັງມີປະຊາຊົນ ຫຼາຍກວ່າ
100 ລາຍທີ່ຍັງບໍ່ຍອມຍ້າຍອອກໄປຈາກທີ່ດິນຂອງພວກເຂົາເຈົ້າ ເພາະບໍ່ພໍໃຈຕໍ່ອັດຕາ
ການຊົດເຊີຍຄ່າທີ່ດິນທີ່ຕໍ່າກວ່າຄວາມເປັນຈິງ ຫຼາຍເທົ່າຕົວນັ້ນເອງ.
XS
SM
MD
LG