ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນຫຼວງ ວຽງຈັນ ແລະ ຈຳປາສັກ ຈະບັນລຸຄາດໝາຍ ດ້ານການທ່ອງທ່ຽວ ພຽງແຕ່ 40 ເປີເຊັນ ແລະ 15 ເປີເຊັນເທົ່ານັ້ນ ໃນປີ 2020


ນໍ້າຕົກຄອນພະເພັງ, ແຂວງຈຳປາສັກ.
ນໍ້າຕົກຄອນພະເພັງ, ແຂວງຈຳປາສັກ.

ນະຄອນຫຼວງ ວຽງຈັນ ແລະ ແຂວງຈຳປາສັກ ຈະບັນລຸຄາດໝາຍແຜນການດ້ານການທ່ອງທ່ຽວພຽງແຕ່ 40 ເປີເຊັນ ແລະ 15 ເປີເຊັນເທົ່ານັ້ນໃນປີ 2020 ເພາະຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19.


ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປີດເຜີຍວ່າທຸລະກິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດໃນທ່າມກາງການລະບາດຂອງພະຍາດໄວຣັສ COVID-19 ໃນ ລາວ ຄືພາກທຸລະກິດບໍລິການ ແລະ ທ່ອງທ່ຽວ ໂດຍສະເພາະຢູ່ໃນເຂດນະຄອນຫຼວງວຽງຈັນ ທີ່ມີຫົວໜ່ວຍທຸລະກິດບໍລິການ-ທ່ອງທ່ຽວ, ໂຮງແຮມ-ບ້ານພັກ, ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງຕ່າງໆຫຼາຍທີ່ສຸດໃນ ລາວ ນັ້ນກໍຍ່ອມເປັນເຂດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ເພາະວ່າການປິດດ່ານຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ໄດ້ສົ່ງຜົນເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວ ເລີຍນັ້ນເອງ.

ໃນຊ່ວງ 3 ເດືອນຕົ້ນປີ 2020 ມີນັກທ່ອງທ່ຽວຊາວຕ່າງຊາດ 886,000 ກວ່າຄົນທີ່ເດີນທາງເຂົ້າມາໃນ ລາວ ກໍຄືເຂດນະຄອນຫຼວງ ວຽງຈັນ ຄິດເປັນ 40 ເປີເຊັນຂອງແຜນການປີ 2020 ທີ່ໄດ້ວາງຄາດ ໝາຍຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດໃຫ້ເດີນທາງມານະຄອນຫຼວງວຽງຈັນ ຫຼາຍກວ່າ 2.2 ລ້ານຄົນ ຫາກແຕ່ກໍເປັນໄປບໍ່ໄດ້ຢ່າງແນ່ນອນແລ້ວ ເພາະວ່າລັດຖະບານ ລາວ ຍັງຄົງສືບຕໍ່ມາດຕະການປິດດ່ານຊາຍແດນ ແລະ ບໍ່ອະນຸຍາດໃຫ້ນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ຈົນເຖິງປັດຈຸບັນນີ້ ທັງຍັງມີທ່າທີ່ວ່າຈະຈັດຕັ້ງປະຕິບັດມາດຕະການດັ່ງກ່າວຕໍ່ໄປຈົນກວ່ານານາຊາດຈະສາມາດຄວບຄຸມເຊື້ອໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວ.

ແຕ່ຢ່າງໃດກໍຕາມ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ວຽງຈັນ ກໍຢືນຢັນວ່າການທີ່ນະຄອນຫຼວງວຽງຈັນ ໄດ້ເຂົ້າເປັນສະມາຊິກຂອງອົງການສົ່ງເສີມການທ່ອງທ່ຽວໃນເອເຊຍປາຊີຟິກ ຢ່າງເປັນທາງການເມື່ອບໍ່ນານມານີ້ຈະສົ່ງຜົນດີຕໍ່ການດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ເດີນທາງເຂົ້າມາໃນ ລາວ ເພີ່ມຂຶ້ນ ໂດຍສະເພາະກໍແມ່ນພາຍຫຼັງຈາກທີ່ ລາວ ກັບນານາຊາດສາມາດຄວບຄຸມການລະບາດຂອງໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ເພາະວ່າທັງ 128 ເມືອງທີ່ເປັນສະມາຊິກຂອງອົງການສົ່ງເສີມການທ່ອງທ່ຽວໃນເອເຊຍປາຊີຟິກ ມີປະຊາກອນລວມກັນຫຼາຍກວ່າ 300 ລ້ານຄົນນັ້ນ ກໍຍ່ອມຈະສົ່ງຜົນດີໃນໄລຍະຍາວຕໍ່ພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນເຂດນະຄອນຫຼວງວຽງຈັນ ດັ່ງທີ່ທ່ານ ສິນລະວົງ ໄດ້ໃຫ້ການຢືນຢັນວ່າ

“ພວກເຮົາຄາດຫວັງວ່າ ອຸດສາຫະກຳການທ່ອງທ່ຽວຂອງນະຄອນຫຼວງພວກເຮົານີ້ຈະຖືກກໍ່ຮ່າງສ້າງຕົວ ແລະ ມີຕ່ອງໂສ້ເຊື່ອມໂຍງກັບສາກົນ ເປັນຕົ້ນແມ່ນກັບມິດນະຄອນມີ 128 ນະຄອນດຽວນີ້ ຄັນໄລ່ເປັນພົນລະເມືອງກໍຕັ້ງ 300 ລ້ານຄົນກໍຫຼາຍສົມຄວນ ພວກເຮົາກໍມີມິດນະຄອນຮ່ວມມືອີກແລ້ວ ຈາກເມື່ອກ່ອນນີ້ແມ່ນມີແຕ່ນະຄອນຫຼວງ ຟຣັງໂກໂຟນີ ເຂດແຂວງອື່ນໆແມ່ນ 68 ນະ ຄອນ ມາບວກໃສ່ 127 ເດເນາະບາດນີ້ເນາະ ກໍມີເພື່ອນຮ່ວມມື ຮ່ວມງານຫຼາຍສົມຄວນ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນແຂວງຈຳປາສັກ ເປີດເຜີຍວ່າໃນ 6 ເດືອນຕົ້ນປີ 2020 ນີ້ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນແຂວງຈຳປາສັກ ພຽງແຕ່ 1 ແສນກວ່າຄົນເທົ່ານັ້ນ ຂະນະທີ່ແຜນການຕະຫຼອດປີໄດ້ວາງເປົ້າໝາຍເອົາໄວເຖິງ 1 ລ້ານຄົນ ເພາະສະນັ້ນ ຈຶ່ງເປັນໄປບໍ່ໄດ້ຢ່າງແນ່ນອນທີ່ຈະບັນລຸເປົ້າໝາຍດັ່ງກ່າວ ທັງຍັງຄາດໝາຍວ່າໃນຕະຫຼອດປີ 2020 ຈະມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນແຂວງຈຳປາສັກພຽງ 1.5 ແສນຄົນ ຫຼື 15 ເປີເຊັນເທົ້ານັ້ນຂອງແຜນການຕະຫຼອດປີ.

ທັງນີ້ອົງການທ່ອງທ່ຽວໂລກຄາດການວ່າ ນັກທ່ອງທ່ຽວສາກົນທີ່ເດີນທາງໃນຕະຫຼອດປີ 2020 ຈະຫຼຸດລົງ 60-80 ເປີເຊັນທີ່ຈະກະທົບຕໍ່ການຈ້າງງານໃນຂະແໜງການທ່ອງທ່ຽວຈຳນວນ 100-120 ລ້ານຄົນ ຊຶ່ງຈະເຮັດໃຫ້ລາຍຮັບໃນພາກບໍລິການ ແລະ ທ່ອງທ່ຽວຫຼຸດລົງເຖິງ 1,200 ຕື້ໂດລາໃນທົ່ວໂລກ ໃນນີ້ກໍລວມເຖິງການສູນເສຍລາຍຮັບຂອງພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ທີ່ຄິດເປັນມູນຄ່າລວມເກີນກວ່າ 700 ລ້ານໂດລາ ເຊິ່ງດ້ວຍຜົນກະທົບດັ່ງກ່າວຍັງເຮັດໃຫ້ພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ຈະຕ້ອງຝາກຄວາມຫວັງໄວ້ກັບປີ 2021 ດ້ວຍຫວັງວ່າພາກທຸລະກິດບໍລິການ ແລະ ທ່ອງທ່ຽວຈະກັບຄືນມາຟື້ນຕົວໄດ້ເມື່ອທົ່ວໂລກສາມາດຄວບຄຸມການລະບາດຂອງໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວໂດຍທາງການ ລາວ ຈະຈັດກອງປະຊຸມເພື່ອສົ່ງເສີມການທ່ອງທ່ຽວທັງໃນ ແລະ ຕ່າງປະເທດຕະຫຼອດປີ 2021.

XS
SM
MD
LG