ບັນດາເຈົ້າໜ້າທີ່ຂອງອອສເຕຣຍ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຜູ້ຕ້ອງສົງໄສທຳການໂຈມຕີຢູ່ໃນນະຄອນຫຼວງວຽນນາ ທີ່ໄດ້ສັງຫານຢ່າງໜ້ອຍ 4 ຄົນ ແລະອີກ 14 ຄົນໄດ້ຮັບບາດເຈັບນັ້ນ ເປັນຜູ້ທີ່ເປັນໃຈສະໜັບສະໜຸນກຸ່ມກໍ່ການຮ້າຍລັດອິສລາມ.
“ພວກເຮົາໄດ້ປະສົບກັບການໂຈມຕີ ໃນມື້ຄືນວານນີ້ ໂດຍຜູ້ກໍ່ການຮ້າຍ ຢ່າງ
ໜ້ອຍຄົນນຶ່ງ” ລັດຖະມົນຕີກະຊວງພາຍໃນ ທ່ານຄາລ ເນີແຮມເມ່ີຣ ໄດ້ກ່າວຕໍ່ບັນດານັກຂ່າວ. ໃນເວລາຕໍ່ມາ ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີດັ່ງກ່າວ.
ທ່ານເນີຮາມເມີຣ ໄດ້ກ່າວວ່າ ຜູ້ຮ້າຍໄດ້ຕິດອາວຸດດ້ວຍປືນຍາວແລະໄດ້ໃສ່ເສື້ອກັກສະຫລະຊີບປອມ. ໃນເວລາຕໍ່ມາ ທ່ານໄດ້ກ່າວຕື່ມຢູ່ໃນການໃຫ້ຄວາມເຫັນຕໍ່ອົງການຂ່າວ APA ຂອງອອສເຕຣຍ ວ່າ ຜູ້ໂຈມຕີນັ້ນ ໄດ້ຖືກສານພົບເຫັນວ່າມີຄວາມຜິດເມື່ອປີກາຍນີ້ໃນການພະຍາຍາມທີ່ຈະເດີນທາງໄປຊີເຣຍ ເພື່ອເຂົ້າຮ່ວມກຸ່ມລັດອິສລາມ.
ຕຳຫຼວດ ໄດ້ຍິງຄົນຮ້າຍເສຍຊີວິດ ແລະທ່ານເນີຮາມເມີຣ ໄດ້ກ່າວວ່າ ການຄົ້ນຫາກຳລັງດຳເນີນຢູ່ຕໍ່ໄປ ໃນວັນອັງຄານວານນີ ເພື່ອເບິ່ງວ່າ ມີຄົນອື່ນໃດມີສ່ວນກ່ຽວຂ້ອງກັບການໂຈມຕີຫຼືບໍ່.
ທ່ານເນີຮາມເມີຣ ໄດ້ກ່າວວ່າ “ໃນຂະນະນີ້ ພວກເຮົາບໍ່ສາມາດຕັດອອກໄດ້ວ່າ ຍັງມີຜູ້ໂຈມຕີຄົນອື່ນໆເຫຼືອຢູ່ບໍ່. ອັນນັ້ນເປັນສາເຫດທີ່ພວກເຮົາກຳລັງສືບສວນສອບສວນສະພາບແວດລ້ອມຂອງຂອງຜູ້ໂຈມຕີ ແລະຍັງເບິ່ງທົ່ວນະຄອນວຽນນາທັງໝົດ ເພື່ອທີ່ຈະຮັບປະກັນໄດ້ວ່າ ມີຜູ້ຮ້າຍພຽງຄົນນຶ່ງ ຫຼືມີສອງຄົນ.”
ບັນດາເຈົ້າໜ້າທີ່ ໄດ້ແນະນຳໃຫ້ປະຊາຊົນຢູ່ຫ່າງຈາກສະຖານທີ່ສາທາລະນະ ແລະການຂົນສົ່ງຂອງສາທາລະນະ. ສ່ວນພວກສຶກສາຢູ່ໃນວຽນນາ ກໍໄດ້ອະນຸຍາດໃຫ້ຂາດໂຮງຮຽນໄດ້ໃນວັນອັງຄານ.
ການຍິງສັງຫານໄດ້ເກີດຂຶ້ນໃນຕອນແລງຂອງວັນຈັນຜ່ານມ ຢູ່ທີ່ 6 ແຫ່ງໃນນະຄອນວຽນນາ ຫຼາຍຊົ່ວໂມງກ່ອນການປະກາດປິດເມືອງໃນບາງເຂດ ຈະມີຜົນບັງຄັບໃຊ້ ຍ້ອນຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາທີ່ເພີ້ມສູງຂຶ້ນຢູ່ໃນປະເທດ. ພວກທີ່ຖືກຂ້າຕາຍນັ້ນ ປະກອບດ້ວຍ ຊາຍສີ່ຄົນ ແລະແມ່ຍິງຄົນນຶ່ງ ໃນຂະນະດຽວກັນ ກໍມີເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ທີ່ໄດ້ຮັບບາດເຈັບໃນຈຳນວນດັ່ງກ່າວນຳດ້ວຍ.
ນາຍົກລັດຖະມົນຕີອອສເຕຣຍ ທ່ານເຊບາສຕຽນ ເຄີຣສ໌ ໄດ້ກ່າວວ່າ ປະເທດຂອງທ່ານ “ຈະບໍ່ຖືກຂົ່ມຂູ່ໂດຍພວກກໍ່ການຮ້າຍ.” ໃນຂໍ້ຄວາມທີ່ຂຽນລົງໃນທວິດເຕີ້ຫຼາຍຮອບ ທ່ານຍັງໄດ້ກ່າວວ່າ ບໍ່ມີຂໍ້ຂັດແຍ້ງລະຫວ່າງ ຊາວຄຣິສຕຽນ ແລະຊາວມຸສລິມ ຫຼື ລະຫວ່າງ ຊາວອັອສເຕຣຍ ແລະຊາວອົບພະຍົບ ແຕ່ຫາກແມ່ນການຕໍ່ສູງຫລະຫວ່າງ ພວກຜູ້ທີ່ເຊື່ອໃນສັນຕິພາບ ແລະພວກຜູ້ທີ່ຢາກກໍ່ສົງຄາມ.