ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ວິ​ດີ​ໂອສະ​ແດງ​ໃຫ້​ເຫັນ​ຊາວ ໂຣ​ຮິງ​ຢາ ຖືກ​ບັງ​ຄັບ​ໃຫ້ເຂົ້າເປັນທະ​ຫານ ໃນ​ກອ​ງ​ທັບ ມຽນ​ມາ


Video Shows Rohingya Forcibly Recruited Into Myanmar Military
please wait

No media source currently available

0:00 0:00:31 0:00
ລິງໂດຍກົງ

ຜູ້​ຊາຍ​ໄວ​ໜຸ່ມ ໂຣ​ຮິງ​ຢາ ຫຼາຍ​ສິບ​ຄົນ​ຂີ່​ລົດ​ບັນ​ທຸກ​ທະ​ຫານ​ໃນ​ວັນ​ທີ 9 ມີ​ນາ 2024. (UGC courtesy video)

ວີ​ໂອ​ເອ​ເມື່ອບໍ່​ດົນ​ມານີ້​ ໄດ້​ຮັບ​ພາບ​ຖ່າຍ​ວິ​ດີ​ໂອ​ທີ່​ກະ​ທົບ​ກະ​ເທືອນ​ຈິດ​ໃຈ ທີ່​ບັນລະຍາຍ​ໃຫ້​ເ​ຫັນ​ພາບ​ຂອງ​ຊາວ ໂຣ​ຮິງ​ຢາ ຈາກ​ສູນ​ຜູ້ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ພາຍ​ໃນ​ປະ​ເທດ ຖືກ​ຝຶກ​ຊ້ອມ​ໃຫ້​ເປັນ​ທະ​ຫານ​ໃນ​ລັດ ຣາ​ໄຄ​ນ໌, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຂອງ​ການ​ຕໍ່​ສູ້​ກັນ​ຢ່າງ​ໜັກ ​ລະ​ຫວ່າງ​ລັດ​ຖະ​ບານ​ທະ​ຫານ ມຽນ​ມາ ແລະ ບັນ​ດາກຸ່ມ​ຊົນ​ເຜົ່າ​ຕິດ​ອາ​ວຸດ.

ວິ​ດີ​ໂອ​ດັ່ງ​ກ່າວ​ ໄດ້​ສະ​ແດງ​ໃຫ້​ເຫັນ​ອົບ​ພະ​ຍົບ​ໄວ​ໜຸ່ມ​ພົກ​ພາ​ອາ​ວຸດ ແລະ ປະ​ຕິ​ບັດ​ການ​ຊ້ອມ​ທະ​ຫານ, ເຊິ່ງ​ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ສິ່ງ​ທີ່​ປາ​ກົດ​ວ່າ​ ເປັນ​ການ​ບັງ​ຄັບ​ເກນ​ທະ​ຫານ​ໂດຍ​ລັດ​ຖະ​ບານ​ທະ​ຫານ​ນັ້ນ. ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ຜູ້​ເຫັນ​ເຫດ​ການ​ເວົ້າ​ວ່າ​ ເຂົາ​ເຈົ້າເຊື່ອ​ວ່າ​ ພວກ​ທະ​ຫານ​ເກນ​ໄວ​ໜຸ່ມ​ນັ້ນ ​ຈະ​ຖືກ​ໃຊ້​ເປັນ​ສິ່ງ​ກັນ​ບັງ​ມະ​ນຸດ​ໂດຍ​ລັດ​ຖະ​ບານ​ທະ​ຫານ​ໃນ​ການ​ຕໍ່​ສູ້​ຂອງ​ພວກ​ເຂົາ​ເພື່ອ​ຍາດ​ເອົາ​ດິນ​ແດນ​ທີ່​ສູນ​ເສຍ​ໄປ​ກັບ​ຄືນ​ມາ ໃນ​ການ​ຕໍ່​ສູ້​ເມື່ອບໍ່​ດົນ​ມານີ້​ກັບ​ກອ​ງ​ທັບ​ບົກ ອາ​ຣາ​ຄານ ໃນ​ລັດ ຣາ​ໄຄ​ນ໌.

ຊາວໂຣ​ຮິງ​ຢາ, ເຊິ່ງ​ແມ່ນ​ຊົນ​ກຸ່ມ​ນ້ອຍ​ທີ່​ເປັນ​ຊາວ​ມຸ​ສ​ລິມ​ສ່ວນ​ໃຫຍ່​ນັ້ນ, ໄດ້​ປະ​ເຊີນ​ກັບ​ການ​ປະ​ຫັດ​ປະ​ຫານ ແລະ ການ​ແບ່ງ​ແຍກ​ໃນ ມຽນ​ມາ ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ​ແລ້ວ.

​ໃນການ​ຖືກ​ປະ​ຕິ​ເສດ​ສັນ​ຊາດ​ພາຍ​ໃຕ້​ກົດ​ໝາຍ​ສັນ​ຊາດ​ປີ 1982 ນັ້ນ, ເຂົາ​ເຈົ້າ​ຖືກ​ແບ່ງ​ແຍກ​ຢ່າງ​ເປັນ​ລະ​ບົບ, ​ປະ​ເຊີນ​ກັບຄວາມ​ຮຸນ​ແຮງ ແລະ ການ​ຂັບ​ໄລ່​ອອກ​ຈາກ​ບ້ານ​ຂອງ​ເຂົາ​ເຈົ້າ​ໃນ​ລັດ ຣາ​ໄຄ​ນ໌, ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ ບັງ​ກ​ລາ​ແດັ​ສ ຢູ່​ພາກ​ເໜືອ. ລັດ​ຖະ​ບານ​ທະ​ຫານ​ດັ່ງ​ກ່າວ ໄດ້​ພັນ​ລະ​ນາ​ຊາວ ໂຣ​ຮິງ​ຢາ ດັ່ງ​ກັບ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຈາກ ບັງ​ກ​ລາ​ແດັ​ສ, ໂດຍບໍ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ເຂົາ​ເຈົ້າ​ໃນ​ສັງ​ຄົມ.

ລັດ​ຖະ​ບານ​ທະ​ຫານ, ເຊິ່ງ​ໄດ້​ຍຶດ​ອຳ​ນາດ​ໃນ​ການ​ກໍ່​ລັດ​ຖະ​ປະ​ຫານນອງ​ເລືອດ ແລະ ຖືກ​ກ່າວ​ປະ​ນາມ​ຢ່າງກວ້າງ​ຂວາງ​ເມື່ອ​ສາມ​ປີ​ທີ່​ຜ່ານ​ມາ, ໄດ້​ເລີ່ມ​ບັງ​ຄັບ​ໃຊ້​ກົດ​ໝາຍ​ການ​ເກນ​ທະ​ຫານ​ບ້ານ​ໃນ​ວັນ​ທີ 10 ກຸມ​ພາ​ທີ່​ຜ່ານ​ມາ. ບໍ່​ດົນຫຼັງ​ຈາກ​ນັ້ນ, ຂ່າວ​ລືໄດ້​ໝຸນ​ວຽນ​ໄປ​ທົ່ວ​ ກ່​ຽວ​ກັບ ຊາວ​ມຸ​ສ​ລິມ​ໃນ​ລັດ ຣາ​ໄຄ​ນ໌ ຖືກ​ຈັບ​ກຸມ ແລະ ຖືກ​ບັງ​ຄັບ​ໃຫ້​ເຂົ້າ​ຮ່ວມກອງ​ທັບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG