ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມອິສລາມ ທຳລາຍ ເມືອງມໍລະດົກໂລກ Hatra ໃນອີຣັກ


ພາບວີດີໂອທີ່ສະແດງໃຫ້ເຫັນ ພວກຫົວຮຸນແຮງໃຊ້ຄ້ອນເຫຼັກໃຫຍ່ ທຳລາຍຮູບປັ້ນທີ່ລ້ຳຄ່າ ໃນເມືອງມໍລະດົກໂລກ Hatra ຂອງອີຣັກ ເມື່ອວັນທີ ເມສາ 2015.
ພາບວີດີໂອທີ່ສະແດງໃຫ້ເຫັນ ພວກຫົວຮຸນແຮງໃຊ້ຄ້ອນເຫຼັກໃຫຍ່ ທຳລາຍຮູບປັ້ນທີ່ລ້ຳຄ່າ ໃນເມືອງມໍລະດົກໂລກ Hatra ຂອງອີຣັກ ເມື່ອວັນທີ ເມສາ 2015.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ ທີ່​ເມືອງບູຮານ​ Hatra ຂອງ​ອີຣັກ
​ໄດ້​ທັບ​ມ້າງທຳລາຍ​ສະຖານ​ທີ່​ເກົ່າ​ແກ່​ບູຮານຂອງ​ເມືອງ ​ໂດຍ​
ການ​ໃຊ້​ຄ້ອນ​ຂະໜາດ​ໃຫຍ່​ທຳລາຍ​ຝາກຳ​ແພງ ​ແລະໃຊ້​ປືນ​
ເຫລັກ​ຍາວຍິງ​ທຳລາຍ​ພວກ​ຮູບ​ປັ້ນ​ທີ່​ລ້ຳ​ຄ່າ ອີງ​ຕາມ​ພາບ​ວີ​ດີ​ໂອ​
ໃໝ່​ ທີ່​ກ່າວ​ກັນ​ວ່າ ພວກ​ຫົວ​ຮຸນ​ແຮງນຳ​ອອກ​ມາ​ເຜີຍ​ແຜ່​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ​ຊາວ​ເມືອງ​ທ້ອງ​ຖິ່ນ​ກ່າວ​ວ່າ ​ໃນ​ເດືອນ
​ແລ້ວ​ນີ້ ພວກ​ຫົວ​ຮຸນ​ແຮງ ​ໄດ້ໂຈມ​ຕີ​ເມືອງ Hatra ທີ່​ອົງການ
UNESCO ​ໄດ້​ປະກາດ​ໃຫ້​ເປັນ​ເມືອງ​ມໍລະດົກ​ໂລກນັ້ນ ແຕ່​
ລະດັບ​ຂອງຄວາມ​ເສຍ​ຫາຍນັ້ນ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ
ເພາະວ່າ​ເມືອງ​ດັ່ງກ່າວ​ຕັ້ງ​ຢູ່​ໃນ​ດິນ​ແດນ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​
ຄຸມ​ຂອງ​ກຸ່ມ​ລັດ​ອິສລາມ.

​ແຕ່ພາບ​ໃນ​ວີ​ດີ​ໂອ ​ແມ່ນສອດ​ຄ້ອງ​ກັບລາຍ​ງານ​ກ່ຽວ​ກັບ​ການ​ໂຈມ​ຕີຂອງ​ອົງການ​ຂ່າວ AP ​ແລະ​ຖືກ​ນຳ​ລົງເຜີຍ​ແຜ່ໃນ website ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ​ທີ່​ກຸ່ມ​ລັດ​ອິສລາມມັກ​
ໃຊ້ຢູ່​ເລື້ອຍໆ​ນັ້ນ.

Ancient City
please wait
Embed

No media source currently available

0:00 0:01:49 0:00

ຄົນໜຶ່ງ​ໃນ​ບັນດາ​ພວກ​ຫົວ​ຮຸນ​ແຮງທີ່​ທຳລາຍ​ສະຖານ​ທີ່​ແຫ່ງ​ນັ້ນ​ເວົ້າ​ເປັນພາສາ​ Arab
​ທີ່​ມີ​ສຳນຽງຂອງ​ຄົນ​ໃນ​ເຂດ​ອ່າວ​ເປີ​ເຊຍວ່າພວກ​ເຂົາທຳລາຍ​ມັນ ​ເພາະວ່າ ມັນ​ເປັນ​ສະ
ຖານ​ທີ່​ທີ່​ຜູ້​ຄົນ​ທຳການ​ເຄົາລົບ​ບູຊາ ​ແທນ​ທີ່​ຈະ​ບູຊາ​ພະ​ເຈົ້າ​ນັ້ນ.

ບັນດານັກໂບຮານນະຄະດີ ຕົກໃຈນຳ ການທຳລາຍວັດຖຸໂບຮານ ໂດຍພວກ IS:

Destruction of Iraq Artifacts Shocks Archaeologists
please wait

No media source currently available

0:00 0:03:17 0:00

XS
SM
MD
LG