ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ດາ​ລາເທັນນິສ ທີ່ມີຊື່ສຽງຂອງຈີນ ທີ່ຫາຍໂຕໄປນັ້ນ ກ່າວວ່າ 'ລາວປອດໄພດີ'


ນັກເທັນນິສທີ່ມີຊື່ສຽງຂອງ ຈີນ, ນາງເພັງ ຊູອາຍ ໄດ້ເຊັນຊື່ລົງໃນໜ່ວຍເທັນນິສ ທີ່ມີຂະໜາດໃຫຍ່ ຢູ່ໃນພິທີເປີດການແຂ່ງຂັນ Fila Kids Junior Tennis Challenger FInal ໃນນະຄອນຫລວງປັກກິ່ງ, ປະເທດຈີນ, ວັນທີ 21 ພະຈິກ 2021. ໃນພາບທີ່ນໍາມາຈາກ ວີດີໂອ ໃນສື່ອອນລາຍ. (Twitter @QINGQINGPARIS via Reute
ນັກເທັນນິສທີ່ມີຊື່ສຽງຂອງ ຈີນ, ນາງເພັງ ຊູອາຍ ໄດ້ເຊັນຊື່ລົງໃນໜ່ວຍເທັນນິສ ທີ່ມີຂະໜາດໃຫຍ່ ຢູ່ໃນພິທີເປີດການແຂ່ງຂັນ Fila Kids Junior Tennis Challenger FInal ໃນນະຄອນຫລວງປັກກິ່ງ, ປະເທດຈີນ, ວັນທີ 21 ພະຈິກ 2021. ໃນພາບທີ່ນໍາມາຈາກ ວີດີໂອ ໃນສື່ອອນລາຍ. (Twitter @QINGQINGPARIS via Reute

ນັກເທັນນິສເຍົາວະຊົນທີ່ມີຊື່ສຽງຂອງຈີນ ນາງເພັງ ຊູອາຍ (Peng Shuai) ທີ່ຫາຍໂຕໄປ ໄດ້​ປາກົດໂຕ ສູ່ສາທາລະນະອີກຄັ້ງ ໃນວັນອາທິດວານນີ້ ໃນການແຂ່ງຂັນເທັນນິສເຍົາວະຊົນໃນນະຄອນຫລວງປັກກິ່ງ ແລະຫລັງຈາກນັ້ນໄດ້ກ່າວກັບທາງເຈົ້າໜ້າທີ່ໂອລິມປິກວ່າ ລາວປອດໄພ ແລະສະບາຍດີ.

ບໍ່ໄດ້ມີການພົບເຫັນ ນາງເພັງ ນັບຕັ້ງແຕ່ຕົ້ນເດືອນນີ້ ຫລັງຈາກທີ່ນາງໄດ້ກ່າວຫາອະດີດຮອງນາຍົກລັດຖະມົນຕີຂອງຈີນ ທ່ານຊັງ ກາວລີ (Zhang Gaoli) ໃນຂໍ້ຫາບັງຄັບໃນນາງມີເພດສໍາພັນນໍາ ເມື່ອຫລາຍປີກ່ອນ. ການຫາຍໂຕຂອງລາວຈາກສາທາລະນະ ໄດ້ຊຸກຍູ້ໃຫ້ນານາຊາດ ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ຂອງຈີນ ຮັບຜິດຊອບຕໍ່ຄວາມປອດໄພຂອງນາງ.

ໃນວັນອາທິດວານນີ້, ນັກກິລາໂອລິມປິກສາມສະໄໝ ແລະອະດີດຜູ້ຊະນະ ວິມເບລດັນ ໄດ້ປາກົດຕົວ ຢູ່ຂ້າງສະໜາມກິລາເທັນນິສ, ຍົກມືທັກທາຍ ແລະເຊັນຊື່ໃສ່ໜ່ວຍເທັນນິສໃຫ້ເດັກນ້ອຍ.

ຫລັງຈາກນັ້ນ, ນາງໄດ້ລົມໂທລະສັບກັບທ່ານໂທມັສ ແບັສ (Thomas Bach) ເຊິ່ງເປັນປະທານຄະນະກໍາມະການໂອລິມປິກສາກົນ ຫລື IOC ເປັນເວລາ 30 ນາທີ, ໂດຍກ່າວວ່າ ນາງຂອບໃຈຕໍ່ IOC ທີ່ເປັນຫ່ວງນາງ.

“ນາງໄດ້ອະທິບາຍວ່າ ນາງປອດໄພ ແລະກໍສະບາຍດີ, ອາໄສຢູ່ທີ່ເຮືອນຂອງນາງໃນນະຄອນຫລວງປັກກິ່ງ, ແຕ່ຕ້ອງການໃຫ້ມີຄວາມເຄົາລົບຕໍ່ຄວາມເປັນສ່ວນໂຕຂອງນາງ ໃນເວລານີ້,” IOC ໄດ້ກ່າວໃນຖະແຫລງການ.

“ນັ້ນຄືເຫດຜົນ ທີ່ລາວເລືອກໃຊ້ເວລາ ຢູ່ກັບໝູ່ເພື່ອນ ແລະຄອບຄົວຂອງລາວນະເວລານີ້. ຢ່າງໃດກໍ່ຕາມ, ລາວຈະຍັງຄົງຫລິ້ນກິລາເທັນນິສຕໍ່ໄປ ເພາະເປັນກິລາທີ່ລາວຮັກທີ່ສຸດ,” ທາງ IOC ໄດ້ກ່າວ.

ທາງ China Open ໄດ້ໂພສລົງສື່ສັງຄົມອອນລາຍເຫວີຍໂບ (Weibo) ກ່ຽວກັບການປາກົດໂຕຂອງ ນາງເພັງ ໃນການແຂ່ງຂັນເຍົາວະຊົນ, ແຕ່ບໍ່ໄດ້ກ່າວເຖິງການຫາຍໂຕໄປຂອງນາງ ຫລືຂໍ້ກ່າວຫາທີ່ນາງຖືກລວນລາມແຕ່ຢ່າງໃດ.

ສະມາຄົມກິລາເທັນນິສຂອງແມ່ຍິງໄດ້ຂູ່ວ່າຈະຖອນການແຂ່ງຂັນຕ່າງໆທັງໝົດ ອອກຈາກຈີນ ຈົນກວ່າຈະໝັ້ນໃຈໄດ້ວ່າ ນາງເພັງ ໄດ້ຮັບຄວາມປອດໄພ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG