ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຄົນໃໝ່ ຂອງລັດອິສລາມ ຫຼື ISIL ເປີດເຜີຍຕົນເອງ ໃນວີດີໂອ (ວີດີໂອ)


ວີດີໂອ ທີ່ເປີດເຜີຍອອກ ຫວ່າງໄວໆມານີ້ ຊາຍຄົນນຶ່ງ ທີ່ເຊື່ອກັນວ່າ ແມ່ນນາຍ Abu Bakr al-Baghdadi ຜູ້ນຳຄົນໃໝ່ຂອງລັດອິສລາມ ຫຼື ISIL ໃນໂບດແຫ່ງນຶ່ງ ໃນເມືອງ Mosul, ວັນທີ 5 ກໍລະກົດ 2014.
ວີດີໂອ ທີ່ເປີດເຜີຍອອກ ຫວ່າງໄວໆມານີ້ ຊາຍຄົນນຶ່ງ ທີ່ເຊື່ອກັນວ່າ ແມ່ນນາຍ Abu Bakr al-Baghdadi ຜູ້ນຳຄົນໃໝ່ຂອງລັດອິສລາມ ຫຼື ISIL ໃນໂບດແຫ່ງນຶ່ງ ໃນເມືອງ Mosul, ວັນທີ 5 ກໍລະກົດ 2014.

ວີ​ດີ​ໂອ​ທີ່​ປາກົດ​ອອກ​ມາ​ໃນ websites ຕ່າງໆ​ຂອງ​ພວກ​ຫົວ​ຮຸນ
​ແຮງ​ມຸສລິ​ມ ທີ່ກ່າວ​ກັນ​ວ່າ​ມີ​ວັດຖຸ​ປະສົງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຜູ້​
ທີ່​ແຕ່ງ​ຕັ້ງ​ຕົນ​ເອງ​ເປັນ​ຜູ້​ນຳ​ຂອງ​ ລັດອິສລາມ​ໃນ​ຊີ​ເຣຍ​ແລະ​ໃນ​
ພາກ​ເໜືອ​ຂອງ​ອີຣັກ ທີ່​ຫາ​ກໍ​ປະກາດ​ຕັ້ງ​ຂຶ້ນ​ມາໃໝ່ໆ​ນັ້ນ.

ວີ​ດີ​ໂອ ທີ​່ລົງ​ໃນ websites ຕ່າງໆ​ໃນ​ວັນ​ເສົາ​ວານ​ນີ້ ສະ​ແດງ​
ໃຫ້​ເຫັນ​ ຮູບ​ຂອງ​ນາຍ Abu Bakr al-Baghdadi ​ໃຫ້​ຄຳ​ສັ່ງ
ສອນ​ທີ່​ໂບດ​ມຸສ ລິ​ມ​ແຫ່ງ​ນຶ່ງ​ໃນ​ເມືອງ Mosul.

ຜູ່ກ່ຽວ​ໄດ້ຮຽກຮ້ອງໄປ​ຍັງພວກ​ລູກ​ນ້ອງ ໃຫ້ຊ່ອຍຕົນ​ຖ້າຫາກ​ວ່າ​
ຕົນ​ເຮັດ​ຖືກຕ້ອງ ​ ​ແລະໃຫ້ພາຕົນ “​ໄປ​ບົນ​ເສັ້ນທາງ​ທີ່​ຖືກຕ້ອງ” ຖ້າ​ຫາກ​ວ່າ ຕົນ​ເຮັດ
​ບໍ່​ຖືກ.

ບັນດາ​ນັກ​ຊ່ຽວຊານ ກ່າວ​ວ່າ ​ເບິ່ງ​ຄື​ວ່າ ຊາຍ​ທີ່ເຫັນ​ຢູ່ໃນ​ວີ​ດີ​ໂອ ແມ່ນ ນາຍ Baghdadi ທີ່ບໍ່​ສູ້ປາກົດ​ໂຕ​ໃຫ້​ເຫັນນັ້ນ​.

ພວກ​ນັກ​ຕໍ່ສູ້​ຂອງ​ກຸ່ມ ISIL ຂອງ​ນາຍ Baghdadi ​ໄດ້​ຍຶດ​ເອົາ​ຫຼາຍເຂດ​ໃຫຍ່​ໆ​ໃນ​ພາກ
ເໜືອ​ຂອງ​ອີຣັກ ​ແລະ​ເປັນ​ນຶ່ງ​ໃນ​ບັນດາ​ກຸ່ມ​ມຸສລິ​ມຫົວ​ຮຸນ​ແຮງ​ຈັດ​ຫຼາຍໆກຸ່ມ ທີ່​ກຳລັງ
​ທຳ​ການ​ສູ້​ລົບ ​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ​ຊີ​ເຣຍຢູ່​ໃນ​ເວລາ​ນີ້​.

ນາຍ Baghdadi ​ໄດ້​ປະກາດ​ຈັດ​ຕັ້ງ​ລັດ​ອິສລາມ​ຂຶ້ນ ​ໃນ​ພາກ​ເໜືອ​ຂອງອີຣັກ ​ແລະ​ຊີ​ເຣຍ ແລະ​ໄດ້ຮຽກຮ້ອງ​ໃຫ້​ຊາວ​ມຸສລິ​ມ​ໃນ​ທົ່ວ​ໂລກ ອົບ​ພະຍົບ​ໄປ​ຢູ່​ທີ່ນັ້ນ ​ແລະ​ຈັບ​ອາ
ວຸດ​ທຳ​ການ​ຕໍ່ສູ້​ຮ່ວມ​ກັນ.

iraqislamicleader6july14
please wait

No media source currently available

0:00 0:00:41 0:00

XS
SM
MD
LG