ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີດີໂອໃໝ່ ສະແດງໃຫ້ເຫັນ ຜູ້ນຳກຸ່ມຫົວຮຸນແຮງ Boko Haram ວ່າຍັງປອດໄພ ບໍ່ໄດ້ຖືກທັບມ້າງ


ຮູບພາບທີ່ຖ່າຍຈາກ ວີດີໂອ ຜູ້ນຳກຸ່ມກໍ່ການຮ້າຍ Boko Haram ທ້າວ Abubakar Shekau.
ຮູບພາບທີ່ຖ່າຍຈາກ ວີດີໂອ ຜູ້ນຳກຸ່ມກໍ່ການຮ້າຍ Boko Haram ທ້າວ Abubakar Shekau.

ຜູ້ນຳກຸ່ມກໍ່​ການ​ຮ້າຍ Boko Haram ທ້າວ Abubakar Shekau ໄດ້ປາ ກົດໂຕຢູ່ໃນ ວີດີໂອ ປະຕິເສດຕໍ່ລັດຖະບານໄນຈິເຣຍ ທີ່ອ້າງວ່າ ກຸ່ມຫົວ ຮຸນແຮງໄດ້ຖືກໄລ່ອອກ ຈາກ ປ່າ Sambisa ອັນເປັນທີ່ໝັ້ນທີ່​ເຂັ້ມ​ແຂງ​ຂອງ​ພວກ​ຕົນ​ນັ້ນ.

ທ້່າວ Shekau ກ່າວທີ່ໄດ້ບັນທຶກໃນວັນຄຣິສມັສ ທີ 25 ເດືອນທັນວາ ຜ່ານ​ມາ​ນີ້ ແຕ່ບໍ່ ໄດ້ກ່າວວ່າຢູ່ໃສ. ລາວໄດ້ເວົ້າສອງພາສາ ທັງ ພາສາ Hausa ແລະ Arabic.

ທ້າວ Shekau ໄດ້ກ່າວ ​ຢ່າງພວກນັກລົບ​ໄດ້ກ່າວ​ໄວ້ວ່າ “ພວກເຮົາປອດໄພ. ພວກເຮົາບໍ່ ໄດ້ຖືກຂັບໄລ່ອອກໄປໃສໝົດ. ແລະຍຸດທະວິທີ ແລະຍຸດທະສາດບໍ່ສາມາດທີ່ຈະເປີດ ເຜີຍທີ່ໝັ້ນຂອງພວກເຮົາໄດ້ ຍົກເວັ້ນ​ເສຍ​ແຕ່ ພະເຈົ້າ Allah ທີ່ທ່ານສັ່ງການ​ເທົ່າ​ນັ້ນ.”

ປະທານາທິບໍດີ Muhammadu Buhari ​ໄດ້ກ່າວໃນວັນທີ 23 ເດືອນທັນວາ ທີ່ຜ່ານມາ ນີ້ ທະຫານໄນຈີເຣຍ ໄດ້ຢຶດເອົາທີ່ໝັ້ນຂອງພວກຫົວຮຸນແຮງ Boko Haram ຢູ່ໃນປ່າ Sambisa ຊຶ່ງເປັນນຶ່ງຂອງທີ່ໝັ້ນອັນແຂງແຮງລ້າສຸດຂອງກຸ່ມ Jihad ຢູ່ໃນປະເທດ.

ທ້າວ Shekau ​ໄດ້​ກ່າວ​ເຖິງຄໍາເວົ້າຂອງປະທານາທິບໍດີ Buhari ທີ່ວ່າ “ເຈົ້າບໍ່ສົມຄວນ ເວົ້າຂີ້ຕົວະແກ່ປະຊາຊົນ.”

ລາວໄດ້ຖາມວ່າ “ຖ້າຫາກເຈົ້າໄດ້ທັບມ້າງພວກເຮົາແທ້ຈິງນັ້ນ ເຮັດ​ແນວໃດເຈົ້າເຫັນ ຂ້ອຍຢູ່ຢ່າງນີ້? ມີຈັກເທື່ອທີ່ເຈົ້າໄດ້ຂ້າພວກເຮົາໃນຄວາມຂີ້ຕົວະຂອງເຈົ້າ.”

ທ່ານ Bohari ກ່າວວ່າການຍຶດເອົາຄ້າຍ Zero ໄດ້ເປັນຂີດໝາຍ “ການທັບ ມ້າງສຸດທ້າຍ ຂອງພວກກໍ່ການຮ້າຍ Boko Haram ຢູ່ທີ່ີໝັ້ນໃນປ່າ Sambisa” ຢູ່ໃນຖະແຫລງການ ຫລັງຈາກນຶ່ງເດືອນຂອງການກວດລ້າງຢູ່ໃນປ່າທີ່ມີເນື້ອທີ່ 1,300 ຕາຕະລາງກິໂລແມັດ
ຊຶ່ງຕັ້ງຢູ່ພາກຕາເວັນອອກ ສຽງເໜືອຂອງເມືອງ Bono ປະເທດໄນຈີເຣຍ.

ຜູ້ນຳພວກກໍ່ການຮ້າຍ Boko Haram ຍັງໄດ້ເຜີຍແຜ່ວີດີໂອໃນເດືອນກັນຍາຜ່ານ​ມາ​ນີ້
​ໂດຍໂຕ້ແຍ້ງຕໍ່​ການ​ກ່າວ​ອ້າງ​ທີ່ວ່າ ລາວໄດ້ຮັບບາດເຈັບໃນການສູ້ລົບໂດຍກຳລັງ ທະຫານໄນຈີເຣຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG