ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາບ​ໃນວີດີໂອ ປາກົດສະແດງໃຫ້ເຫັນວ່າ ຫົວ​ໜ້າ​ທະ​ຫານ​ຮັບ​ຈ້າງ​ ແວັກ​ເນີ ກັບ​ທະ​ຫານ​ຂອງ​ລາວ ໄປຢູ່​ໃນ​ເບ​ລາ​ຣຸ​ສ 

ພາບນິ້ງ​ຈາກວີ​ດິ​ໂອ​ທີ່​​ອອກ​ມາ​ໃນ​ວັນ​ທີ 19 ກໍ​ລະ​ກົດ, 2023 ປາກົດວ່າສະແດງໃຫ້ເຫັນພາບຫົວ​ໜ້າ​ທະ​ຫານ​ຮັບ​ຈ້າງ​ຂອງ​ຣັດ​ເຊຍ, ທ້າວ Yevgeny Prigozhin ເປັນເທື່ອທຳອິດ ນັບແຕ່ລາວໄດ້ນຳພາການກະບົດໃນເດືອນມິ​ຖຸ​ນາ. ວີ​ດິ​ໂອ​ສະ​ແດງ​ໃຫ້​ເຫັນ​ວ່າ​ ລາວກຳ​ລັງ​ເວົ້າຕໍ່​ທະ​ຫານ​ຂອງ​ລາວ​ຢູ່​ໃນເບ​ລາ​ຣຸ​ສ

ພາບ​ໃນວີດີໂອອັນໃໝ່ ປາກົດວ່າໄດ້ສະແດງໃຫ້ເຫັນເປັນເທື່ອທຳອິດນັບຕັ້ງແຕ່ຜູ້ບັນ ຊາການທະຫານຮັບຈ້າງຂອງຣັດເຊຍ ທ່ານເຢັບການີ ປຣີໂກຊິນ (Yevgeny Prigozhin) ໄດ້ນຳພາການກະບົດເປັນໄລຍະສັ້ນໆ ໃນເດືອນແລ້ວນີ້ ວ່າ​ລາວບອກ ທະຫານຂອງລາວ ໃຫ້ໃຊ້ເວລາຢູ່ໃນເບລາຣຸ​ສ ເພື່ອຝຶກຊ້ອມທະຫານຂອງຕົນກ່ອນ ຈະຖືກສົ່ງໄປຍັງອາຟຣິກາ. ຊ່ອງແອັບ​ພ​ລີ​ເຄ​ຊັນສົ່ງຂໍ້ຄວາມທີ່ເຊື່ອມໂຍງໃສ່ກັບ ບໍລິ ສັດທະຫານເອກະຊົນແວັກ​ເນີ (Wagner) ຂອງທ່ານປຣີໂກຊິນ (Prigozhin) ກ່າວວ່າ ລາວໄດ້ໂອ້ລົມກັບທະຫານຂອງລາວຢູ່ທີ່ຄ້າຍ​ສະຫນາມ ຢູ່ໃນປະເທດ ເບລາຣຸ​ສ ແລະ ຫລິ້ນວິດີໂອທີ່ມົວໆ ເພື່ອສະແດງໃຫ້ເຫັນວ່າ ລາວກຳ​ລັງເວົ້າຢູ່ທີ່ນັ້ນ. ພາບ​ທີ່ເປັນເງົາຂອງລາວ ສະແດງໃຫ້ເຫັນເດັ່ນ​ຊັດ​ອອກ​ມາ​ຢູ່ກາງພາບ​ຂອງທ້ອງຟ້າໃນຍາມຄ່ຳ.

ທະ​ຫານກອງ​ທັບເບລາຣຸ​ສອັດ​ປະ​ຕູ​ຮົ້ວຂອງ​ຄ້າຍ​ຫະ​ຫານ​ເບ​ລາ​ຣຸ​ສ​ໄວ້ ຢູ່​ໃກ້​ບ້ານ Tsel ທີ່​ຕັ້ງ​ຢູ່ຫ່າງ​ຈາກ​ນະ​ຄອນ​ຫລວງມິ້ງ​ສ໌ ປະ​ມານ 90 ກິ​ໂລ​ແມັດ, ວັນ​ທີ 7 ກໍ​ລະ​ກົດ, 2023
ທະ​ຫານກອງ​ທັບເບລາຣຸ​ສອັດ​ປະ​ຕູ​ຮົ້ວຂອງ​ຄ້າຍ​ຫະ​ຫານ​ເບ​ລາ​ຣຸ​ສ​ໄວ້ ຢູ່​ໃກ້​ບ້ານ Tsel ທີ່​ຕັ້ງ​ຢູ່ຫ່າງ​ຈາກ​ນະ​ຄອນ​ຫລວງມິ້ງ​ສ໌ ປະ​ມານ 90 ກິ​ໂລ​ແມັດ, ວັນ​ທີ 7 ກໍ​ລະ​ກົດ, 2023

ສຽງ​ທີ່​ເຄັ່ງ​ຂຶມຂອງ​ລາວ​ແມ່ນ​ສາມາດ​ໄດ້​ຍິນ​ຢ່າງຊັດ​ແຈ້ງ. ລາວ​ບອກ​ກຳລັງທະ​ຫານ​ຂອງ​ລາວ​ວ່າ: “ພວກ​ເຮົາ​ໄດ້​ຕໍ່ສູ້ຢ່າງ​ມີ​ກຽດ​ສັກ​ສີ! ພວກ​ເຮົາ​ໄດ້​ເຮັດ ຢ່າງ​ຫລວງ​ຫຼາຍເພື່ອ​ຣັດ​ເຊຍ.” ການ​ຂັດ​ຂືນ​ຄຳ​ສັ່ງເປັນ​ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຕໍ່​ການ​ປົກ​ຄອງທີ່​ມີ​ມາ​ໄດ້ 23 ປີ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີວະລາ​ດິ​ເມຍ ປູ​ຕິນ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG