ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາອະດີດຂ້າທາດ ສະໄໝໃໝ່ ແລກປ່ຽນການ ໂທລະສັບເຝິກແອບກັບ ເຈົ້າໜ້າທີ່ຕຳຫລວດ


ບັນດາສະມາຊິກຂອງຄະນະກຳມະການທີ່ປຶກການຄ້າມະນຸດ.
ບັນດາສະມາຊິກຂອງຄະນະກຳມະການທີ່ປຶກການຄ້າມະນຸດ.

ສະມາຊິກຂອງຄະນະກຳມະການທີ່ປຶກສາພິເສດຂອງຣັດຖະບານ ສຫຣ ຊຶ່ງໝົດ ທຸກຄົນ ລ້ວນແລ້ວແຕ່ເປັນຜູ້ທີ່ໄດ້ຮັບເຄາະມາຈາກການຄ້າຂາຍມະນຸດ ພາກັນຮຽກຮ້ອງໃຫ້ມີ ການປ່ຽນແປງຢ່າງໃຫຽ່ ໃນວິທີຂອງພວກເຈົ້າໜ້າທີ່ ທີ່ປະຕິບັດກັບພວກທີ່ໄດ້ຖືກຊ່ອຍ ໃຫ້ລອດພົ້ນມາຈາກການເປັນຂ້າທາດແລະການຂູດຮີດ.

ສະພາທີ່ປຶກສາດ້ານການລັກລອບຄ້າຂາຍມະນຸດຂອງ ສຫຣ ປະກອບດ້ວຍສະມາຊິກ 11 ທ່ານໄດ້ພາກັນໃຫ້ຂໍ້ສະເໜີແນະວ່າ ໃຫ້ພວກທີ່ລອດພົ້ນທັງຫຼາຍ ໄດ້ຮັບການອົບຮົມທາງ ດ້ານ ການໃຊ້ກົດໝາຍຫຼາຍຂຶ້ນ ແລະໃຫ້ມີລະບຽບແບບແຜນດີຂຶ້ນນຳ ໃຫ້ເຂົາເຈົ້າໄດ້ຮັບ ການບໍຣິການຈາກຣັດຖະບານຮອບດ້ານ ໃຫ້ໄດ້ຮັບທຶນມາ ເພື່ອອົບຮົມວິທີນຳພາແລະ ການມີພະລັງອຳນາດຂອງພວກລອດພົ້ນ.

ນາງ Bukola Love Oriola ມາຈາກປະເທດ Nigeria ເລຂາທິການ ສະພາຄະນະກຳມະການປຶກການຄ້າມະນຸດ
ນາງ Bukola Love Oriola ມາຈາກປະເທດ Nigeria ເລຂາທິການ ສະພາຄະນະກຳມະການປຶກການຄ້າມະນຸດ

ລາຍງານສະບັບທຳອິດຂອງສະພາດັ່ງກ່າວ ທີ່ເປັນການອາສາສະໝັກທັງນັ້ນ ອັນປະກອບ
ດ້ວຍແມ່ຍິງ 8 ຄົນ ແລະຜູ້ຊາຍ 3 ຄົນ ໄດ້ຖືກເຜີຍແພ່ໃນວັນອັງຄານວານນີ້. ໃນເຫດການ
ຊ້ອງໜ້າມະຫາຊົນ ໃນຄຸ້ມຊາວຈີນໃນນະຄອນຫຼວງວໍຊິງຕັນນີ້ ພວກສະມາຊິກຂອງສະ
ພາດັ່ງກ່າວ ໄດ້ພາກັນຮຽກຮ້ອງໃຫ້ຕື່ນຕົວຫຼາຍຂຶ້ນ ກ່ຽວກັບສົງຄາມຕໍ່ຕ້ານການລັກລອບ
ຄ້າຂາຍມະນຸດ ຊຶ່ງພວກເຂົາເຈົ້າເອີ້ນວ່າເປັນອາດຊະຍາກຳຂອງໂລກທີ່ມີລາຍໄດ້
ຢ່າງຫລູຫຼາ.

ຫວຽດນາມ-ອາເມຣິກັນ ນາງ Minh Dang ທີ່ພໍ່ແມ່ຂາຍລາວ ເພື່ອທາງເພດແຕ່ອາຍຸ 10 ປີ ສະມາຊິກຂອງຄະນະກຳມະການທີ່ປຶກສາພິເສດການຄ້າມະນຸດ
ຫວຽດນາມ-ອາເມຣິກັນ ນາງ Minh Dang ທີ່ພໍ່ແມ່ຂາຍລາວ ເພື່ອທາງເພດແຕ່ອາຍຸ 10 ປີ ສະມາຊິກຂອງຄະນະກຳມະການທີ່ປຶກສາພິເສດການຄ້າມະນຸດ

ໃນຂະນະທີ່ຮັບຮູ້ກັນວ່າ ເອເຊຍເປັນເເດນແຫ່ງການຄ້າຂາຍຂ້າທາດທີ່ສຳຄັນໃນສະໄໝ
ໃໝ່ນີ້ກໍຕາມ ແຕ່ເຂດທີ່ສຳຄັນຄືກັນອີກ ທີ່ບໍ່ຮູ້ຈຳນວນຂອງຜູ້ໄດ້ຮັບເຄາະກໍແມ່ນຢູ່ໃນ ແລະຈາກອາຟຣິກາ.

ນັກຮຽນຄົນນຶ່ງທີ່ ມະຫາວິທະຍາໄລ Benin ຢ່າງຜ່ານປ້າຍເຕືອນພວກນັກຮຽນແມ່ຍິງ ໃຫ້ລະວັງຕ້ານການເປັນໂສເພນີ.
ນັກຮຽນຄົນນຶ່ງທີ່ ມະຫາວິທະຍາໄລ Benin ຢ່າງຜ່ານປ້າຍເຕືອນພວກນັກຮຽນແມ່ຍິງ ໃຫ້ລະວັງຕ້ານການເປັນໂສເພນີ.

​ນາງ ມິນ ດັງທີ່ພໍ່ແມ່ຂອງລາວຂາຍລາວໄປເປັນໂສເພນີເມື່ອອາຍຸ 10 ປີ ກ່າວວ່າ ມັນມັກຈະມີຄຳເວົ້າອັນດຽວກັນຢູ່ສະເໝີ ວ່າແມ່ນຫຽັງປະກອບເປັນຄຳເວົ້າທີ່ວ່າ ການລັກລອບຄ້າຂາຍມະນຸດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG