ຮອງປະທານາທິບໍດີສະຫະລັດ ທ່ານ Mike Pence ຈະເດີນທາງໄປ ອາເຈັນຕີນາ
ຊີເລ ແລະປານາມາ ໃນວັນອາທິດມື້ອື່ນນີ້ ເພື່ອພົບປະກັບບັນດາຜູ້ນຳຕ່າງປະເທດ
ໃນບົດບາດທີ່ໄດ້ກາຍເປັນເລື່ອງທຳມະດາສຳລັບລັດຖະບານຊຸດນີ້ ທີ່ໄດ້ປະປ່ອຍ
ໃຫ້ຕຳແໜ່ງອະວຸໂສທາງການທູດຫຼາຍໆຕຳແໜ່ງ ຍັງຫວ່າງຢູ່.
ນັບແຕ່ເດືອນເມສາ ເປັນຕົ້ນມາ ທ່ານ Pence ໄດ້ໄປຢ້ຽມຢາມເກົາຫລີໃຕ້ ຍີ່ປຸ່ນ ອິນ
ໂດເນເຊຍ ແລະອອສເຕຣເລຍ ໄດ້ເຂົ້າຮ່ວມກອງປະຊຸມຄວາມໝັ້ນ ຄົງ ທີ່ນະຄອນ
ມິວນິກ ແລະບຣັສເຊີລສ໌ ແລະໄດ້ເດີນທາງໄປຢ້ຽມຢາມແອັສ ໂທເນຍ ຈໍເຈຍ ແລະ ມົງເຕເນໂກຣ.
ຮອງປະທານາທິບໍດີເດີນທາງໄປຕ່າງປະເທດຢູ່ເລື້ອຍໆ ເພື່ອພົບປະກັບບັນ ດາຜູ້ນຳ
ຕ່າງປະເທດ ແຕ່ວ່າບົດບາດຂອງທ່ານ Pence ມີຂຶ້ນໃນເວລາທີ່ ພວມມີການຂຸ້ນຂ້ຽວ
ກ່ຽວກັບຜົນປະໂຫຍດຕ່າງປະເທດໃນນະໂຍບາຍຂອງ ສະຫະລັດ. ປະທານາທິບໍດີ
ທຣໍາກຳລັງເຮັດວຽກ ທີ່ຈະຕ່າວປີ້ນ ສ່ວນໃຫຍ່ ຂອງມູນເຊື້ອ ທີ່ຕົກທອດມາຂອງປະ
ທານາທິບໍດີຄົນກ່ອນແລະມັກຈະຕົກເປັນໜ້າທີ່ຂອງທ່ານ Pence ທີ່ຈະຕ້ອງໄດ້ອະ
ທິບາຍກ່ຽວກັບການປ່ຽນ ແປງເຫລົ່ານັ້ນ ຕໍ່ບັນດາຜູ້ນຳຕ່າງປະເທດ.
ທ່ານ Pence ໄດ້ໃຫ້ການຄໍ້າປະກັນຕໍ່ບັນດາພັນທະມິດຂອງສະຫະລັດ ທີ່ບໍ່ສະບາຍ
ໃຈໃນສການສົ່ງຂໍ້ຄວາມທາງ Twitter ແລະການຖະແຫລງຂອງ ປະທານາທິບໍດີດໍ
ໂນລທຣໍາ ກ່ຽວກັບ “ຖະແຫລງການທີ່ປະປົນກັນ ໃນການ ໃຫ້ຄວາມໝັ້ນໝາຍຂອງ
ພວກເຮົາຕໍ່ອົງການ NATO” ນັ້ນຄືຄຳເວົ້າກ່ຽວກັບ ນັກຊ່ຽວຊານເລື່ອງຮອງປະທານາ
ທິບໍດີ ທ່ານ Joel Goldstein ຈາກໂຮງ ຮຽນກົດໝາຍຂອງມະຫາວິທະຍາໄລ Saint
Louis. ທ່ານ Goldtein ໄດ້ໃຫ້ຂໍ້ສັງເກດວ່າ ທ່ານ Pence ໄດ້ໃຫ້ການຄໍ້າປະກັນ
ຕໍ່ບັນດາພັນທະມິດ ກ່ຽວກັບ “ການສືບຕໍ່ໃນຄວາມໝັ້ນໝາຍຂອງສະຫະລັດ.”
ການເດີນທາງເທື່ອຫລ້າສຸດຂອງທ່ານ Pence ນີ້ ຈະນຳພາທ່ານໄປສູ່ອາເມ ຣິກາໃຕ້ ແລະກາເມຣິກາກາງ ບ່ອນທີທ່ານ Goldtein ກ່າວວ່າ ຮອງປະທາ ນາທິບໍດີ ສາມາດ
ຫລີ້ນບົດບາດທີ່ເປັນປະໂຫຍດ ເພາະວ່າ ມີຫລາຍຕຳແໜ່ງ ອະວຸໂສຂອງກະຊວງຕ່າງ
ປະເທດສະຫະລັດ ພາຍໃຕ້ປະທານາທິບໍດີທຣໍາຍັງ ຫວ່າງເປົ່າຢູ່.
ທ່ານ Goldstein ກ່າວວ່າ “ຂ້າພະເຈົ້າຄິດວ່າ ນັ້ນໄດ້ພາໃຫ້ເປັນພາລະຫຼາຍຂຶ້ນຕໍ່ຜູ້
ຄົນເຊັ່ນ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ແລະ ຮອງປະທາ
ນາທິບໍດີທີ່ຈະຕ້ອງມີເວລາເຮັດວຽກໃນການເດີນທາງລະດັບ ສູງ.”
ບັນດາຮອງປະທານາທິບໍດີສະຫະລັດ ນັບແຕ່ທ່ານ Richard Nixon ຜູ້ມີຊື່ ສຽງ “ໃນ
ການອະພິປາຍກ່ຽວກັບເລື່ອງເຮືອນຄົວ” ຢ່າງກະທັນຫັນ ກັບຜູ້ນຳ ໂຊຫວຽດ ທ່ານ
Nikita Kruschchev ໄດ້ປ່ອນມື ເຂົ້າສູ່ການທູດ ຊຶ່ງເປັນ ແນວໂນ້ມທີ່ ທ່ານ
Goldstein ກ່າວວ່າ ໄດ້ເລັ່ງລັດໃຫ້ເກີດຢູ່ໃນສະໄໝ ຮອງປະທານາທິບໍດີຄົນຕໍ່ມາ ຮວມທັງທ່ານ Walter Mondale.