ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຄາ​ມາ​ລາ ແຮ​ຣິ​ສ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ສັນ​ຕິ​ພາບ ຢູ​ເຄ​ຣນ ຢູ່ ສວິດ​ເຊີ​ແລນ ໃນ​ເດືອນນີ້


ຮອງ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ເຊິ່ງບໍ່​ໄດ້​ຢູ່​ໃນ​ຮູບ, ຢູ່​ປະ​ເທດ ເຢຍ​ຣະ​ມັນ, 17 ກຸມ​ພາ 2024.
ຮອງ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ເຊິ່ງບໍ່​ໄດ້​ຢູ່​ໃນ​ຮູບ, ຢູ່​ປະ​ເທດ ເຢຍ​ຣະ​ມັນ, 17 ກຸມ​ພາ 2024.

​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່າ​ນ​ນາງ ຄາ​ມາ​ລາ ແຮ​ຣິ​ສ ແລະ ທີ່​ປຶກ​ສາ​ດ້ານຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ເຈກ ຊຸ​ລ​ລີ​ວານ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສັນ​ຕິ​ພາບ ຢູ​ເຄ​ຣນ ໃນ​ປະ​ເທດ ສວິດ​ເຊີ​ແລນ ໃນ​ວັນ​ທີ 15 ມິ​ຖຸ​ນາ, ທຳ​ນຽບ​ຂາວ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ວັນ​ຈັນ​ວານນີ້.

ທ່ານ​ນາງ ແຮ​ຣິ​ສ ຈະ​ເດີນ​ທາງ​ໄປ​ເມືອງ ລູ​ເຊີນ, ປະ​ເທດ ສວິດ​ເຊີ​ແລນ, ເພື່ອ​ກ່າວ​ຢ້ຳ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງ ວໍ​ຊິງ​ຕັນ ຕໍ່​ການ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ ຢູ​ເຄ​ຣນ ເພື່ອ​ຮັກ​ສາ​ຄວາມ​ເປັນ​ທຳ ແລະ ສັນ​ຕິ​ພາບ​ທີ່​ຍາວ​ນານ, ອີງ​ຕາມ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຢູ​ເຄ​ຣນ ແລະ ກົດ​ເກນ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ນາງ ເຄີ​ສ​ເທັນ ອາ​ລ​ເລັນ, ຜູ້ນວຍ​ການ​ຫ້ອງ​ການ​ສື່​ສານ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກ່າວ.

ທ່ານ​ນາງ ແຮ​ຣິ​ສ ຈະ​ຢືນ​ຢັນ​ນ​ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ ສຳ​ລັບ​ປະ​ຊາ​ຊົນ ຢູ​ເຄ​ຣນ ອີ​ກ​ຄັ້ງ​ນຶ່ງ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປ້ອງ​ກັນ​ຕົນ​ເອງ​ຕໍ່​ການ​ສືບ​ຕໍ່​ບຸກ​ລຸກ​ຂອງ ຣັດ​ເຊຍ, ຖະ​ແຫຼງ​ການ​ໄດ້​ກ່າ​ວ.

ວັງ​ເຄ​ຣັມ​ລິນ ໄດ້​ກ່າວ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ການ​ເຈ​ລະ​ຈາ​ໃດໆ​ທີ່​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ​ໃນ ຢູ​ເຄ​ຣນ ຄວນ​ປະ​ກອບ​ມີ ຣັດ​ເຊຍ, ເຊິ່ງບໍ່​ໄດ້​ຖືກ​ເຊື້ອ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ຟີ​ລິບ​ປິນ ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສັນ​ຕິ​ພາບ​ທີ່​ເປັນ​ເຈົ້າ​ຈັດ​ໂດຍ ສວິດ​ເຊີ​ແລນ ໃນ​ເດືອນນີ້, ແລະ ທ່ານ​ໄດ້​ຂອບ​ໃຈ ຟີ​ລິບ​ປິນ ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ.

ຜູ້​ນຳ ຢູ​ເຄ​ຣນ ໄດ້​ເດີນ​ທາງ​ໄປ ສິງ​ກະ​ໂປ ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ແລະ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ດ້ານ​ຄວາມ​ໝັ້ນ​ຄົງ​ວ່າ ຈີນ ໄດ້​ຊ່ວຍ​ເຫຼືອຄວາມ​ພະ​ຍາ​ຍາມ​ຂອງ ຣັດ​ເຊຍ ເພື່ອ​ຂັດ​ຂວາງກອງ​ປະ​ຊຸມ​ໃຫຍ່​ສັນ​ຕິ​ພາບ ທີ່​ມີ​ກຳ​ນົດ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ຫາ 16 ມິ​ຖຸ​ນາ ໂດຍ​ກົດ​ດັນ​ຜູ້​ນຳ​ຂອງ​ປະ​ເທດ​ອື່ນໆ​ບໍ່​ໃຫ້​ເຂົ້າ​ຮ່ວມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG