ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ຈະ​ເປັນ​ຜູ້​ນຳ​ພາ ຄະ​ນະ​ຜູ້​ແທນ​ສະ​ຫະ​ລັດ ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ກາດ ຄັ້ງ​ສຳ​ຄັນ

ແຟ້ມ - ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ ທີ່ກອງ​ປະ​ຊຸມ​ເອ​ເພັກ ທີ່​ນະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກ ເມື່ອ​ວັນ​ທີ 16 ພະ​ຈິກ 2023. ທ່ານ​ນາງ​ຈະ​ເປັນ​ຜູ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ສະ​ຫະ​ລັດ ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ກາດ ທີ່​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ຈະ​ເປັນ​ຜູ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ສະ​ຫະ​ລັດໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ດ້ານ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ ທຳ​ນຽບ​ຂາວ​ກ່າວ​ໃນ​ວັນ​ພຸດ​ວານນີ້.

ທຳ​ນຽບ​ຂາວ​ກ່າວ​ຢ້ຳ​ວ່າ ປະ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ພິ​ຈາ​ລະ​ນາ​ວ່າ​ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາ​ກາດ ​ແມ່ນ​ຮວມ​ຢູ່​ໃນ 4 ​ບູ​ລິ​ມະ​ສິດສຳ​ຄັນ​ສຸດ​ຂອງ​ທ່ານ ແຕ່​ບັນ​ຫາ​ຂັດ​ແຍ້ງ​ເມື່ອ​ໄວໆ​ມານີ້ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ແລະ​ກຸ່ມ​ຮາ​ມາ​ສ ເຮັດ​ໃຫ້​ທ່ານ​ຕ້ອງ​ໄດ້​ໃຊ້​ເວ​ລາ​ສ່ວນ​ໃຫຍ່ແລະ​ເພັ່ງ​ເລັງ​ຄວາມ​ສົນ​ໃຈ​ຂອງ​ທ່ານ​ໄປ​ໃສ່​ເລື້ອງນີ້.

“ຕະ​ຫຼອດ​ການ​ພົວ​ພັນ​ຂອງ​ທ່ານ​ນາງ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຈະ​ເນັ້ນ​ໜັກ​ໃສ່​ຄວາມ​ສຳ​ເລັດ​ຂອງ​ລັດ​ຖະ​ບານ​ ​ໄບ​ເດັນ-ແຮ​ຣິ​ສ ທີ່​ໄດ້​ນຳສະ​ເໜີວາ​ລະ​ກ່ຽວ​ກັບ​ສະ​ພາບ​ອາ​ກາດທີ່​ທະ​ເຍີ​ທະ​ຍານ​ທີ່​ສຸດ ​ໃນ​ປະ​ຫວັດ​ສາດ ທັງ​ຢູ່​ພາຍ​ໃນ​ປະ​ເທດ​ແລະ​ຕ່າງ​ປະ​ເທດ” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ນາງ​ເຄີ​ສ​ເຕັນ ອາ​ລ​ເລັນ ໂຄ​ສົກ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ.

ຜູ້​ຄົນ​ພວມ​ຍ່າງ​ຢູ່​ໃກ້ໆກັບ Al Wasl Dome ງານ​ເອັກ​ສ​ໂປ ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ກາດ ທີ່​ຮູ້​ກັນ​ໃນ​ຊື່ COP28 ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 30 ພະ​ຈິກ ມື້ນີ້ ທີ່​ດູ​ໄບ ສະ​ຫະ​ລັດ​ອາ​ຣາ​ເອ​ເມີ​ເຣັ​ສ.
ຜູ້​ຄົນ​ພວມ​ຍ່າງ​ຢູ່​ໃກ້ໆກັບ Al Wasl Dome ງານ​ເອັກ​ສ​ໂປ ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ກາດ ທີ່​ຮູ້​ກັນ​ໃນ​ຊື່ COP28 ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 30 ພະ​ຈິກ ມື້ນີ້ ທີ່​ດູ​ໄບ ສະ​ຫະ​ລັດ​ອາ​ຣາ​ເອ​ເມີ​ເຣັ​ສ.

ທ່ານ​ນາງ​ແຮ​ຣິ​ສ​ຈະ​ນຳ​ພາ​ຄະ​ນະ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ສະ​ຫະ​ລັດ​ຫຼາຍ​ສິບ​ຄົນ ຮວມ​ທັງ​ທູ​ດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ຈອນ ແຄ​ຣີ ແລະ​ບຸກ​ຄົນ​ອື່ນໆ​ອີກ ຈາກ 20 ກວ່າ​ພະ​ແນກ​ການ​ແລະ​ກະ​ຊວງ​ຂອງ​ສະ​ຫະ​ລັດ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ທຳ​ນຽບ​ຂາວ.

ກອງ​ປະ​ຊຸມ​ໃນ​ປີນີ້ ຂອງ​ບັນ​ດາ​ປະ​ເທດ​ພາ​ຄີ ຊຶ່ງ​ເປັນ​ການ​ໂຮມ​ຊຸມ​ນຸມ​ຄັ້ງ​ທີ 28 ຈະຈັດ​ຂຶ້ນໂດຍ​ການ​ເປັນ​ເຈົ້າ​ພາບ ​ຂອງປະ​ທາ​ນາ​ທິ​ບໍ​ດີ​ໂມ​ຮຳ​ເໝັດ ບິນ ຊາ​ເຢັດ ແຫ່ງສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ. ​ພະ​ອົງ​ຊຶ່ງໄດ້​ເຂົ້າ​ກຳ​ຕຳ​ແໜ່ງ ຫຼັງ​ຈາກ​ພະ​ເສດ​ຖາ​ສິ້ນ​ພະ​ຊົນ​ໃນ​ປີ 2022 ​ຍັງ​ເປັນ​ປະ​ທານ​ຂອງ​ສະ​ພາ​ປ​ຣີ​ໂຕ​ລຽມ​ສູງ​ສຸດ ທີ່​ເປັນ​ອົງ​ການ​ຄຸ້ມ​ຄອງ​ນ້ຳ​ມັນ​ ແກັ​ສ ແລະ​ອຸ​ສາ​ຫະ​ກຳ​ທີ່​ກ່ຽວ​ຂ້ງ ຂອງເອ​ເມີ​ເຣັ​ສ​ອາ​ບູ​ດາ​ບີນຳ​ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG