ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແຮ​ຣິ​ສ ເດີນ​ທາງ​ໄປ​ເອ​ເຊຍ, ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ມຽນ​ມາ ແລະ ຄວາມ​ຂັດ​ແຍ້ງ​ທະ​ເລ​ຈີນ​ໃຕ້


ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ແລະ ສາ​ມີ, ທ່ານ ດັກ ເອັມ​ຮອ​ຟ, ຍ່າງ​ໄປ​ຂຶ້ນ​ເຮືອ​ບິນ​ຢູ່​ຖານ​ທັບ​ອາ​ກາດ ແອນດ​ຣູ, ລັດ ແມ​ຣີ​ແລນ, 16 ພະ​ຈິກ 2022.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ແລະ ສາ​ມີ, ທ່ານ ດັກ ເອັມ​ຮອ​ຟ, ຍ່າງ​ໄປ​ຂຶ້ນ​ເຮືອ​ບິນ​ຢູ່​ຖານ​ທັບ​ອາ​ກາດ ແອນດ​ຣູ, ລັດ ແມ​ຣີ​ແລນ, 16 ພະ​ຈິກ 2022.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ຈະ​ເດີນ​ທາງ​ໄປ​ປະ​ເທດ​ໄທ​ໃນ​ອາ​ທິດນີ້​ເພື່ອ​ສົ່ງ​ເສີມ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ຂອງ ສະ​ຫະ​ລັດ ຢູ່ກອງ​ປະ​ຊຸມ​ສຸດຍອດ​ພາກ​ພື້ນ ແລະ ປຶກ​ສາ​ຫາ​ລື​ບັນ​ຫາ​ຕ່າງໆ​ ກ່ຽວ​ກັບ ການ​ປາບ​ປາມ​ຂອງ​ທະ​ຫານ ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໃນ ມຽນ​ມາ.

ທ່ານ​ນາງ ແຮ​ຣິ​ສ ຈະ​ກ່າວ​ຄຳ​ປາ​ໄສ ​ຢູ່ກອງ​ປະ​ຊຸມ​ສຸດຍອດ ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເອ​ເຊຍ​ປາ​ຊີ​ຟິກ, ເຊິ່ງ​ແມ່ນ​ການ​ເຕົ້າ​ໂຮມ​ກັນ​ທີ່​ລວມ​ມີສະ​ມ​າ​ຊິກ 21 ປະ​ເທດທີ່​ໄດ້​ທຳ​ການ​ຜັກ​ດັນ​ສຳ​ລັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ຄວາມ​ຈະ​ເລີນ​ຮັ່ງ​ມີ.

ກ່ອນ​ການ​ເດີນ​ທາງ​ດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ປະ​ຫວັດ​ທີ່ ສະ​ຫະ​ລັດ ຄາດ​ວ່າ​ການ​ເຈ​ລະ​ຈາ​ຈະ​ສົ່ງ​ຜົນ​ໃຫ້​ມີ​ການ​ສະ​ໜອງ​ທຶນ​ສຳ​ລັບ​ໂຄງ​ການ​ເສດ​ຖະ​ກິດ​ໃໝ່. ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ​ໄດ້​ເວົ້າ​ໂດຍ​ໃຊ້​ອີກ​ຊື່​ນຶ່ງ​ສຳ​ລັບ​ມຽນມາ​ວ່າ “ພວກ​ເຮົາ​ຍັງ​ຄາດ​ວ່າ​ ພວກ​ເພິ່ນ​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ສະ​ຖາ​ນະ​ການ​ໃນ​ພະ​ມ້າ, ເຊັ່ນ​ດຽວ​ກັບ​ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ​ອື່ນ​ໆ ແລະ ທົ່ວ​ໂລກ.”

ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ໄດ້​ກ່າວ​ວ່າ ທ່ານນາງ ແຮ​ຣິ​ສ ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ມຽນ​ມາ ກັບບັນ​ດາ​ຜູ້​ນຳ​ຄົນ​ອື່ນໆ ໃນ​ປະ​ເທດ ໄທ, ເຊັ່ນ​ດຽວ​ກັບ ຟີ​ລິບ​ປິນ, ເຊິ່ງ​ທ່ານ​ນາງ​ຈະ​ເດີນ​ທາງ​ໄປ​ໃນ​ບໍ່​ເທົ່າ​ໃດ​ວັນ​ຈະ​ມາ​ເຖິງນີ້. ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ລັດ​ຖະ​ບານ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ “ປະ​ເທດ ໄທ ແລະ ຟີ​ລິບ​ປິນ ແມ່ນ​ຖືກ​ກະ​ທົບ​ຢ່າງ​ໜັກ​ໂດຍ​ການ​ປາບ​ປາມ​ຂອງ​ລະ​ບອບ​ການ​ປົກ​ຄອງ​ຢູ່​ທີ່​ນັ້ນ.”

ກອ​ງ​ທັບ​ໄດ້​ທຳ​ການ​ກໍ່​ລັດ​ຖະ​ປະ​ຫານ​ໃນ​ ມຽນ​ມາ ໃນ​ປີ 2021, ໂຄ່ນ​ລົ້ມ​ລັດ​ຖະ​ບານ​ທີ່​ຖືກ​ເລືອກ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ, ຈົນ​ກໍ່​ໃຫ້​ເກີດ​ການ​ຕໍ່​ຕ້ານ​ດ້ວຍ​ອາ​ວຸດ​ໃນ​ປະ​ເທດ.

ໃນ​ອາ​ທິດ​ທີ່​ຜານ​ມາ, ມຽນ​ມາ ແມ່ນບໍ່​ໄດ້​ຖືກ​ລວມ​ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ອາ​ຊຽນ. ບັນ​ດາ​ສະ​ມາ​ຊິກ​ຂອງ​ກຸ່ມ​ດັ່ງ​ກ່າວ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ເພື່ອ​ເຕືອນ ມຽນ​ມາ ໃຫ້​ທຳ​ຄວາມ​ກ້າວ​ໜ້າ​ທີ່​ສາ​ມາດ​ເຫັນ​ໄດ້ ກ່ຽວ​ກັບ ແຜນ​ການ​ສັນ​ຕິ​ພາບ ຫຼື ສ່ຽງ​ຖືກ​ຫ້າມ​ຈາກກອງ​ປະ​ຊຸມ​ຂອງ​ກຸ່ມ​ໃນ​ຂະ​ນະ​ທີ່​ຄວາມ​ວຸຸ້ນ​ວາຍ​ທາງ​ສັງ​ຄົມ ແລະ ການ​ເມືອງ​ໃນ​ປະ​ເທດ​ດັ່ງ​ກ່າວ​ຮຸນ​ແຮງ​ຂຶ້ນ.

ລັດ​ຖະ​ບານ​ທະ​ຫານ​ທີ່​ກຳ​ລັງ​ປົກ​ຄອງ​ມຽນ​ມາ ​ໄດ້​ປະ​ຕິ​ເສດ​ຖະ​ແຫຼງ​ການ​ຂອງ ອາ​ຊຽນ. ລັດ​ຖະ​ບານ​ທະ​ຫານ​ດັ່ງ​ກ່າວ​ກ່ອນ​ໜ້ານີ້​ໄດ້​ຖິ້ມ​ໂທດ​ການ​ຂາດ​ຄວາມ​ກ້າວ​ໜ້າ​ໃສ່​ໂຣກ​ລະ​ບາດ ແລະ ການ​ຂັດ​ຂວ້າງ​ຈາກ​ຂະ​ບວນ​ການ​ຕໍ່​ຕ້ານ​ຕິດ​ອາ​ວຸດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG