ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ປະ​ນາມ​ລະ​ບອບ​ຜະ​ເດັດ​ການ​ຂອງ​ເກົາ​ຫຼີ​ເໜືອ ຢູ່​ເຂດ​ປອ​ດ​ທະ​ຫານ

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ຢືນ​ຢູ່​ຫໍ​ສັງ​ເກດ​ການ​ຂອງ​ພວກ​ທະ​ຫານ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ຢ້ຽມ​ຢາມ​ເຂດ​ປອດ​ທະ​ຫານ ທີ່​ແຍກ​ສອງ​ເກົາ​ຫຼີ​ອອກ​ຈາກ​ການ ຢູ່​ບ້ານ​ປັນ​ມຸນ​ຈອມ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 29 ກັນ​ຍາ 2022.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ປະ​ນາມ “ລະ​ບອບຜະ​ເດັດ​ການ​ທີ່​ໂຫດ​ຫ້ຽມ” ແລະໂຄງ​ການ​ອາ​ວຸດ “ທີ່​ພາ​ໃຫ້​ບໍ່​ມີ​ຄວາມ​ໝັ້ນ​ຄົງ” ຂອງ​ເກົາ​ຫຼີ​ເໜືອລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ເຂດ​ປອດ​ທະ​ຫາ​ນ ທີ່​ແບ່ງ​ສອງ​ເກົາ​ຫຼີ​ອອກ​ຈາກ​ກັນ ໃນ​ວັນ​ພະ​ຫັດ​ວານນີ້.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທັງ​ກ່ອນ ແລະ​ຫຼັງ​ຈາກ​ທ່ານ​ນາງ​ແຮ​ຣິ​ສ​ໄດ້​ຢຸດ​ແວ່​ຢ້ຽມ​ຢາມ​ເຂດ​ປອດ​ທະ​ຫານ ທີ່ເພີ້ມ​ໃສ່​ຈຳ​ນວນ​ການ​ຍິງ​ລູກ​ສອນ​ໄຟຫຼາຍ​ເປັນ​ປະ​ຫວັດ​ການ​ພາຍ​ໃນ​ປີນີ້.

ລາຍ​ງານ​ຂ່າວ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ປາ​ກົດ​ຢູ່​ໃນ​ຈໍ​ໂທ​ລະ​ພາບ ຢູ່​ສະ​ຖາ​ນີ​ລ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 28 ກັນ​ຍາ 2022.
ລາຍ​ງານ​ຂ່າວ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ປາ​ກົດ​ຢູ່​ໃນ​ຈໍ​ໂທ​ລະ​ພາບ ຢູ່​ສະ​ຖາ​ນີ​ລ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 28 ກັນ​ຍາ 2022.

ຢູ່​ບ້ານສະ​ຫງົບ​ເສິກ​ປັນ​ມຸນ​ຈອມ ​ທີ່​ຕັ້ງ​ຢູ່​ລະ​ຫວ່າງເກົາ​ຫຼີ​ເໜືອ​ ແລະ​ເກົາ​ຫຼີ​ໃຕ້​ນັ້ນ ທ່ານ​ນາງ​ແຮ​ຣິ​ສ​ໄດ້​ກ່າວ​ປະ​ນາມ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ໂດຍ​ກ່າວ​ວ່າ ມັນ​ເປັນ​ “ການ​ທ້າ​ທາຍ​ເກາະ​ຜິດ​ຢ່າງ​ຈະ​ແຈ້ງ.”

“ຢູ່​ທາງ​ເໜືອ ພວກ​ເຮົາ​ເຫັນ​ຈອມ​ຜະ​ເດັດ​ການ​ທີ່​ໂຫດ​ຫ້ຽມ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮຸນ​ແຮງ ແລະ​ໂຄງ​ການ​ອາ​ວຸດ​ທີ່​ຜິດ​ກົດ​ໝາຍ ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ” ນັ້​ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ.

ກ່ອນ​ໜ້ານັ້​ນ ໃນ​ວັນ​ພະ​ຫັດ​ວານນີ້ ທ່ານ​ນາງ​ແຮ​ຣິ​ສ​ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢຸ​ນ ຊຸກ ໂຢ​ລ ນັກ​ການ​ເມືອງ​ນິ​ຍົມ​ແນວ​ທາງ​ເດີມ ​ທີ່​ຊຸກ​ຍູ້​ໃຫ້​ມີ​ການ​ປັບ​ປຸງ​ຄວາມ​ສຳ​ພັນ​ກັບ​ສະ​ຫະ​ລັດ.

ທ່ານ​ນາງ​ແຮ​ຣິ​ສ ກ່າວໂດ​ຍ​ໃຊ້​ຊື່​ຢ່າງ​ເປັນ​ທາງ​ການ ​ຂອງ​ເກົາ​ຫຼີ​ໃຕ້​ ວ່າ “ເປົ້າໝາຍ​ຮ່ວມ​ກັນ​ຂອງ​ພວກ​ເຮົາ ສະ​ຫະ​ລັດ​ແລະສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ກໍ​ຄື​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ເປັນ​ເຂດ​ປອດ​ນິວ​ເຄ​ລຍ​ຢ່າງ​ສິ້ນ​ເຊີງ.”​

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ (ກາງ) ພົບ​ປະ​ກັບ​ພວ​ກ​ທະ​ຫານ​ແລະ​ຄອບ​ຄົວ ຂະ​ນະ​ທີ່​ທ່ານ​ນາງຢ້ຽມ​ຢາມ​ເຂດ​ປອດ​ທະ​ຫານ ທີ່​ແບ່ງ​ສອງ​ເກົາ​ຫຼີ​ອອກ​ຈາກ​ການ ຢູ່​ບ້ານ​ປັນ​ມຸນ​ຈອມ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 29 ກັນ​ຍາ 2022.

ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ຂອງ​ທ່ານ​ນາງ​ແຮ​ຣິ​ສ​ ແມ່ນ​ໝາຍ​ຄວາມ​ວ່າ ເພື່ອ ເນັ້ນ​ໃຫ້​ເຫັນເຖິງ​ຄວາມ​ໝັ້ນ​ໝາຍ​ຂອງ​ສະ​ຫະ​ລັດ​ທີ່​ຈະ​ປົກ​ປ້​ອງ​ເກົາ​ຫຼີ​ໃຕ້. ມີ​ທະ​ຫານ​ສະ​ຫະ​ລັດ​ປະ​ມານ 28,000 ຄົນ​ຍັງ​ປະ​ຈຳ​ການ​ຢູ່​ໃນ​ເກົາ​ຫຼີ​ໃຕ້ ຊຶ່ງ​ເປັນ​ມູນ​ເຊື້ອ​ຂ​ອງ​ສົງ​ຄາມ​ເກົາ​ຫຼີ​ໃນ​ຊຸມ​ປີ 1950 ທີ່​ສິ້ນ​ສຸດ​ລົງ​ດ້ວຍ​ສັນ​ຍາ​ສະ​ຫງົບ​ເສິກ​ບໍ່​ແມ່ນ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ.

ທີ່​ເຂດ​ປອດ​ທະ​ຫານນັ້ນ ທ່ານ​ນາງ​ແຮ​ຣິ​ສ​ໄດ້​ໂອ້​ລົມ​ກັບ​ພວກ​ທະ​ຫານ​ສະ​ຫະ​ລັດ ຮັບ​ຟັງ​ການ​ລາຍ​ງານ​ໂດຍ​ພວກ​ນາຍ​ທະ​ຫານ ແລະ​ທ່ານ​ນາງ​ໄດ້​ສ່ອງ​ເຂົ້າ​ໄປ​ໃນ​ເກົາ​ຫຼີ​ເໜືອ ໂດຍ​ໃຊ້​ກ້ອງ​ດຳ​ຂະ​ໜາດ​ໃຫຍ່ ຊຶ່ງ​ເປັນ​ກ້ອງ​ທີ່​ໃຊ້​ໂດ​ຍ​ປະ​ທາ​ນາ​ທິ​ບໍ​ດີ​ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທີ່​ໄປ​ຢ້ຽມ​ຢາມ​ເຂດ​ປອດ​ທະ​ຫານນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG