ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໂອບາມາ ສັນຍາວ່າ ຈະຮັບໃຊ້ ນັກລົບເກົ່າ ອາເມຣິກັນ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄປວາງພວງມາລາ ຢູ່ທີ່ຂຸມຝັງສົບຂອງທະຫານນີລະນາມ ທີ່ສຸສານແຫ່ງຊາດ Arlington ໃກ້ກັບນະຄອນ ຫລວງວໍຊິງຕັນ ໃນວັນທີ 11 ພະຈິກ 2012 (UNITED STATES - Tags: POLITICS MILITARY)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄປວາງພວງມາລາ ຢູ່ທີ່ຂຸມຝັງສົບຂອງທະຫານນີລະນາມ ທີ່ສຸສານແຫ່ງຊາດ Arlington ໃກ້ກັບນະຄອນ ຫລວງວໍຊິງຕັນ ໃນວັນທີ 11 ພະຈິກ 2012 (UNITED STATES - Tags: POLITICS MILITARY)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ໃຫ້ຄໍາ
ໝັ້ນສັນຍາວ່າ ຈະຮັບໃຊ້ນັກລົບເກົ່າຂອງກອງທັບອາເມຣິກັນ
ໂດຍການປັບປຸງຄວາມສາມາດ ໃນການໄດ້ຮັບການສຶກສາ ແລະຜົນປະໂຫຍດດ້ານການແພດ ໃຫ້ຫລາຍຂຶ້ນ.

ໃນການກ່າວຄໍາປາໄສໃນວັນອາທິດວານນີ້ ເພື່ອເປັນການສະ
ຫລອງວັນ ພັກວັນນັກລົບເກົ່າປະຈໍາປີຂອງສະຫະລັດນັ້ນ ທ່ານ
ໂອບາມາ ເວົ້າວ່າ ຄະນະລັດຖະບານຂອງທ່ານ ກໍາລັງຊ່ວຍ
ພວກນັກລົບເກົ່າ ໃຫ້ໄດ້ຮັບ ການສຶກສາ ຂັ້ນວິທະຍາໄລ ຫລື
ປະລິນຍາຕີແລະ “ເດີນໄປຕາມຄວາມໄຝ່ຝັນຂອງພວກເຂົາເຈົ້າ”.
ໃນການກ່າວຄໍາປາໄສ ທີ່ຫລຸມຝັງສົບຂອງທະຫານນີລະນາມ
ທີ່ສຸສານແຫ່ງຊາດ Arlington ໃກ້ກັບນະຄອນຫລວງວໍຊິງຕັນ
ນັ້ນ ທ່ານເວົ້າວ່າ ພວກເຈົ້າໜ້າທີ່ລັດຖະບານດັ່ງກ່າວ ຍັງໄດ້ ເອົາຜົນປະໂຫຍດຊ່ວຍໃຫ້ພວກນັກລົບເກົ່າໃນປາງສົງຄາມ
ຫວຽດນາມ ທີ່ໄດ້ຖືກສໍາພັດກັບທາດສີນໍ້າໝາກກ້ຽງ ຊຶ່ງເປັນສານກໍາຈັດຊີວະພາບ ທີ່ນໍາ ໄປພົ່ນໂດຍກໍາລັງທະຫານຂອງສະຫະລັດ ເພື່ອຈະທໍາລາຍກົກໄມ້ໃບຫຍ້າ ທີ່ກໍາລັງທະ ຫານກອງຫລອນໃຊ້ປົກບັງພວກເຂົາເຈົ້າໃນສະໄໝສົງຄາມນັ້ນ.

ນອກນັ້ນ ທ່ານໂອບາມາ ຍັງໄດ້ເນັ້ນໃຫ້ເຫັນການທໍາສໍາເລັດຕາມສັນຍາຂອງທ່ານ ໃນ ການເຮັດໃຫ້ການຜູກພັນຂອງກອງທັບສະຫະລັດ ໃນອີຣັກ ສິ້ນສຸດລົງ ໂດຍໄດ້ກ່າວວ່າ ວັນອາທິດວານນີ້ ເປັນວັນນັກ ລົບເກົ່າວັນທໍາອິດ ຢູ່ໃນນຶ່ງທົດສະວັດຜ່ານມາ ທີ່ບໍ່ມີທະ ຫານອາເມຣິກັນ “ສູ້ລົບ ແລະຕາຍ” ຢູ່ໃນປະເທດດັ່ງກ່າວ. ທ່ານກ່າວອີກວ່າ ທະຫານ ສະຫະລັດ 33 ພັນຄົນ ກໍໄດ້ກັບຄືນ ຈາກອັຟການິສຖານ ໃນຂະນະທີ່ການໂອນການ ຄວບຄຸມປະເທດໄປໃຫ້ແກ່ລັດຖະບານອັຟການິສຖານ ເລີ້ມຕົ້ນຂຶ້ນພາຍຫລັງທີ່ມີສົງ ຄາມສືບຕໍ່ມາເປັນເວລາທົດສະວັດນຶ່ງ.

ທ່ານໂອບາມາກ່າວມ້ວນທ້າຍວ່າ ມີສະມາຊິກທະຫານສະຫະລັດຫລາຍ ກວ່າ 1 ລ້ານ ຄົນ ຈະປ່ຽນການດໍາລົງຊີວິດໄປເປັນພົນລະເຮືອນ ໃນ 2 ສາມປີຂ້າງໜ້າ. ທ່ານເວົ້າວ່າ ສະຫະລັດມີພະທະທີ່ສູງສົ່ງໃນການດູແລ ເບິ່ງແຍງພວກທະຫານເຫລົ່ານີ້.

ກ່ອນໜ້າການກ່າວຄໍາປາໃສປະທານາທິບໍດີສະຫະລັດ ກໍໄດ້ໄປວາງພວງມາລາຢູ່ທີ່ຂຸມ ຝັງສົບຂອງທະຫານນີລະນາມອີກດ້ວຍ.

ປະຊາຄົມຕ່າງໆທົ່ວສະຫະລັດ ກໍຈະພາກັນຈັດພິທີຕ່າງໆ ເພື່ອໃຫ້ກຽດແລະລະນຶກເຖິງ ຄຸນງາມຄວາມດີຂອງທະຫານຫານທີ່ໄດ້ສະລະຊີບເພື່ອຊາດ. ຫ້ອງການລັດຖະບານຈະ ປິດລົງໃນວັນຈັນມື້ນີ້ ເພື່ອສະແດງຄວາມຮັບຮູ້ ຕໍ່ວັນພັກດັ່ງກ່າວ.
XS
SM
MD
LG