ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການສະຫລອງ ວັນນັກລົບເກົ່າ ໃນສະຫະລັດ (ສະໄລດ໌)


ທ່ານ Robert W. Fulmer ຊຶ່ງເປັນນັກລົບເກົ່າສະຫະລັດ ທີ່ລົບໃນ ປາງສົງຄາມເກົາຫຼີ ເຂົ້າຮ່ວມພິທີລະນຶກເຖິງວັນນັກລົບເກົ່າ ສົງຄາມເກົາ ຫີ່ເມືອງ Philadelphia ລັດ Pennsylvania
ທ່ານ Robert W. Fulmer ຊຶ່ງເປັນນັກລົບເກົ່າສະຫະລັດ ທີ່ລົບໃນ ປາງສົງຄາມເກົາຫຼີ ເຂົ້າຮ່ວມພິທີລະນຶກເຖິງວັນນັກລົບເກົ່າ ສົງຄາມເກົາ ຫີ່ເມືອງ Philadelphia ລັດ Pennsylvania
ວັນ​ທີ 11 ​ເດືອນ​ພະຈິກ ມື້​ນີ້ ​ເປັນ​ວັນນັກ​ລົບ​ເກົ່າ​ໃນ​ສະຫະລັດ ​
ແລະ ​ເປັນ​ວັນພັກ​ວັນ​ນຶ່ງ​ຂອງ​ລັດຖະບານ​ກາງ​ສະຫະລັດ ​ເພື່ອ
​ສະດຸ​ດີ​ໃຫ້​ກຽດ​ແກ່ ບັນດາ​ທະຫານ ທີ່​ໄດ້​ຮັບ​ໃຊ້​ຢູ່​ໃນ​ກອງທັບ
​ສະຫະລັດ ​ໃນ​ທຸກໆ​ສົງຄາມ.

​ເທື່ອ​ນີ້​ນັບ​ວ່າ​ເປັນ​ວັນນັກ​ລົບ​ເກົ່າ​ເທື່ອ​ທໍາ​ອິດ ນັບ​ຕັ້ງ​ແຕ່​ທະຫານ
​ສະຫະລັດ ​ໄດ້​ຖອນ​ຈາກ​ອິຣັກ​ເມື່ອ​ເດືອນ​ທັນວາ​ປີຜ່ານມາ. ວັນ
​ພັກ​ດັ່ງກ່າວ​ໃນ​ປີ​ນີ້ ​ຍັງ​ເປັນ​ໂອກາດ​ ​ສໍາລັບ​ໃຫ້​ຊາວ​ອະ​ເມ​ຣິກັນ​
ທັງ​ຫຼາຍ​ໄດ້​ຂອບອົກ​ຂອບ​ໃຈ​ບັນດາ​ນັກ​ລົບ​ເກົ່າ​ປາງ​ສົງຄາມ​
ໂລກ​ຄັ້ງ​ທີ່​ສອງ ທີ່ຍັງ​ມີ​ຊີວິດ​ຢູ່ແຕ່​ມີ​ຈໍານວນ ລຸດນ້ອຍ​ຖອຍ​ລົງ
ຢ່າງ​ໄວ​ນັ້ນ.

ທຸກໆ​ວັນພັກ​ນັກ​ລົບ​ເກົ່າ ປະທານາທິບໍດີ​ສະຫະລັດ ຈະ​ໄປ​ວາງ​ພວງ​ມາລາ ຢູ່ທີ່ຂຸມ​ຝັງ​ສົບ​ຂອງ​ທະຫານ​ນີລະນາມ ​ທີ່​ສຸສານ​ແຫ່ງ​ຊາດ Arlington.

ຕາມ​ປະ​ເພນີ​ທີ່​ປະຕິບັດ​ກັນ​ມາ​ນັ້ນ ປະຊາ​ຄົມ​ຕ່າງໆ​ທົ່ວ​ສະຫະລັດ ກໍຈະ​ພາກັນ​ຈັດ​ພິທີ ຕ່າງໆ ​ເພື່ອ​ໃຫ້​ກຽດ​ແລະລະ​ນຶກ​ເຖິງຄຸນງາມຄວາມດີ​ຂອງ​ທະຫານ​ຫານ​ທີ່​ໄດ້​ສະລະ​ຊີ​ບ​ເພື່ອ​ຊາດ​. ຫ້ອງການ​ລັດຖະບານ​ຈະ​ປິດ​ລົງໃນ​ວັນ​ຈັນມື້​ອື່ນ ​ເພື່ອ​ສະ​ແດງ​ຄວາມ​ຮັບ​ຮູ້ ຕໍ່​ວັນ​ພັກ​ດັ່ງກ່າວ.

ວັນພັກ​ນັກ​ລົບ​ເກົ່າ ຫຼື Veteran Day ນີ້ ໃນ​ເບື້ອງຕົ້ນ​ແມ່ນ​ເອີ້ນ​ວ່າ Armistice Day ຫຼື​ວັນ​ສະຫງົບ​ເສິກ​ສົງຄາມ​ໂລກ​ຄັ້ງ​ທີ່​ນຶ່ງ ທີ່​ໄດ້​ສະຫຼອງກັນ​ເທື່ອ​ທໍາ​ອິດ​ໃນ​ປີ 1919. ກ່ອນ​ໜ້າ​ນຶ່ງ​ປີ ຄື​ໃນ​ເວລາ 11 ​ໂມງ ຂອງ​ວັນ​ທີ່ 11 ຂອງ​ເດືອນ ທີ 11 ​ການ​ສະຫງົບ​ເສິກ​ຊົ່ວຄາວ
ລະຫວ່າງ​ເຢຍຣະມັນ ​ແລະບັນດາ​ປະ​ເທດ​ພັນທະ​ມິດ ​ໄດ້ມີ​ຜົນ​ບັງຄັບ​ໃຊ້.

ສ່ວນ​ອັງກິດນັ້ນ ​ທໍາ​ພິທີ​ສະດຸ​ດິ​ໃຫ້​ກຽດ​ແກ່​ຜູ້​ເສຍ​ຊີວິດ​ໃນ​ປາງ​ສົງຄາມ​ຂອງຕົນ​ໃນ​ວັນ​ອາ ທິດ​ມື້​ນີ້ ທີ່​ເອີ້ນ​ວ່າ ​ວັນ Remembrance Day ຫຼືວັນ​ແຫ່ງ​ຄວາມ​ຊົງຈໍາ ດ້ວຍ​ການ​ຢືນ​ຢູ່​ໃນ​ຄວາມສະຫງົບ ໃນເວລາ 11 ​ໂມງ​ເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ​ໃນອັງ​ກິດ.

ເບິ່ງປະມວນພາບການສະເຫລີມສະຫລອງວັນນັກລົບເກົ່າສະຫະລັດ:
XS
SM
MD
LG