ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອະດີດນາຍພົນ ເທີກີ ປະເຊີນໜ້າຕິດຄຸກ ຕະຫລອດຊີວິດ


​ນາຍພົນ Ilker Basbug ປະ​ເຊີນ​ໜ້າ​ກັບ​ການລົງ​ໂທດ ​ຕິດ​ຄຸກ​ຕະຫລອດ​ຊີວິດ.
​ນາຍພົນ Ilker Basbug ປະ​ເຊີນ​ໜ້າ​ກັບ​ການລົງ​ໂທດ ​ຕິດ​ຄຸກ​ຕະຫລອດ​ຊີວິດ.
ສານ​ເທິ​ກີ ​ແຫ່ງ​ນຶ່ງ​ຄາດ​ວ່າ ຈະ​ລົງ​ໂທດ​ເປັນ​ຄັ້ງ​ທໍາ​ອິດ ​ໃນ​ວັນ
ຈັນມື້​ນີ້ ໃນການ​ໄຕ່​ສວນ 275 ຄົນ​ຮ່ວມ​ທັງພວກ​ທະ​ຫານ
ນັກ​ການ​ເມືອງ ບັນດາ​ສາສດາ​ຈານ ​ແລະ​ພວກນັກຂ່າວ ຊຶ່ງ
ເປັນ​ຂີດ​ໝາຍ​ ​ແລະຄະດີ​ກ່ຽວ​ກັບ​ການ​ກ່າວ​ຫາ ວາງແຜນ​
ໂຄ່ນ​ລົ້ມ ລັດຖະບານ ນາຍົກລັດຖະມົນຕີ Recep Tayyip
Erdogan.

ບັນດາ​ຜູ້​ຖືກ​ກ່າວ​ຫາ ປະ​ເຊີນ​ໜ້າ​ກັບ​ການລົງ​ໂທດ ຕັ້ງແຕ່​ສອງ
​ສາມ​ປີ ​ເຖິງ ຕິດ​ຄຸກ​ຕະຫລອດ​ຊີວິດ.

ກໍາລັງຮັກສາ​ຄວາມ​ປອດ​ໄພ ​ໄດ້​ຕັນ​ທາງ​ເຂົ້າສານ​ຍຸຕິ​ທໍາ ຢູ່​ໃນເມືອງ Silivri ​ໃກ້ກັບ​
ກຸງ​ອິສ​ແຕນ​ບຸນ ​ອະນຸຍາດ​ໃຫ້​ແຕ່​ພວກ​ຕ້ອງ​ຫາ ພວກທະນາຍຄວາມ ​ແລະ​ບັນດານັກ​
ຂ່າວ​ເຂົ້າ​ໄປ.

ພັກ​ປົກຄອງ​ຄາດວ່າຄະດີດັ່ງກ່າວ​ຈະ​ໃຊ້​ເວລາ​ຢູ່ 5 ປີ ຍ້ອນຄວາມ​ເຂັ່ງຕືງລ​ະ ຫວ່າງຜູ້​ນໍາທີ່​ບໍ່​ເຫັນ​ພ້ອມ​ກັບ​ສາສະໜາ ​ແລະພັກ​ AKP ຂອງທ່ານ Erdogan ທີ່​ປະຕິ​ບັດອິສລາມ.

​ໃນ​ຂະນະ​ທີ່​ໄອ​ຍະ​ການ​ສານ ກ່າວ​ວ່າ ພວກ​ຕ້ອງ​ຫາ​ມີ​ຄວາມ​ຜິດຢູ່​ຫລາຍ​ລະດັບ ​ໃນການພົວພັນ​ກັບການວາງ​ແຜນ. ຜູ້​ຕິ​ຊົມ​ກ່າວ​ວ່າ ການ​ດໍາ​ເນີ​ນຄະ​ດີ​ທີ່​ຖືກ
ຕ້ອງທາງ​ກົດໝາຍ ​ແມ່ນເປັນ​ແຜນການ​ເພື່ອ​ຂົ່ມ​ຂູ່​ຝ່າຍ​ຄ້ານ ​ແລະພວກ​ຕິຕຽນ​ລັດຖະບານ​.
XS
SM
MD
LG