ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ຜູ້ພິພາກສາ ຈະຕັດສິນໂທດ ຕຳຫຼວດ ອີກຄົນນຶ່ງ ໃນຄະດີ ການຕາຍ ຂອງທ້າວ Freddie Gray


ເຈົ້າໜ້າທີຕຳຫລວດ ທ່ານ Edward Nero, ຊ້າຍ, ຮ້ອຍໂທ Brian Rice, ທີ່ສອງຈາກຊ້າຍ ແລະ ເຈົ້າໜ້າທີ່ຕຳຫລວດ ຄົນອຶ່ນໆ.

ຜູ້​ພິພາກສາ​ຄົນ​ນຶ່ງ​ຂອງ​ນະ​ຄອນ Baltimore ຈະ​ອອກ​ຄຳຕັດສິນ​ໃນ​ວັນ​ຈັນ​ຈະ​ມາ​ນີ້ ຕໍ່​ເຈົ້າ​ໜ້າ​ທີ່​ຕຳຫລວດຊັ້ນ​ສູງ​ສຸດທີ່​ຖືກ​ກ່າວ​ຫາ​ໃນ​ການ​ຕາຍ​ຂອງ​ຄົນ​ຜິວດຳ​ທີ່​ຖືກ​ຈັບ ທ້າວ Freddie Gray ​ທີ່​ໄດ້ເສຍ​ຊີວິດ ​ໃນເດືອນ​ເມສາ ປີ 2015 ຢູ່ໃນຫລັງ​ລົດ​ຕູ້ຂອງ​ຕຳຫຼວດ.

ຄະດີ​ຕໍ່​ເຈົ້າ​ໜ້າ​ທີ່​ຕຳຫລວດ ທ່ານ Brian Rice ​ໄດ້​ເພັ່ງ​ເລັງໃສ່​ຄຳຖາມທີ່​ວ່າ ທ່ານ​ຄວນ ໃສ່ສາຍ​ແອວ​ບ່ອນ​ນັ່ງ​ໃຫ່່​ແກ່ ທ້າວ Gary ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ ​ຢູ່​ກະດູກ​ສັນຫລັງ ​ໃນ​ລະຫວ່າງ​ການ​ຂີ່​ລົດ​ຕູ້​ຫລື​ບໍ່.

ບັນດາໄອ​ຍະ​ການ​ໂຕ້​ຖຽງ​ວ່າ ການ​ຕັດສິນ​ໃຈ​ຂອງ​ທ່ານ Rice ທີ່​ບໍ່​ໃສ່​ສາຍ​ແອວ​ໃຫ້ທ້າວ Gray ​ໄດ້​ເປັນ​ການ​ກະທຳ​ແບບ​ຕັ້ງ​ໃຈນ ​ແລະ​ຄວນ​ພິຈາລະນາວ່າເປັນ​ການກະທຳ​ຜິດ. ພວກ​ທະນາຍຄວາມ​ປ້ອງ​ກັນ​ກ່າວ​ວ່າ ທ່ານ Rice ​ໄດ້​ຕັດສິນ​ໃຈ​ຢ່າງ​ວ່ອງ​ໄວ ​ກ່ຽວ​ກັບ​ວ່າ ຈະ​ໃສ່​ສາຍ​ແອວ​ໃຫ້​ທ້າວ Gray ຫລື​ບໍ່ ຜູ້​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ບໍ່ໄດ້ໃຫ້​ຄວາມ​ຮ່ວມ​ມື ​ແລະ​ໄດ້​ພະຍາຍາມ​ດີ້ນຢ່າງ​ແຮງ​ຢູ່​ໃນ ລົດ​ຕູ້ນັ້ນ.

ຕຳຫລວດ​ໄດ້​ມັດ​ແຂນ ​ແລະ​ມັດ​ຕີນ​ທ້າວ Gray ຢູ່​ໃນ​ລົດ​ຕູ້ ​ແຕ່​ບໍ່​ໄດ້​ໃສ່​ສາຍ​ແອວ​ໃຫ້​ລາວ​

ການ​ເສຍ​ຊີວິດ​ຂອງ​ທ້າວ Gray ຢູ່​ໃນ​ລົດ​ຕູ້​ໄດ້​ກໍ່​ເກີດ​ຄວາມ​ວຸ້ນວາຍທີ່​ຮ້າຍ​ແຮງ​ສຸດ​ໃນ​ຮອບຫລາຍ​ທົດ​ສະ​ວັດ ໃນ​ນະ​ຄອນ Baltimore ລັດ Maryland ​ແລະ​ເຮັດ​ໃຫ້​ເກີ​ດການ​ໂຕ້ຖຽງ​ໃນ​ທົ່ວ​ປະ​ເທດກ່ຽວກັບ​ການ​ປະຕິບັດ​ຂອງ​ຕຳຫລວດ ຕໍ່​ພວກຊົນ​ກຸ່່ມ​ນ້ອຍ. ການ​ອະພິປາຍ​ອີກ​ຄັ້ງ​ນຶ່ງ​ໄດ້​ເກີດ​ຂຶ້ນໃນ​ເດືອນນີ້​ຫລັງ​ຈາກ ​ການ​ເສຍ​ຊີວິດ​ຂອງຜູ້​ຊາ​ຍຜິວດຳ​ສອງ​ຄົນ ຜູ້​ທີ່​ຖືກ​ຕຳຫລວດ​ຍິງ​ຕາຍ​ຢູ່ໃນລັດ Minnesota ​ແລະລັດ Louisiana.

ທ່ານ Rice ​ໄດ້​ຖືກ​ກ່າວ​ຫາວ່າຂ້າ​ຄົນດ້ວຍ​ຄວາມ​ປະໝາດ ບໍ່ລະມັດ​ລະວັງ​ທີ່ ພາ​ໃຫ້ເປັນ​ອັນຕະລາຍ ​ແລະ​ປະພຶດຜິດ. ທ່່ານ​ເປັນ​ເຈົ້າ​ໜ້າ​ທີ່​ຄົນ​ທີ​ສີ່ ​ທີ່​ຈະ​ຖືກ​ດຳ​ເນີນ​ຄະດີ​ໃນການ​ຕາຍ​ຂອງ​ທ້າວ Freddie Gray. ​ເຈົ້າ​ໜ້າ​ທີ່​ອີກ​ສອງ​ຄົນ​ໄດ້​ພົ້ນ​ໂທດ ​ແລະ​ການດຳ​ເນີນ​ຄະດີ​ຂອງ​ເຈົ້າ​ໜ້າ​ທີ່​ຄົນ​ທີ່ສາມ​ ໄດ້​ເສັດ​ສິ້ນ​ລົງ​ໂດຍ​ຄະນະ​ຕຸລາການ​ຕົກລົງ​ກນບໍ່​ໄດ້. ນຶ່ງ​ໃນ​ບັນດາ​ເຈົ້າໜ້າ​ທີ່​ຕຳຫລວດ​ຜູ້​ທີ່​ໄດ້​ພົ້ນ​ໂທດ ແມ່ນ​ຄົນຂັບ​ລົດ​ຕູ້ ທ່ານ Caesar Goodson ​ທີ່​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຫາ​ທີ່​ຮ້າຍ​ແຮງ​ສຸດ ຮວມທັງການຂ້າ​ຄົນ “​ແບບ​ບໍ່​ມີ​ຄວາມ​ປານີ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG