ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ ຈະ​ປະ​ກາດ ຄຳ​ຕັດ​ສິນ ຕໍ່ ອະ​ດີດ ເຈົ້າ​ໜ້າ​ທີ່ ຂະ​ເໝນ​ແດງ 2 ທ່ານ ອີກ​ຫຼາຍ​ກະ​ທົງ


 ທ້າວ ນວນ​ເຈຍ ແລະ ຂຽວ ສຳ​ພັນ ຢູ່​ໃນ​ການ​ຮັບ​ຟັງຄະດີ ຂອງ​ພວກ​ກ່ຽວ ໃນ​ສານ​ສາ​ກົນ ຕັດ​ສິນ​ຄະ​ດີ​ຂະ​ເໝນ​ແດງ ໃນ​ປີ 2013
ທ້າວ ນວນ​ເຈຍ ແລະ ຂຽວ ສຳ​ພັນ ຢູ່​ໃນ​ການ​ຮັບ​ຟັງຄະດີ ຂອງ​ພວກ​ກ່ຽວ ໃນ​ສານ​ສາ​ກົນ ຕັດ​ສິນ​ຄະ​ດີ​ຂະ​ເໝນ​ແດງ ໃນ​ປີ 2013

ສານ​ຕັດສິນສາ​ກົນ​ທີ່​ດຳ​ເນີນ​ຄະ​ດີກ່ຽວ​ກັບ​ເລື້ອງ​ຂະ​ເໝນ​ແດງ ​ຈະປະ​ກາດ​ຄຳ​ຕັດ​ສິນ
​ຂອງ​ຕົນ​ໃນ​ວັນ​ສຸກ​ ຕໍ່​ເຈົ້າ​ໜ້າ​ທີ່​ຂອງ​ລະ​ບອບ​ດັ່ງ​ກ່າວ ທີ່​ຍັງ​ມີ​ຊີ​ວິດ​ຢູ່ ຄື ທ້າວ ນວນ
​ເຈຍ ແລະ ຂຽວ ສຳ​ພັນ ວ່າ ​ກໍ່ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ ແລະ​ຂ້າ​ລ້າງ​ເຜົ່າ​ພັນ
ຢູ່​ໃນ​ລະ​ບອບ​ຜະ​ເດັດການຂະ​ເໝນ​ແດງນັ້ນ.

ບູບ​ພວກ​ນັກ​ໂທດ​ທີ່​ເປັນ​ອະ​ດີດ​ເຈົ້າ​ໜ້າ​ທີ່ຂະ​ເໝນ​ແດງ ໄດ້​ຕິດ​ໄວ້ຢູ່​ຫໍ​ພິ​ພິດ​ທະ​ພັນກວດ​ລ້າງ​ເຜົ່າ​ພັນ Tuol Sleng ໃນ​ນະ​ຄອນ​ພະ​ນົມ​ເປັນ (ພາບ​ຖ່າຍໂດຍ Sun Narin/VOA Khmer)
ບູບ​ພວກ​ນັກ​ໂທດ​ທີ່​ເປັນ​ອະ​ດີດ​ເຈົ້າ​ໜ້າ​ທີ່ຂະ​ເໝນ​ແດງ ໄດ້​ຕິດ​ໄວ້ຢູ່​ຫໍ​ພິ​ພິດ​ທະ​ພັນກວດ​ລ້າງ​ເຜົ່າ​ພັນ Tuol Sleng ໃນ​ນະ​ຄອນ​ພະ​ນົມ​ເປັນ (ພາບ​ຖ່າຍໂດຍ Sun Narin/VOA Khmer)

ໃນ​ປີ 2014 ສານ​ໄດ້​ພົບ​ວ່າ ທ້າວ ນວນ ເຈຍ ອາ​ຍຸ 91 ປີ ແລະ ທ້າວ ຂຽວ ສຳ​ພັນ
ອາ​ຍຸ 86 ປີ ມີ​ຄວາມ​ຜິດຫລາຍ​ກະ​ທົງ ທີ່​ຟ້ອງ​ຢູ່​ໃນ​ຄະ​ດີ​ເລກ​ທີ 002/01 ແລະ​ໄດ້​ຕັດ​
ສິນ​ໃຫ້​ເຂົາ​ເຈົ້າ ​ຖືກ​ຈຳ​ຄຸກ​ຕະ​ຫລອດ​ຊີ​ວິດ.

ແຕ່​ວ່າ ຄຳ​ຕັດ​ສິນ​ໃນ​ວັນ​ສຸກ​ນີ້ ກ່ຽວ​ກັບຄະ​ດີ​ເລກ​ທີ 002/01 ໄດ້​ເພັ່ງ​ເລັງ​ໃສ່ຊຸດ​ຂໍ້​ກ່າວ
​ຫາວ່າ ກໍ່​ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ ແລະ​ຂ້າ​ລ້າງ​ເຜົ່າ​ພັນ ຢູ່​ໃນ​ສະ​ຖານ​ທີ່​ທຳ​ງານ,
ຢູ່​ສະ​ຫະ​ກອນ, ສູນ​ກາງ​ຮັກ​ສາ​ຄວາມ​ສະ​ຫງົບ, ແລະ​ບ່ອນ​ປະ​ຫານ​ຊີ​ວິດ​ຄົນ, ລວມ​ທັງ
​ຄຸກ​ເລກ​ທີ S-21 ທີ່​ມີ​ຊື່​ສຽງບໍ່​ດີໃນ​ນະ​ຄອນ​ພະ​ນົມ​ເປັນ ຊຶ່ງ​ເປັນ​ຂໍ້​ຫາ​ຕ່າງ​ຫາກ​ອີກ.

ນອກນັ້ນ ສານ​ຍັງ​ໄດ້​ພິ​ຈາ​ລະ​ນາ ການກໍ່​ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ ແລະ​ຂ້າ​ລ້າງ​
ເຜົ່າ​ພັນ ຕໍ່​ຊົນ​ເຜົ່າ​ຈາມແລະ ​ຫວຽດ​ນາມ ທີ່​ເປັນ​ຊົນກຸ່ມ​ນ້ອຍນັ້ນ​ອີກ.

ກະ​ໂຫລກ​ຫົວ​ຄົນ​ທີ່​ຖືກ​ຂ້າ​ໃນ​ສະ​ໄໝ​ປົກ​ຄອງ​ຂອງ​ຂະ​ເໝນ​ແດງ ຢູ່​ສະ​ຖານ​ທີ່​ຂ້າ​ຄົນ Choeung Ek ໃນ​ນະ​ຄອນ​ພະ​ນົມ​ເປັນodia. (Sun Narin/VOA Khmer)
ກະ​ໂຫລກ​ຫົວ​ຄົນ​ທີ່​ຖືກ​ຂ້າ​ໃນ​ສະ​ໄໝ​ປົກ​ຄອງ​ຂອງ​ຂະ​ເໝນ​ແດງ ຢູ່​ສະ​ຖານ​ທີ່​ຂ້າ​ຄົນ Choeung Ek ໃນ​ນະ​ຄອນ​ພະ​ນົມ​ເປັນodia. (Sun Narin/VOA Khmer)

ທ່ານ ເນດ ພຽກ​ຕ​ຣາ, ໂຄ​ສົກ​ປະ​ຈຳ​ສານ​ດັ່ງ​ກ່າວ​ເວົ້າ​ວ່າ ການ​ຕັດ​ສິນ​ດັ່ງ​ກ່າວ​ຈະ​ໃຫ້​
ຄ​ວາມ​ເປັນ​ທຳ​ ແກ່​ຊາວ​ກຳ​ປູ​ເຈຍ ທີ່​ນັບ​ບໍ່​ຖ້ວນ ທີ່ໄດ້ລໍ​ຖ້າ​ມາ​ຫລາຍ​ປີ​ແລ້ວ.

ທ້າວ ຂຽວ ສຳ​ພັນ (ຂວາ) ພົບ​ກັບ ເຈົ້າ​ອາ​ນຸ​ວົງ, ອະ​ດີດປະ​ທາ​ນ​ປະ​ເທດ ສ​ປ​ປ ລາວ ໃນ​ກາງຊຸມ​ປີ1970
ທ້າວ ຂຽວ ສຳ​ພັນ (ຂວາ) ພົບ​ກັບ ເຈົ້າ​ອາ​ນຸ​ວົງ, ອະ​ດີດປະ​ທາ​ນ​ປະ​ເທດ ສ​ປ​ປ ລາວ ໃນ​ກາງຊຸມ​ປີ1970


ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG