ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວເນຊູເອລາ ສະກັດກັ້ນການໂຈມຕີ ໂດຍເຮືອຂອງ ‘ພວກກໍ່ການຮ້າຍຮັບຈ້າງ’ 


ກໍາລັງທະຫານ (ທາງຫລັງ) ພາກັນຍ່າງອອກຈາກເຂດຂອງຕຶກ Macuto ຢູ່ທ່າເຮືອ La Guiara ຂອງເວເນຊູເອລາໄປ ໃນວັນທີ 3 ພຶດສະພາ, 2020. ລັດຖະມົນຕີກະຊວງພາຍໃນ, ທ່ານ Nestor Reverol ກ່າວຢູ່ໃນໂທລະພາບຂອງລັດຖະບານວ່າ ກໍາລັງທະຫານຂອງເວເນຊູເອລາ ຂັບໄລ່ ພວກບຸກລຸກທາງທະເລທີ່ເຂົ້າໄປໃນປະເທດໂດຍຜ່ານເມືອງທ່າເຮືອນັ້ນ.
ກໍາລັງທະຫານ (ທາງຫລັງ) ພາກັນຍ່າງອອກຈາກເຂດຂອງຕຶກ Macuto ຢູ່ທ່າເຮືອ La Guiara ຂອງເວເນຊູເອລາໄປ ໃນວັນທີ 3 ພຶດສະພາ, 2020. ລັດຖະມົນຕີກະຊວງພາຍໃນ, ທ່ານ Nestor Reverol ກ່າວຢູ່ໃນໂທລະພາບຂອງລັດຖະບານວ່າ ກໍາລັງທະຫານຂອງເວເນຊູເອລາ ຂັບໄລ່ ພວກບຸກລຸກທາງທະເລທີ່ເຂົ້າໄປໃນປະເທດໂດຍຜ່ານເມືອງທ່າເຮືອນັ້ນ.

ບັນດາເຈົ້າໜ້າທີ່ເວເນຊູເອລາເວົ້າ ໃນວັນອາທິດວານນີ້ວ່າ ພວກເຂົາເຈົ້າໄດ້ສະກັດກັ້ນການໂຈມຕີໂດຍເຮືອຫລາຍລໍາທີ່ມາຜ່ານເມືອງທ່າ ລາ ກວາໄອຣາ (La Guaira).

ລັດຖະມົນຕີກະຊວງພາຍໃນ, ທ່ານ ເນັສໂທຣ ເຣັບເວີຣອລ (Nestor Reverol) ເວົ້າວ່າ ພວກທີ່ຄິດວ່າ ເປັນພວກທໍາການໂຈມຕີ ແມ່ນພວກທີ່ທ່ານ ເອີ້ນວ່າ “ເປັນພວກກໍ່ການຮ້າຍຮັບຈ້າງ” ທີ່ມາຈາກປະເທດເພື່ອນບ້ານໂຄລອມ ເບຍ ແລະຖືກຂັບໄລ່ ກັບຄືນຢ່າງໄວວາໂດຍກໍາລັງທະຫານຂອງເວເນຊູເອລາ.

“ພວກເຂົາພະຍາຍາມທໍາການຮຸກຮານໂດຍທາງທະເລ, ກຸ່ມກໍ່ການຮ້າຍຮັບຈ້າງ ຈາກໂຄລອມເບຍເພື່ອກະທໍາການກໍ່ການຮ້າຍຢູ່ໃນປະເທດ, ສັງຫານຊີວິດຂອງ ພວກຜູ້ນໍາລັດຖະບານປະຕິວັດ,” ນັ້ນຄືຄໍາເວົ້າຂອງທ່ານ ເຣັບເວີຣອລ ທີ່ກ່າວ ຜ່ານທາງໂທລະພາບ ໃນວັນອາທິດວານນີ້.

ທ່ານກ່າວອີກວ່າ “ມີຄົນໄດ້ຮັບບາດເຈັບແລະເສຍຊີວິດຈໍານວນນຶ່ງ” ແຕ່ກໍບໍ່ໄດ້ ເວົ້າວ່າ ມີຄົນທໍາການໂຈມຕີຫລາຍປານໃດຢູ່ໃນຫັ້ນ, ພວກເຂົາແມ່ນໃຜ ຫລື ອາວຸດ ແລະເຮືອແບບໃດ ທີ່ພວກເຂົາໃຊ້.

ລັດຖະບານຂອງທ່ານ ມາດູໂຣ ມັກຈະກ່າວຫາ ຄູ່ປໍລະປັກທາງການເມືອງຢູ່ ເລື້ອຍໆ ວ່າພະຍາຍາມທີ່ຈະໂຄ່ນລົ້ມລັດຖະບານຂອງທ່ານ. ພວກຕໍາໜິ ສັງ ຄົມ ນິຍົມໄດ້ປະຕິເສດຂໍ້ກ່າວຫາເຫລົ່ານັ້ນ ໂດຍເວົ້າວ່າມັນເປັນຂໍ້ແກ້ຕົວເພື່ອ ຈະໄດ້ກັກຂັງຝ່າຍຄ້ານທ່ານມາດູໂຣໄວ້.

ທ່ານມາດູໂຣ ໄດ້ຄວບຄຸມດູແລວິກິດທາງເສດຖະກິດມາໄດ້ຫົກປີແລ້ວ ຢູ່ໃນເວ ເນຊູເອລາ. ມີຫລາຍກວ່າ 50 ປະເທດ, ລວມທັງສະຫະລັດ ໄດ້ສະແດງການ ສະໜັບສະໜຸນຕໍ່ຜູ້ນໍາຝ່າຍຄ້ານ, ທ່ານ ຮວນ ກວາອີໂດ ພາຍຫລັງ ທີ່ມີການ ເລືອກຕັ້ງ ທີ່ຂັດແຍ້ງກັນໃນປີ 2018 ເປັນຕົ້ນມາ ແຕ່ທ່ານມາດູໂຣ ຍັງຄວບ ຄຸມກອງທັບ ຂອງປະເທດໄວ້ຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG