Chavez ທີ່ເຈັບປ່ວຍຢູ່ນັ້ນ ກໍາລັງຫາຍດີຈາກການຜ່າຕັດໂຣກ ມະເຮັງ.
ໃນຂະນະທີ່ຢ້ຽມຢາມໂຮງໝໍເດັກນ້ອຍໃນນະຄອນຫລວງ
Caracas ໃນວັນອາທິດວານນີ້ ທ່ານ Maduro ໄດ້ກ່າວຕໍ່ບັນ
ດານັກຂ່າວວ່າ ສຸຂະພາບຂອງທ່ານ Chavez ກໍາລັງດີຂື້ນນັບມື້.
ທ່ານ Chavez ໄດ້ເຂົ້າຮັບການຜ່າຕັດເປັນເວລາຫົກຊົ່ວໂມງ
ເມື່ອເກືອບສອງອາທິດກ່ອນ ທີ່ນະຄອນຫລວງ Havana ຂອງປະເທດຄິວບາ ຊຶ່ງເປັນການ ຜ່າຕັດເທຶ່ອທີ່ສີ່ຂອງທ່ານ ນັບຕັ້ງແຕ່ໄດ້ຖືກວິນິດໄສວ່າເປັນໂຣກມະເຮັງ ໃນກາງປີ 2011 ເປັນຕົ້ນມາ. ທ່ານບໍ່ເຄີຍເປີດເຜີຍໃຫ້ຮູ້ວ່າທ່ານເປັນມະເຮັງຊະນິດໃດ ຫລືວ່າຮ້າຍແຮງ ສໍ່າໃດ.