ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວເນຊູເອລາ ສືບຕໍ່ ໄວ້ອາໄລ ໃຫ້ແກ່ ມື້ລາງ ປ. Chavez (ສະໄລດ໌/ວີດີໂອ)


ເດັກນ້ອຍຊາວເວເນຊູເອລາ ຖືປ້າຍທີ່ເວົ້າວ່າ "Chavez ຈົ່ງມີອາຍຸ
ໝັ້ນຍືນ"
ເດັກນ້ອຍຊາວເວເນຊູເອລາ ຖືປ້າຍທີ່ເວົ້າວ່າ "Chavez ຈົ່ງມີອາຍຸ ໝັ້ນຍືນ"
ຂະ​ນະ​ນີ້​ຊາວ​ເວ​ເນ​ຊູ​ເອລາກໍາລັງ​ພາກັນ​ໄວ້ອາ​ໄລ​ອີກ​ມື້​ນຶ່ງ ໃຫ້​ແກ່​ມື້​ລາງ ປະທານາທິບໍ ດີ Hugo Chavez ທີ່​ໄດ້ເຖິງ​ແກ່ອະສັນ​ຍະ​ກໍາ​ໄປ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ຫຼັງຈາກ​ຕໍ່ສູ້​ກັບ​ໂຣກມະ​ເຮັງ.

ພວກ​ໄວ້ອາ​ໄລ ​ໄດ້​ພາກັນ​ຍືນ​ລຽນແຖວ​ກັນຢູ່​ທີ່​ໂຮງ​ຮຽນ​ນາຍຮ້ອຍ​ທະຫານ Caracas ຊຶ່ງ​ເປັນ​ບ່ອນ​ດອຍ​ສົບ​ຂອງ​ທ່ານ Chavez ຢ່າງ​ເປັນ​ທາງ​ການ ພັນທະມິດທີ່ໃກ້ຊິດ​ຂອງ​ທ່ານ Chavez ຫລາຍໆ​ຄົນ ໂຮມ​ທັງ​ປະທານາທິ ບໍດີ Argentina Bolivia ​ແລະ Uruguay ​ແມ່ນ​ໄດ້​ໄປ​ເຖິງ​ເວ​ເນ​ຊູ​ເອລາ​ ແລ້ວ​ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສົ່ງສະການ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້.

ທ່ານ Jose Ornella ຫົວໜ້າ​ອາລັກຂາປະທານາທິບໍດີ​ຂອງ​ເວ​ເນ​ຊູ​ເອລາ ບອກ​ອົງ ການ​ຂ່າວ​ເອພີ​ວ່າ ທ່ານ Chavez ​ໄດ້​ເຖິງ​ແກ່​ອະສັນ​ຍະ​ກໍາ​ຍ້ອນ ຫົວໃຈ​ວາຍ ​ແລະ​ມີ​ອາການ​ເຈັບ​ປວດ​ຢ່າງຮຸນ​ແຮງ ໃນ​ຊ່ວງ​ສຸດ​ທ້າຍ​ຂອງຊີວິດທ່ານ. ຜ່ານ​ມາ ລັດຖະບານ​ໄດ້ຢືນຢັນ​ວ່າ​ທ່ານ Chavez ​ເປັນ​ມະ​ເຮັງ ​ແຕ່​ກໍ​ບໍ່​ໃຫ້​ລາຍ​ລະອຽດ​ວ່າ ​ເປັນ​ມະ​ເຮັງ​ຊະນິດ​ໃດ ຫຼືຮຸນ​ແຮງ​ສໍ່າ​ໃດ.



ເມື່ອ​ວັນ​ພຸດ​ວານ​ນີ້ ຝຸງ​ຊົນ​ຊາວ​ເວ​ເນ​ຊູ​ເອລາ​ທີ່​ເສົ້າ​ສະຫຼົດ​ໃຈ​ທັງຫຼາຍ ພາ ກັນຮ້ອງ​ໄຫ້​ແລະ​ໂຍນ​ຊໍ່​ດອກ​ໄມ້​ຂຶ້ນໃນ​ຂະນະ​ທີ່​ໂຮງ​ສົບ​ຂອງ​ທ່ານ​ຊາ​ເວສ ​ເຄຶ່ອນທີ່​ໄປ​ຕາມຖະໜົນ​ໃນ​ນະຄອນ Caracas ຈາກ​ໂຮງໝໍ​ບ່ອນ​ທີ່​ທ່ານ​ເຖິງ​ແກ່​ອະສັນ​ຍະ​ກໍາ ​ໄປ​ຍັງ​ໂຮງຮຽນ​ນາຍຮ້ອຍ​ ບ່ອນສົບ​ຂອງ​ທ່ານຊຶ່ງໃນເວລານີ້ ​ໄດ້ຖືກ​ນຳ​ໄປ​ດອຍ​ໄວ້ຢ່າງ​ເປັນ​ທາງການ​ນັ້ນ. ທ່ານ Nicolas Maduro ຮອງ​ປະທານາທິບໍດີ ຜູ້​ມີ​ອາການ​ໂສກ​ເສົ້າ ຍ່າງ​ນໍາໜ້າ​ລົດ​ແຫ່​ສົບ.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ດ ​ໄດ້​ທຳ​ພິທີ​ຢືນ​ສະຫງົບສະຕິ ອາລົມ​ຊົ່ວ​ຂະນະ​ນຶ່ງ​ເມື່ອ​ວັນ​ພຸດ​ວານ​ນີ້ ສໍາລັບ​ທ່ານ Chavez ​ແລະ​ພ້ອມ​ກັນ​ນັ້ນ ບັນດາຜູ້​ນໍາ​ຫຼາຍຄົນ​ໃນ​ທົ່ວ​ໂລກ​ກໍສະ​ແດງ​ຄວາມ​ເສົ້າ​ໂສກ​ເສຍ​ໃຈ.

ສະຖານທູດ​ສະຫະລັດ​ທີ່ນະຄອນຫຼວງ Caracas ​ໄດ້​ປິດ​ລົງ ​ຈົນ​ກວ່າຫຼັງ ຈາກ​ພິທີສົ່ງ​ສະການ​ໄດ້​ຜ່ານ​ພົ້ນ​ໄປ. ຄະນະ​ຜູ້ຕາງໜ້າ​ສະຫະລັດ​ທີ່ຈະ​ໄປ​ຮ່ວມ​ໃນ​ພິທີສົ່ງສະການ​ດັ່ງກ່າວ​ຍັງ​ບໍ່​ໄດ້​ປະກາດ​ໃຫ້​ຮູ້​ເທື່ອ. ປະທານາທິບໍ ດີບາຣັກ ​ໂອບາ​ມາ ​ໃຫ້​ການ​ຢືນຢັນ​ອີກ​ເທື່ອ​ໃໝ່ ​ໃນ​ການ​ສະ​ໜັບສະ​ໜຸນ​ຂອງ​ທ່ານຕໍ່ຊາວ​ເວເນ​ຊູ​ເອລາ ​ແລະ​ມີ​ຄວາມ​ໝັ້ນ​ໝາຍຕໍ່​ນະ​ໂຍບາຍ​ຕ່າງໆ​ທີ່ຊຸກ ຍູ້​ສົ່ງ​ເສີມປະຊາທິປະ​ໄຕ ​ແລະ​ສິດທິ​ມະນຸດນັ້ນ.


XS
SM
MD
LG