ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວເວ​​ເນຊູ​ເອລາ ຫຼາຍພັນຄົນ ເດີນຂະບວນ ປະທ້ວງ​ ປ. Maduro (ວີດີໂອ)


Venezuela Protests
please wait
Embed

No media source currently available

0:00 0:00:31 0:00
ມີ​ຢ່າງ​ນ້ອຍ 3 ຄົນ ​ໄດ້​ເສຍ​ຊີວິດ ​ໃນ​ການ​ປະ​ທ້ວງ​ຂອງຊາວ
ເວເນຊູ​ເອລາ ຫລາຍ​ພັນ​ຄົນ ທີ່ຕໍ່ຕ້ານປະທານາທິບໍດີ
Nicolas Maduro ພາກັນລົງສູ່​ຖະໜົນຫົນທາງ​ ໃນນະຄອນ
ຫລວງ Caracas ​ເພື່ອ​ລະບາຍ​ຄວາມບໍ່ພໍ​ໃຈ​ ກ່ຽວ​ກັບ​
ອາຊະຍາ​ກໍາ​ ​ເສດຖະກິດ​ທີ່​ຝືດ​ເຄືອງ ​ແລະ​ກ່າວ​ຫາ​ວ່າ
​ລັດຖະບານ​ສໍ້​ລາດ​ບັງ​ຫຼວງ.

ນຶ່ງ​ໃນ​ພວກ​ປະ​ທ້ວງ​ກ່າວ​ວ່າ​: “​ພວກ​ເຮົາ​ມາ​ປະ​ທ້ວງ
ເພື່ອ​ສິດທິ​ມະນຸດ​. ພວກ​ເຮົາ​ຊາວເວເນຊູ​ເອລາ
ບໍ່​ມີ​ເຂົ້າປາ​ອາຫານ ບໍ່​ມີ​ວຽກ​ເຮັດ​ງານ​ທໍາ ບໍ່​ມີ​ການ
​ສຶກສາ​ ​ບໍ່​ມີ​ຄວາມໝັ້ນ​ຄົງ. ພວກ​ເຮົາ​ບໍ່​ຕ້ອງການ​
ແບບ​ນີ້​ອີກ​ແລ້ວ. ພວກ​ເຮົາ​ບໍ່​ສົນ​ໃຈ​ດອກ​ກັບ​ພວກ​ນັກການ​ເມືອງ.”


ການ​ປະ​ທ້ວງ​ໃນ​ວັນ​ພຸດ​ວານ​ນີ້ ແມ່ນ​ຈັດ​ຂຶ້ນໂດ​ຍພວກ​ນັກ​ສຶກສາ ​ແລະ​ສະມາຊິກ
​ຂອງ​ພັກ​ຝ່າຍ​ຄ້ານ ຊຶ່ງ​ປະກົດ​ວ່າ ​ເປັນ​ການ​ປະ​ທ້ວງຄັ້ງໃຫຍ່​ທີ່​ສຸດ​ ທີ່​ປະທານາທິບໍດີ
Maduro ​ໄດ້​ປະ​ເຊີນ ນັບ​ຕັ້ງ​ແຕ່​ທ່ານ​ໄດ້ຖືກເລືອກ​ຕັ້ງ ​ຫຼັງ​ຈາກ​ການ​ເຖິງ​ແກ່​ອ​ະສັນຍະກໍາ
ຂອງປະທາ ນາທິບໍດີ ທ່ານ Hugo Chavez ​ໃນ​ປີ​ກາຍ​ນີ້.

ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Leopoldo Lopez ກ່າວ​ວ່າ ການ​ປະ​ທ້ວງນີ້​ແມ່ນ​ຕ້ອງການ​ບີບ​
ບັງຄັບ​ໃຫ້​ທ່ານ Maduro ລົງ​ຈາກ​ຕໍາແໜ່​ງ ​ຜ່ານ​ວິທີ​ທາງ​ຂອງລັດຖະທໍາ​ມະນູນ.

ນອກ​ນີ້ ຍັງ​ມີ​ການປະ​ທ້ວງຢູ່​ໃນຫົວ​ເມືອງອື່ນໆ​ນໍາ ຊຶ່ງ​ຮວມທັງ​ເມືອງ Merida ​ໃນ​ເຂດ
ພູ​ເຂົາ Andes.
XS
SM
MD
LG