ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ກວາ​ອີ​ໂດ ກ່າວ​ວ່າ ການ​ຊ່ວຍ​ເຫຼືອ ດ້ານ​ມະ​ນຸດ​ສະ​ທຳ ຈະ​ເດີນ​ທາງ​ ເຂົ້າ​ປະ​ເທດ​ໃນ​ວັນ​ທີ 23 ກຸມ​ພາ


ຜູ້​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຊົ່ວ​ຄາວ ທ່ານ ຮວນ ກວາ​ອີ​ໂດ ເຂົ້າ​ຮ່ວມ​ໃນ​ການ​ຊຸມ​ນຸມ ເພື່ອ​ກົດ​ດັນ​ກອງ​ທັບ ໃຫ້​ປ່ອຍ​ການ​ຊ່ວຍ​ເຫຼືອ ​ດ້ານ​ມະ​ນຸດ​ສະ​ທຳ ສະ​ຫະ​ລັດ ເຂົ້າ​ໃນ​ປະ​ເທດ. 12 ກຸມ​ພາ, 2019.
ຜູ້​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຊົ່ວ​ຄາວ ທ່ານ ຮວນ ກວາ​ອີ​ໂດ ເຂົ້າ​ຮ່ວມ​ໃນ​ການ​ຊຸມ​ນຸມ ເພື່ອ​ກົດ​ດັນ​ກອງ​ທັບ ໃຫ້​ປ່ອຍ​ການ​ຊ່ວຍ​ເຫຼືອ ​ດ້ານ​ມະ​ນຸດ​ສະ​ທຳ ສະ​ຫະ​ລັດ ເຂົ້າ​ໃນ​ປະ​ເທດ. 12 ກຸມ​ພາ, 2019.

ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກວາ​ອີ​ໂດ ກ່າວ​ວ່າ ການ​ຊ່ວຍ​ເຫຼືອ​ດ້ານ​ມະ
ນຸດສະທຳຈະຖືກນຳເຂົ້າປະເທດໃນວັນທີ 23 ກຸມພາ ນີ້, ເຖິງແມ່ນວ່າປະທານາທິບໍດີ
ນິໂຄລັສ ມາດູໂຣ ໄດ້ປະຕິເສດທີ່ຈະໃຫ້ເຂົາເຈົ້າເຂົ້າມາກໍຕາມ.

ທ່ານ ກວາ​ອີ​ໂດ, ທີ່​ຖືກ​ຮັບ​ຮູ້​ໂດຍ ສະ​ຫະ​ລັດ ແລະ ປະ​ມານ 50 ປະ​ເທດ​ອື່ນໆ​ວ່າ​ເປັນ​
ປະທານາທິບໍດີ ຊົ່ວຄາວຂອງ ເວເນຊູເອລາ ນັ້ນ, ໄດ້ກ່າວຕໍ່ຜູ້ສະໜັບສະໜູນຫຼາຍພັນ
ຄົນໃນວັນອັງຄານວານນີ້ ຜູ້ທີ່ໄດ້ປະທ້ວງໃນສ່ວນນຶ່ງຂອງການປຸກລະດົມ ທີ່ກຳລັງດຳ
ເນີນຢູ່ ເພື່ອທັບມ້າງການສະໜັບສະໜູນຂອງກອງທັບ ຕໍ່ທ່ານ ມາດູໂຣ ແລະ ບັງຄັບ
ໃຫ້ຜູ້ນຳສັງຄົມນິຍົມດັ່ງກ່າວອອກຈາກການກຳອຳນາດ.

ທ່ານ ກວາ​ອີ​ໂດ ໄດ້​ກົດດັນໃຫ້ມີ​ກາ​ນ​ສົ່ງອາ​ຫານ​ ແລະ ຢາ​ສຸກ​ເສີນ​ຈາກ ສະ​ຫະ​ລັດ ​
ເຂົ້າໄປໃນປະເທດທີ່ເສດຖະກິດຖືກທຳລາຍນັ້ນ. ສະບຽງຕ່າງໆແມ່ນຢູ່ໃນສາງ ທີ່ເມືອງ
ຄູຄູຕາ ເຊິ່ງຕັ້ງໃນເຂດຊາຍແດນປະເທດ ໂຄລອມເບຍ.

ທ່ານ ມາ​ດູ​ໂຣ, ຜູ້​ທີ່​ໄດ້​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂອງກອງ​ທັບ​ ທີ່​ມີ​ອຳ​ນາດ​ຂອງ​
ປະເທດນັ້ນ, ໄດ້ກ່າວວ່າ ການຊຸມນຸມຄັດຄ້ານຕ່າງໆ ແມ່ນສ່ວນນຶ່ງໃນການພະຍາຍາມ
ກໍ່ລັດຖະປະຫານຂອງ ສະຫະລັດ ແລະ ໄດ້ປະຕິເສດທີ່ຈະອະນຸຍາດໃຫ້ສົ່ງສະບຽງສຸກ
ເສີນຕ່າງໆເຂົ້າໃນປະເທດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ທ່ານ, ທ່ານ ຮໍ​ເຮ ອາ​ເຣຍ​ຊາ (Jorge Arreaza)
ໄດ້ພົບກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ
ໃນຕອນແລງວັນຈັນທີ່ຜ່ານມາ ໃນນະຄອນ ນິວຢອກ. ຫົວໜ້າອົງການສະຫະປະຊາ
ຊາດ ໄດ້ສະເໜີການຊ່ວຍເຫຼືອຕໍ່ສອງຝ່າຍ ເພື່ອຊ່ວຍໃຫ້ປະເທດດັ່ງກ່າວ ຢຸດເຊົາ
ການປະເຊີນໜ້າກັນ ໃນປັດຈຸບັນ.

ທ່ານ ອ​າ​ເຣຍ​ຊາ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ອັງ​ຄານ​
ວານນີ້ວ່າ ລັດຖະບານຂອງທ່ານ ມາດູໂຣ ຢາກທຳການຮ່ວມມືກັບອົງການຂອງໂລກ
ຫຼາຍຂຶ້ນ, ເຊິ່ງແມ່ນວຽກງານປັດຈຸບັນນີ້ໃນປະເທດດັ່ງກ່າວ ກ່ຽວກັບ ໂຄງການໂພຊະ
ນາການ ແລະ ສຸຂະພາບຕ່າງໆ ຜ່ານອົງການ UNICEF ແລະ ອົງການອະນາໄມໂລກ.

ແຕ່​ທ່ານ​ໄດ້​ປະ​ຕິ​ເສດ​ວ່າ ປະ​ເທດຂອງທ່ານ​ໄດ້​ຕົກ​ຢູ່​ໃນ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ.

ທ່ານ ອາເຣຍ​ຊາ ໄດ້​ກ່າວ​ວ່າ “ມັນ​ບໍ່​ໄດ້​ມີ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ ເວ​ເນ​ຊູ​ເອ​ລາ,
ມັນມີເສດຖະກິດໃນ ເວເນຊູເອລາ ທີ່ຕົກຢູ່ພາຍໃຕ້ການກີດກັ້ນ.” ທ່ານໄດ້ຮຽກຮ້ອງໃຫ້
ລັດຖະບານ ວໍຊິງຕັນ ຍົກເລີກມາດຕະການລົງໂທດຕ່າງໆ ຕໍ່ປະເທດເວເນຊູເອລານັ້ນ
ແລະ ປ່ອຍທຶນທັງຫຼາຍທີ່ເຂົາເຈົ້າໄດ້ກັກໄວ້ໃນ ສະຫະລັດ ແລະ ທະນາຄານຕ່າງປະ
ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG