ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ເວເນຊູເອລາ ກຽມປະທ້ວງ ນັດຢຸດງານ 48 ຊົ່ວໂມງ ເພື່ອກົດດັນ ປ. ມາດູໂຣ


ຜຸ້ຊາຍຄົນນຶ່ງຍ່າງຜ່ານປ້າຍ ທີ່ອ່ານວ່າ "ຜູ້ລົງຄະແນນ ສຽງຢູ່ໃນ ສະພາ ຈະບໍ່ເກີດຂຶ້ນ" ຢູ່ໃນນະຄອນຫຼວງ Caracas ປະເທດ Venezuela.

ຊາວ​ເວ​ເນ​ຊູ​ເອລາ ກຳລັງ​ກະກຽມ​ຢ່າງ​ຂຸ້ນຂ້ຽວ ສຳລັບການ​ນັດ​ຢຸດ​ງານໃນ​ທົ່ວ ປະ​ເທດ
ໃນອາທິດ​ນີ້ທີ່​ແນ​ໃສ່ເພື່ອ​ກົດ​ດັນໃຫ້​ປະທານາທິບໍດີ Nicolas Maduro ຍົກ​ເລີກ​ການ​
ເລືອກ​ຕັ້ງສະພາ​ທີ່ເປັນ​ບັນຫາ​ໂຕ້​ແຍ້ງ ​ເພື່ອ​ຂຽນ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ຄືນ​ໃໝ່.

“ພວກ​ເຮົາ​ຮຽກຮ້ອງ​ໃຫ້ໝົດທຸກຄົນ ທຸກໆ​ກຸ່ມໃນ​ສັງ​ບຄົມ ​ໃຫ້ນັດ​ຢຸດ​ງາ​ນ​ເປັນ​ເວລາ 48
ຊົ່ວ​ໂມງ ທີ່​ມີ​ກຳນົດ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ຊຶ່ງທ່ານ Simon Calzadilla ສະມາຊິກ​ສະພາ​ ​
ໄດ້ກ່າວຢູ່​ໃນ​ຖະ​ແຫລ​ງການ ​ເພື່ອ​ທ້ອນ​ໂຮມ​ກຳລັງ​ຝ່າຍ​ຄ້ານ.

ທ່ານ Calzadilla ກ່າວ​ວ່່າ ການ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້ ຈະ​ເພີ່ມ​
ການ​ກົດ​ດັນ​ຕໍ່ ທ່ານ Muduro ​ໃຫ້​ຍົກ​ເລີກ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງຢ່າງ​ເປັນທາງ
​ການ.

ຢູ່​ທີ່​ນະ​ຄອນ Caracas ​ໃນ​ວັນ​ຈັນ​ວານ​ນີ້ ​ເປັນ​ວັນພັກ​ແຫ່ງ​ຊາດ ທີ່ເປັນ​ຂີດ​ໝາຍ​ວັນ​
ເກີດ​ໃນ​ປີ 1783 ຂອງທ່ານ Simon Bolivar ​ລູກບ້ານ​ຫລານ​ເມືອງ ​ແລະ​ຜູ້ນຳເອກ​
ກະລາດ​ລາ​ຕິນ​ອາ​ເມຣິກາ ທີ່ມີ​ທະຫານ​ລັດຖະບານຕິດ​ອາວຸດຢືນ​ຍາມຢູ່ໃນກຸ່ມ​ຂອງ
​ສາມ​ຫລື​ສີ່ຄົນ ຢູ່​ຕາມ​ໂຮງຮຽນບ່ອນ​ທີ່​ໜ່ວຍ​ປ່ອນ​ບັດ​ມີ​ກຳນົດ​ຈະ​ຈັດ​ຂຶ້ນ. ​ເຂົາ​ເຈົ້າ
​ໄດ້​ພາກັນ​ເບິ່ງ ​ໃນ​ຂະນະ​ທີ່​ສະມາຊິກ​ຂອງ​ຝ່າຍ​ຄ້ານ​ໄດ້​ມາ​ເຖິງ ​ເພື່ອ​ຕິດ​ປ້າຍ​ໂຄສະ
ນາຕໍ່​ຕ້ານ​ຜູ້​ປ່ອນ​ບັດ.

​ໃນ​ຂະນະ​ດຽວ​ກັນຊາວ​ເວເນ​ຊູ​ເອລາ ​ໄດ້​ພາກັນ​ຮີບ​ຮ້ອນ​ຫາ​ຊື້​ເຄື່ອງ​ຂອງ​ທີ່​ຂາດແຄນ​ຢູ່​

ແລ້ວກ່ອນ​ໜ້າການ​ຢຸດ​ງານ​ປະ​ທ້ວງ. ລາຄາ​ນໍ້າມັນ​ຕົກ ​ແລະ​ບໍລິຫານ ງານ​ທີ່​ຜິດພາດ​ຂອງລັດຖະບານ​ ​ໄດ້​ນຳ​ພາໄປ​ສູ່ການຂາດແຄນ​ອາຫານທີ່​ຮ້າຍ​ແຮງ ພ້ອມ​ທັງຢາ​ປົວ​
ພະຍາດ ​ແລະເຄື່ອງ​ໃຊ້​ທີ່​ຈຳ​ເປັນອື່ນໆ ​ໃນ​ອັນ​ທີ່​ຄັ້ງ​ນຶ່ງເຄີຍ​ເປັນ​ປະ​ເທດ​ທີ່​ອຸດົມສົມ
ບູນສຸດຂອງປະ​ເທດລາ​ຕິ​ນອາ​ເມຣີກາ.

ແມ່ຍິງຄົນນຶ່ງ ກຳລັກວດທາງຍ່າງ ຢູ່ຕໍjໜ໊າປ້າຍທີ່ກ່າວວ່າ ແມ່ນແລ້ວ ຜູ້ລົງຄະແນນສຽງໃນສະພາຈະເກີດຂຶ້ນ.
ແມ່ຍິງຄົນນຶ່ງ ກຳລັກວດທາງຍ່າງ ຢູ່ຕໍjໜ໊າປ້າຍທີ່ກ່າວວ່າ ແມ່ນແລ້ວ ຜູ້ລົງຄະແນນສຽງໃນສະພາຈະເກີດຂຶ້ນ.

ຢູ່​ຕໍ່ໜ້າ​ຕະຫລາດ Luz supermarket ໃນ​ຄຸ້ມ Chacao ຂອງ​ນະຄອນຫຼວງ ນັກວິ​ສະ
ວະ​ກອນ Victor Maglio ກ່າວ​ຕໍ່ ວີ​ໂອ​ເອ ວ່າ ທ່ານ​ຫວັງ​ວ່າ ຈະ​ໄດ້ pasta ຈຳນວນ​ນຶ່ງ
​ແລະ​ປາກະ​ປອງ. ​ແຕ່​ວ່າ​ທ່ານ​ໄດ້​ຕິຕຽນ​ວ່າ ສ່ວນ​ໃຫຍ່​ເປັນ​ສິນຄ້າ​ເຂົ້າຢູ່​ໃ​ນຫ້າງຮ້ານ
ທຸກໆ​ແຫ່ງ ທ່ານ​ສາມາດ​ຈ່າຍ​ໄດ້​ໜ້ອຍ​ນຶ່ງເກີນ​ໄປ​ກວ່າ pasta ກັບປາ ​ແລະ​ເຂົ້າໜົມ​.

ທ່ານ Maglio ຜູ້​ທີ່​ມີ​ອາຍຸ​ລະຫວ່າງກາງ 40 ປີ ກ່າວ​ວ່າ ທ່ານ​ຈະ​ “ພະຍາ​ຍາມ​ເກັບ​ກຳ
​ເອົາ​ອາຫານ” ​ແລະ “ສິ່ງອື່ນໆ​ທີ່​ເງິນ​ມີ​ຢູ່​ໃນ​ຖົງ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Venezuela Strike Prep
please wait
Embed

No media source currently available

0:00 0:00:32 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG