ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ເວເນຊູເອລາ ກ່າວວ່າ ການເພີ່ມ ເງິນເດືອນຂັ້ນຕໍ່າ ເຮັດໃຫ້ໂລ່ງໃຈ ໜ້ອຍນຶ່ງ


ປະຊາຊົນລໍຖ້າຈ່າຍເງິນຢູ່ຮ້ານຊຸບເປີມາແກັດໃນຊຸມຊົນ ໂປຣປາເທຣຍ, ນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ.
ປະຊາຊົນລໍຖ້າຈ່າຍເງິນຢູ່ຮ້ານຊຸບເປີມາແກັດໃນຊຸມຊົນ ໂປຣປາເທຣຍ, ນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ.

ແມ່ຍິງອາຍຸສູງ, ສະພາບຮ່າງກາຍຈ່ອຍ ຢືນທຳການຄິດໄລ່ຢູ່ຕໍ່ໜ້າ ຈໍຮ້ານຊຸບເປີມາ
ແກັດແຫ່ງນຶ່ງ ທີ່ສະແດງໃຫ້ເຫັນເຈ້ຍຫ້ອງນໍ້າ. ເຈ້ຍຫ້ອງນໍ້າຫໍ່ນຶ່ງມີສີ່ກໍ້າ ລາຄາ
115,204 ໂບລີວາ ເກືອບເທົ່າເຄິ່ງນຶ່ງຂອງເງິນເດືອນ ລະດັບຕໍ່າສຸດທີ່ຖືກປະກາດໃຊ້
ໃໝ່ ຂອງປະເທດ.

ແມ່ຍິງຜູ້ນັ້ນໄດ້ເວົ້າເຍາະເຢີ້ຍດ້ວຍສຽງດັງ ຢູ່ຮ້ານທີ່ຕັ້ງຢູ່ໃນຊຸມຊົນແຄມທະເລແຫ່ງນີ້
ປະມານ 5 ຊົ່ວໂມງທາງຕາເວັນອອກສຽງເໜືອຂອງນະຄອນຫຼວງ ຄາຣາຄັສ ວ່າ “ຈົ່ງ
ເຊື່ອໝັ້ນໃນການປະຕິວັດຕໍ່ໄປ.”

ແມ່ຍິງຄົນນັ້ນໄດ້ເວົ້າ ກ່ຽວກັບ ການປະຕິບັດຝ່າຍຊ້າຍໂບລີເວຍ ທີ່ໄດ້ເລີ່ມຂຶ້ນ ໂດຍ
ຜູ້ນຳສັງຄົມນິຍົມຂອງປະເທດທີ່ໄດ້ເສຍຊີວິດໄປແລ້ວ ທ່ານ ຮິວໂກ ຊາເວສ໌ . ຜູ້ສືບ
ທອດຕຳແໜ່ງຂອງທ່ານ, ປະທານາທິ ບໍດີ ນິກໂຄລັສ ມາດູໂຣ, ໃນສັບປະດານີ້ ໄດ້
ເພີ່ມເງິນເດືອນຕໍ່າສຸດຂຶ້ນ 40 ເປີເຊັນ ຈາກ 177,608 ເປັນ 248,510 ໂບລີວາ. ສະ
ນັ້ນມັນຈຶ່ງເຮັດໃຫ້ເງິນເດືືອນຂັ້ນພື້ນຖານໃໝ່ເປັນ 74 ໂດລາ ໃນອັດຕາແລກ ປ່ຽນ
ເງິນຕາຢ່າງເປັນທາງການ, ແຕ່ພຽງ 2 ໂດລາ 20 ເຊັນເທົ່ານັ້ນໃນດັດສະນີຕະຫຼາດ
ມືດ. ລັດຖະບານຂອງທ່ານ ມາດູໂຣ ຍັງໄດ້ເພີ່ມ “ເງິນໂບນັສອາຫານ” ໃນແຕ່ລະ
ເດືອນ ປະມານ 549,000 ໂບລີວາໃນຄູປອນ, ເພີ່ມງົບປະມານອາຫານຕໍ່າສຸດ ປະ
ຈຳເດືອນເປັນ 797,510 ໂບລີວາ, ເທົ່າກັບປະມານ 7 ໂດລາ.

ຢູ່ຮ້ານ Supermercado Rio Mar, ເງິນດັ່ງກ່າວນັ້ນຈະສາມາດຊື້ປາທູກະປ໋ອງໄດ້
ປະມານ 5 ປ໋ອງ (ແຕ່ລະປ໋ອງມີປະລິມານເກືອບ 5 ອອນ) ແລະ ໄຂ່ 3 ໜ່ວຍ.

ດັ່ງທີ່ອົງການຂ່າວ Reuters ໄດ້ລາຍງານໄປນັ້ນ, ທ່ານ ມາດູໂຣ ຜູ້ທີ່ໄດ້ເພີ່ມເງິນ
ເດືອນຕໍ່າສຸດຂຶ້ນ 5 ຄັ້ງໃນປີ 2017 ນັ້ນ ໄດ້ກ່າວວ່າ ການເພີ່ມເງິນເດືອນແມ່ນການ
ຕອບໂຕ້ຕໍ່ສິ່ງທີ່ທ່ານໄດ້ຢືນຢັນວ່າ ແມ່ນ “ສົງຄາມເສດຖະກິດ” ນຳໜ້າໂດຍລັດຖະ
ບານ ວໍຊິງຕັນ ຕໍ່ລັດທິສັງຄົມນິຍົມ.

ໃນວັນສຸກທີ່ຜ່ານມາ, ກະຊວງການເງິນ ສະຫະລັດ ໄດ້ປະກາດມາດຕະການລົງໂທດ
ທີ່ແນເປົ້າໃສ່ບັນດາເຈົ້າໜ້າທີ່ເວເນຊູເອລາ ໃນປັດຈຸບັນ ຫຼື ອະດີດເພີ່ມເຕີມ ສຳລັບ
ການຖືກກ່າວຫາວ່າ “ສໍ້ລາດບັງຫຼວງ ແລະ ການປາບປາມ.”

ສຳລັບທ່ານ ມາດູໂຣ ເອງ ແມ່ນໄດ້ຖືກປະກາດ ຢູ່ໃນລາຍຊື່ຂອງຄົນເວເນຊູເອລາ
ຜູ້ທີ່ຊາວອາເມຣິກັນ ຖືກຫ້າມບໍ່ໃຫ້ເຮັດທຸລະກິດນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG