ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ພວກປະທ້ວງ ເວເນຊູເອລາ ຮຽກຮ້ອງ ເອົາຊີ້ນໝູ ທີ່ລັດຖະບານວ່າ ຈະແຈກໃຫ້ ໃນວັນບຸນ ຄຣິສມາສ


ພວກເດີນຂະບວນ ພາກັນຢືນຈັບແຂນກັນປະທ້ວງຕໍ່ການຂາດ ເຂີນອາຫານ ແລະສິນຄ້າລາຄາແພງ ຢູ່ພາກຕາເວັນຕົກຂອງ ນະຄອນກາຣາກັສ ປະເທດເວເນຊູເອລາ ໃນວັນທີ 28 ທັນວາ, 2017.

ໂດຍ​ເບື່ອໜ່າຍຕໍ່​ການ​ຂາດ​ເຂີນອາຫານ​ ​ແລະການ​ຂຶ້ນ​ລາຄາສິນຄ້າ​ຢູ່​ທົ່ວ​ປະ​ເທດເວ​
ເນ​ຊູ​ເອລານັ້ນ ນາງໂຈ​ອານາ ​ເມີ​ດີ​ນາ ​ໄດ້ຈັບ​ມື​ກັບ​ຫລາຍ​ໆສິບ​ຄົນທີ່​ແປກ​ໜ້າ ຢູ່​ທາງ
ຕາ​ເວັນ​ຕົກ​ຂອງນະຄອນຫລວງ​ ເພື່ອ​ສະ​ແດງ​ຄວາມໂກດ​ແຄ້ນ​ຂອງ​ນາງ ​ໃນ​ວັນ​ພະຫັດ
​ທີ່​ຜ່ານ​ມານີ້.

ນາງ​ເມີ​ດີ​ນາ​ໄດ້ຈົ່ມໃຫ້ນັກ​ຂ່າວວີ​ໂອ​ເອຟັງວ່າ “ລະບົບ​ການ​ເມືອງ ​ແລະ​ເສດຖະກິດ​ນີ້
ກຳລັງ​ຂ້າ​ພວກ​ເຮົາ​ດ້ວຍ​ຄວາມ​ໂຫຍ​ຫີ​ວ” ​ໃນ​ຂະນະ​ທີ່​ນາງ ​ແລະ​ຄົນ​ອື່ນໆຈັບ​ມືກັນ​ເປັນ
​ສາຍ​ໂສ້​ມະນຸດ ​ເພື່ອຮຽກຮ້ອງໃຫ້​ລັດຖະບານ​ນຳ​ສົ່ງ​ໝູ​ທີ່​ເຂົາ​ເຈົ້າຄາດ​ໝາຍວ່າ​ຈະ​ໄດ້​
ຮັບ​ໃນຍາ​ມ​ບຸນນີ້.

ການ​ປະ​ທ້ວງ​ຕ້ານ​ຄວາມ​ໂຫຍ​ຫີ​ວທີ່​ຄ້າຍຄື​ກັນນີ້ ​ໄດ້​ເກີດຂຶ້ນ​ຢູ່​ໃນ​ຂົງ​ເຂດ​ອື່ນໆ ​ຂອງ
​ເວ​ເນ​ຊູ​ເອລາ ​ເຊ່ນ​ກັນ ນັບ​ແຕ່​ວັນ​ເສົາ​ແລ້​ວນີ້ເປັນຕົ້ນມາ.

ນາງມີເລີຣາ ແຊນໂຕສ ຜູ້ປະທ້ວງຄົນນຶ່ງ ຢູ່ນະຄອນກາຣາກັສ ປະເທດເວເນຊູເອລາ.
ນາງມີເລີຣາ ແຊນໂຕສ ຜູ້ປະທ້ວງຄົນນຶ່ງ ຢູ່ນະຄອນກາຣາກັສ ປະເທດເວເນຊູເອລາ.

ນາງ​ປາຕຣີ​ເຊຍ ຜູ້ປະ​ທ້ວງທີ່​ຍັງໜຸ່ມ​ ແລະ​ບອກ​ແຕ່​ຊື່ຂອງນາງ​ເທົ່າ​ນັ້ນຮ້ອງ​ຂຶ້ນວ່າ​“​ໃຫ້
ເອົາ​ສິ່ງ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ພວກ​ເຮົານັ້ນມາ. ຖ້າ​ຫາກ​ວ່າ ປະທານາທິ
ບໍດີ ນິ​ໂກ​ລັສ ມາ​ດູ​ໂຣ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາອັນນັ້ນແລ້ວ ກໍ​ໃຫ້​ເອົາມັນ​ມາ​ໃຫ້​ພວກ​ເຮົາ!”.

ນາງ​ໝາຍ​ເຖິງ “ອາຫານ​ຄຣິສມັສ” ທີ່​ລວມມີ​ແຮ​ມທີ່​ເປັນຊີ້ນ​ໝູ ທີ່​ຜູ້ນຳ​ສັງຄົມ​ນິຍົມ​ໄດ້
ເວົ້າ ​ໃນ​ເດືອນ​ພະ​ຈິກຜ່ານ​ມາ​ວ່າ​ຈະ​ເອົາ​ໃຫ້​ແກ່​ຊາວ​ເວ​ເນ​ຊູ​ເອລາທັງຫລາຍ. ​ມາ​ຮອດ​
ວັນ​ພະຫັດ​ທີ່​ຜ່ານ​ມາ ກ່ອງອາຫານ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍານັ້ນ ​ໄດ້ໄປ​ເຖິງຊາວ​ເວ​ເນ​ຊູ​ເອ
ລາ ພຽງ​ແຕ່​ຈໍານວນໜ້ອຍ​ເທົ່າ​ນັ້ນ ຢູ່​ໃນ​ປະ​ເທດທີ່​ມີປະຊາຊົນ 30 ລ້ານ​ຄົນທີ່ຢູ່​ໃນສະ
ພາບ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ງ່າຍ​ທີ່​ສຸດນັ້ນ.

ປະທາ​ນາ​ທິບໍດີ​ໄດ້ຖີ້ມ​ໂທດ​ໃສ່ ພວກປອກຕຸຍກີ ທີ່​ເຮັດ​ຊີ້ນ​ນັ້ນເສຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG