ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ເວເນຊູແອນລາ ມີອາການແຊກຊ້ອນ ຂຶ້ນມາໃໝ່


ປະທາ​ນາ​ທິບໍດີເວ​ເນ​ຊູ​​​ເອ​ລາ ທ່ານ Hugo Chavez ​
ໄດ້ມີ​ “ອາການແຊກ​ຊ້ອນ” ​ຂຶ້ນ​ມາໃໝ່ ຫລັງ​ຈາກ​​ການຜ່າ
ຕັດ​ມະ​ເຮັງ ທີ່ ຄິວ​ບາ.
ປະທາ​ນາ​ທິບໍດີເວ​ເນ​ຊູ​​​ເອ​ລາ ທ່ານ Hugo Chavez ​ ໄດ້ມີ​ “ອາການແຊກ​ຊ້ອນ” ​ຂຶ້ນ​ມາໃໝ່ ຫລັງ​ຈາກ​​ການຜ່າ ຕັດ​ມະ​ເຮັງ ທີ່ ຄິວ​ບາ.
ປາກົດ​ວ່າ ປະທາ​ນາ​ທິບໍດີເວ​ເນ​ຊູ​ເອ​ລາ ທ່ານ Hugo Chavez ​
ໄດ້ມີ​ “ອາການແຊກ​ຊ້ອນ” ​ຂຶ້ນ​ມາໃໝ່ ຫລັງ​ຈາກ​ໄດ້​ຮັບ​ການຜ່າ
ຕັດ​ມະ​ເຮັງ ທີ່ ຄິວ​ບາ.

​ໃນຄໍາ​ຖະ​ແຫລ​ງ​ຜ່ານ​ໂທລະພາບ ຈາກຄິວ​ບາ ຮອງ​ປະທານາທິ
ບໍດີ​ ເວ​ເນ​ຊູ​ເອ​ລາ ທ່ານ Nicolas Maduro ທີ່​ໄດ້​ໄປ​ຢ້ຽມຢາມ​
ທ່ານ Chavez ກ່າວ​ວ່າ ທ່ານ Chavez ຍັງ​ສື​ບຕໍ່ຢູ່ໃນ​ສະພາບ
“ທີ່​ຫລໍ່​ແຫລມ” ຢູ່.

ທ່ານ Chavez ​ໄດ້​ຮັບ​ການຜ່າຕັດ​ມະ​ເຮັງ​ຄັ້ງ​ທີສີ່​ ໃນ​ວັນ​ທີ 11 ທັນວາ ຢູ່ຄິວ​ບາ ​ແຕ່​ໄດ້ມີ​ອາການ​ຫລອດລົມ​ອັກ​ເສບ. ຮອງ​ປະທານາທິບໍດີ Maduro ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ ກ່ຽວ​ກັບ
ສະພາບ​ການ​ຂອງທ່ານ Chavez ​ແຕ່ກ່າວ​ວ່າ ອາການ​ແຊກ​ຊ້ອນຫລ້າ​ສຸດ​ນັ້ນ ​ແມ່ນມາ​ຈາກ ອາການ​ຫລອດລົມ​ອັກ​ເສບ.

ປະທານາທິບໍດີ Chavez ​ທີ່​ໄດ້​ກໍ​າອໍາ​ນາດ​ມາແຕ່​ປີ 1999 ​ໄດ້​ຮັບ​ໄຊຊະນະ​ອີກສະ​ໄໝ​ນຶ່ງ ໃນການ​ເລື​ອກຕັ້ງ​ເມື່ອ​ເດືອນ​ຕຸລາຜ່ານ​ມາ.
XS
SM
MD
LG